ລາຄາເຂົ້າແພງຫວຽດນາມຕ້ອງນໍາເຂົ້າຈາກຄູ່ແຂ່ງ

  ຜູ້ສົ່ງອອກເຂົ້າລາຍໃຫຍ່ຄື ສສ ຫວຽດນາມ ຍັງຕ້ອງພົບກັບສະຖານະການທີ່ໜ້າເປັນຫ່ວງເຖິງກັບຕ້ອງນໍາເຂົ້າເຂົ້າຈາກປະເທດຄູ່ແຂ່ງ.
  ຕາມຂ່າວຕ່າງປະເທດລາຍງານວ່າຫວຽດນາມຊຶ່ງເປັນຜູ້ສົ່ງອອກເຂົ້າລາຍໃຫຍ່ອັນດັບ 3 ຂອງ ໂລກເລີ່ມຊື້ເຂົ້າຈາກຄູ່ແຂ່ງຄືອິນເດຍເປັນເທື່ອທຳອິດໃນຮອບຫຼາຍສິບປີ ຫຼັງຈາກລາຄາເຂົ້າໃນປະເທດເພີ່ມຂຶ້ນສູງສຸດໃນຮອບ 9 ປີ ທ່າມກາງຄວາມຕ້ອງການໃນປະເທດທີ່ມີຢູ່ຢ່າງຈຳກັດ, ການສັ່ງຊື້ເຂົ້າຂອງຫວຽດນາມສະທ້ອນໃຫ້ເຫັນເຖິງຄວາມຕ້ອງການທີ່ສູງຫຼາຍໃນອາຊີຊຶ່ງອາດເຮັດໃຫ້ລາຄາເຂົ້າສູງຂຶ້ນໃນປີ 2021 ແລະ ຍັງເຮັດໃຫ້ປະເທດຜູ້ຊື້ເຂົ້າຈາກໄທ ແລະຫວຽດນາມຕ້ອງປ່ຽນໄປຊື້ຈາກອິນເດຍ ຊຶ່ງເປັນຜູ້ສົ່ງອອກເຂົ້າລາຍໃຫຍ່ທີ່ສຸດຂອງໂລກຊຶ່ງລາຄາຖືກກວ່າແຕ່ຄຸນນະພາບເຂົ້າບໍ່ດີປານໃດ.ໂດຍຜູ້ຄ້າເຂົ້າຄົນອິນເດຍໄດ້ຮັບການຕິດຕໍ່ເຮັດສັນຍາວ່າຈະສົ່ງອອກເຂົ້າຫັກ 100% ຈຳນວນ 70.000 ໂຕນສຳລັບການຈັດສົ່ງໃນເດືອນມັງກອນ ແລະກຸມພາຢູ່ທີ່ລາຄາປະມານ 310 ໂດລາສະຫະລັດຕໍ່ໂຕນ ໃຫ້ຫວຽດນາມ. ຊຶ່ງເປັນ ເທື່ອທຳອິດທີ່ອິນເດຍສົ່ງອອກເຂົ້າໄປຫວຽດນາມ.
 ການຫຼຸດລົງຂອງປະລິມານເຂົ້າ ແລະການສັ່ງຊື້ເຂົ້າຂອງຟິລິບປິນເພີ່ມຂຶ້ນຢ່າງຕໍ່ເນື່ອງເຮັດໃຫ້ລາຄາເຂົ້າສົ່ງອອກຂອງຫວຽດນາມເພີ່ມສູງຂຶ້ນຈຸລະດັບສູງສຸດໃນຮອບ 9 ປີ, ໂດຍເຂົ້າຫັກ 5% ຂອງຫວຽດນາມ ມີລາຄາປະມານ 500-505 ໂດລາຕໍ່ໂຕນ ຊຶ່ງສູງກວ່າລາຄາເຂົ້າຂອງອິນເດຍຊຶ່ງຢູ່ທີ່ 381-387 ໂດລາ.