ຮອງເລຂາພັກແຂວງສາລະວັນ ໂອ້ລົມພະນັກງານຫຼັກແຫ່ຼງ ແລະກຸ່ມປົກປ້ອງກົດໝາຍ

 ທ່ານ ສີເຮັງ ຫອມສົມບັດ ຮອງເລຂາພັກແຂວງສາລະວັນໄດ້ພົບປະໂອ້ລົມພະນັກງານການນຳຫຼັກແຫຼ່ງ, ພະນັກງານສະມາຊິກພັກ ແລະພະນັກງານລັດຖະກອນຂອງກຸ່ມປົກປ້ອງກົດໝາຍ, ອົງການໄອຍະການແຂວງ, ສານປະຊາຊົນແຂວງແລະພະແນກຍຸຕິທຳແຂວງ ແລະພາກສ່ວນທີ່ກ່ຽວຂ້ອງ.

 ທ່ານ ສີເຮັງ ຫອມສົມບັດ ໄດ້ເນັ້ນໜັກຫຼາຍບັນຫາທີ່ສຳຄັນເປັນຕົ້ນ: ຕ້ອງເອົາໃຈໃສ່ໃນການສຶກສາອົບຮົມດ້ານການເມືອງ,ຄົ້ນຄວ້າ,ຮໍ່າຮຽນ ແລະເຊື່ອມຊຶມໃຫ້ບັນດາສະມາຊິກພັກ-ພະນັກງານລັດຖະກອນໃຫ້ເລິກເຊິ່ງເພື່ອໃຫ້ຮັບຮູ້ທັດສະນະການເມືອງຢ່າງແທ້ຈິງ ແລະຕ້ອງມີຄວາມເປັນເອກະພາບທາງດ້ານແນວຄິດ,ເອົາໃຈໃສ່ປັບປຸງ ທາງດ້ານການຈັດຕັ້ງ, ການນຳນົດກໍ່ສ້າງພະນັກງານສືບທອດປ່ຽນແທນ, ປັບປຸງແບບແຜນການນຳພາ, ແບບແຜນວິທີເຮັດວຽກ ແລະກົນໄກການປະສານງານໃຫ້ຫັນ ໄປສູ່ວິທະຍາສາດໃຫ້ຫຼາຍຂຶ້ນ, ສຳລັບວຽກງານວິຊາສະເພາະກໍ່ຕ້ອງໃຫ້ມີຄວາມຮັດກຸມ, ຖືກຕ້ອງຕາມຄວາມເປັນຈິງແລະມີຂໍ້ມູນຮັດກຸມ, ຄຽງຄູ່ກັນນັ້ນກໍ່ຕ້ອງເອົາໃຈ ໃສ່ປະຕິບັດຕາມພາລະບົດບາດ, ສິດ ແລະ ໜ້າທີ່ໃນການປະຕິບັດຄຳຕັດສິນຢ່າງຖືກຕ້ອງ ແລະ ເຮັດໃຫ້ວຽກງານໃນກຸ່ມປົກປ້ອງກົດໝາຍມີຜົນສັກສິດ ແລະ ປະສິດທິ ຜົນສູງ, ໂອກາດດຽວກັນນັ້ນ, ທ່ານຮອງເລຂາພັກແຂວງກໍ່ໄດ້ຮຽກຮ້ອງເຖິງບັນດາທ່ານການນຳກຸ່ມປົກປ້ອງກົດໝາຍທຸກຂັ້ນຈົ່ງພ້ອມກັນເປັນເຈົ້າການໃນການປະຕິບັດ ຕາມໜ້າທີ່ໆພັກ ແລະລັດມອບໝາຍໃຫ້ຢ່າງມີປະສິດທິຜົນ ແລະອອກແຮງສ້າງຂະບວນການຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກໃຫ້ເປັນຂະບວນຟົດຟື້ນ ແລະຮັບປະກັນໄດ້ຄວາມສະຫງົບໃຫ້ມີຄວາມປອດໄພ.

 ກ່ອນອື່ນ, ຜູ້ເຂົ້າຮ່ວມໄດ້ຮັບຟັງການຜ່ານບົດສະຫຼຸບວຽກງານຂອງກຸ່ມປົກປ້ອງກົດໝາຍໃນປີຜ່ານມາໃນການຈັດຕັ້ງປະຕິບັດວຽກງານຄຳຕັດສິນຕ່າງໆເປັນຕົ້ນ: ວຽກ ງານການນຳໃຊ້ມາດຕະການສືບສວນ-ສອບສວນ ແລະມາດຕະການສະກັດກັ້ນ,ໄດ້ອອກຄຳສັ່ງຈັບ 76 ສະບັບ,ກັກຂັງພາງ 441 ສະບັບ ແລະອອກຄຳສັ່ງ,ຄຳແນະນຳທາງດ້ານວິຊາການ 20 ສະບັບ, ໄດ້ສະເໜີໃຫ້ພາກສ່ວນທີ່ ກ່ຽວຂ້ອງພິຈາລະນາແກ້ໄຂການຈັດຕັ້ງປະຕິບັດຄຳຕັດສິນ, ຄຳພິພາກສາຂອງສານທີ່ໃຊ້ໄດ້ຢ່າງ ເດັດຂາດ, ວຽກງານສານປະຊາຊົນໄດ້ມີຄະດີເຂົ້າໃໝ່ຢູ່ສານຂັ້ນຕົ້ນ 196 ເລື່ອງ, ຄະດີມ້າງມາ 47 ເລື່ອງ, ໄດ້ພິຈາລະນາແກ້ໄຂແລ້ວ 200 ກວ່າເລື່ອງກວມ 89,71% ແລະຄະດີອື່ນໆ ແລະວຽກງານພະແນກຍຸຕິທຳໄດ້ເອົາໃຈໃສ່ໂຄສະນາເຜີຍແຜ່ກົດໝາຍ, ສຶກສາອົບຮົມສ້າງສະຕິເຄົາລົບກົດໝາຍໃຫ້ປະຊາຊົນຂັ້ນບ້ານ, ຄຳຕັດສິນຂອງສານທີ່ໃຊ້ໄດ້ເດັດຂາດທັງໝົດ 1.000 ກວ່າເລື່ອງ, ຄະດີແພ່ງ 253 ເລື່ອງ ແລະຄະດີອື່ນໆ.

  ພິທີດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 7 ມັງກອນນີ້, ຢູ່ທີ່ສະໂມສອນແຂວງ, ໂດຍມີຄະນະພັກ-ຄະນະນຳກຸ່ມປົກປ້ອງກົດໝາຍ ແລະພະນັກງານສະມາຊິກພັກ-ພະນັກງານ ລັດຖະກອນ ແລະພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.