ທີ່ກອງປະຊຸມສະພານິຕິບັນຍັດຄັ້ງທີ 8 ໃນວັນທີ 7 ມັງກອນ ທີ່ຜ່ານມາ ທ່ານ ຄິມ ຈອງອຶນ ຜູ້ນໍາສູງສຸດຂອງ ສປປ ເກົາຫຼີ ຈະທົບທວນຄວາມສຳພັນລະຫວ່າງ ສ.ເກົາຫຼີ ແລະໃຫ້ຄຳໝັ້ນທີ່ຈະຂະຫຍາຍຄວາມສຳພັນໂລກພາຍນອກແບບຄວບຄຸມ.

ຕາມຂ່າວຕ່າງປະເທດລາຍງານວ່າ ທ່ານ ຄິມ ຈອງອຶນ ປະກາດແນວທາງນະໂຍບາຍໃນການລາຍງານຕໍ່ກອງປະຊຸມວ່າຈະສຶກສາປະເດັນກິດຈະການກັບ ສ.ເກົາຫຼີ ຕາມສະຖານະການທີ່ເປັນຢູ່ໃນປະຈຸບັນ ແລະເວລາທີ່ປ່ຽນໄປ ແລະປະກາດວາງແນວທາງທົ່ວໄປ ແລະຈຸດຢືນນະໂຍບາຍພັກເພື່ອຂະຫຍາຍ ແລະພັດທະນາຄວາມສຳພັນພາຍນອກຢ່າງຄວບຄຸມ, ໂດຍ ສປປ ເກົາຫຼີ ເນັ້ນຄວາມຈຳເປັນຕ້ອງມຸ້ງເນັ້ນທີ່ການສ້າງວິຖີຊີວິດດີງາມ ແລະ ປະຕິບັດວົງການໃນທຸກດ້ານຂອງຊີວິດທາງສັງຄົມ ແລະກຳຈັດອົງປະກອບທີ່ບໍ່ແມ່ນສັງຄົມນິຍົມຢ່າງທົ່ວເຖິງ.

  ນອກຈາກນີ້ຍັງກຳນົດທິດທາງ ແລະແນວທາງຍຸກໃໝ່ດ້ວຍການປະຕິວັດຄັ້ງຍິ່ງໃຫຍ່ໃນວັດທະນາທຳສັງຄົມທຸກຂະແໜງລວມທັງການສຶກສາ, ສາທາລະນະສຸກ ແລະສີລະປະເພື່ອໃຫ້ຂໍ້ບົກພ່ອງ ແລະບົດຮຽນເຫຼົ່ານັ້ນເປັນບາດກ້າວສຳຄັນເພື່ອຄວາມກ້າວໜ້າ.