ຄະນະບໍລິຫານງານພັກເມືອງຜາອຸດົມພິຈາລະນາຫຼາຍບັນຫາ

  ກອງປະຊຸມຄົບຄະນະບໍລິຫານງານພັກເມືອງຜາອຸດົມແຂວງບໍ່ແກ້ວເປີດກວ້າງຄັ້ງທີ IV ສະໄໝທີ XII ໄດ້ຈັດຂຶ້ນໃນລະຫວ່າງວັນທີ 7-8 ມັງກອນ 2021 ທີ່ສະ ໂມສອນເມືອງ, ໂດຍການເປັນປະທານຂອງ ສະຫາຍ ຈັນທອນພົນ ທະລາກຳມະການພັກແຂວງເລຂາພັກເມືອງເຈົ້າເມືອງຜາອຸດົມເປັນກຽດເຂົ້າຮ່ວມຂອງສະຫາຍ ເພັງສອນ ແກ້ວວິໄລ ຮອງເລຂາພັກແຂວງຊີ້ນໍາຂົງເຂດພັກ- ພະນັກງານ, ມີຄະນະນຳຂັ້ນແຂວງ-ຂັ້ນເມືອງ, ຕະຫຼອດຮອດຫົວໜ້າ-ຮອງຫົວໜ້າຫ້ອງການ ແລະພະນັກງານບຳນານ-ອາວຸໂສເຂົ້າຮ່ວມ.

 ກອງປະຊຸມໄດ້ພ້ອມກັນຄົ້ນຄວ້າ, ປະກອບຄຳຄິດຄຳເຫັນ ແລະພິຈາລະນາໃນຫຼາຍບັນຫາສຳຄັນທີ່ສະເໜີໂດຍຄະນະຮັບຜິດຊອບເປັນຕົ້ນການຈັດຕັ້ງປະຕິບັດວຽກງານຂອງຄະນະນຳເມືອງຊຸດທີ XI (2016-2020), ການສະຫຼຸບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ XI (2016-2020) ແລະຜ່ານຮ່າງແຜນພັດທະນາເສດຖະກິດ-ສັງຄົມ5 ປີ ຄັ້ງທີ XII (2021-2025), ຄວາມຄືບໜ້າການປັບປຸງກົນໄກການອຳນວຍຄວາມສະດວກ ແລະບັນດາຕົວຊີ້ວັດຕ່າງໆໃນການດຳເນີນທຸລະກິດຢູ່ພາຍໃນເມືອງຜາອຸດົມ ແລະການຈັດຕັ້ງປະຕິບັດຄຳສັ່ງວ່າດ້ວຍການປັບປຸງວຽກງານບໍລິການການອອກໃບອະນຸຍາດລົງທຶນ ແລະການອອກໃບອະນຸຍາດດຳເນີນທຸລະກິດ,ຮ່າງແຜນຍຸດທະສາດການສົ່ງເສີມການຜະລິດເປັນສິນຄ້າຕິດພັນກັບກົນໄກການເຂົ້າເຖິງຕະຫຼາດຈໍາໜ່າຍສິນຄ້າ ແລະການຄ້າຊາຍ ແດນພ້ອມນັ້ນຍັງໄດ້ພ້ອມກັນຄົ້ນຄວ້າປະກອບຄຳເຫັນກ່ຽວກັບການຄົ້ນຄວ້າການຫັນຊັບສິນຂອງລັດເປັນທຶນຜົນການຕິດຕາມຊຸກຍູ້ການຈັດຕັ້ງປະຕິບັດຄໍາສັ່ງ15/ນຍ, ປີ 2020, ການກະກຽມໃຫ້ແກ່ການຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ (LDCs), ຜົນການຈັດຕັ້ງປະຕິບັດແຜນແກ້ໄຂບັນຫາຄົນຕ່າງປະເທດທີ່ເຄື່ອນໄຫວບໍ່ຖືກຕ້ອງຕາມກົດໝາຍຂອງ ສປປ ລາວ, ການຈັດຕັ້ງປະຕິບັດການແກ້ໄຂຜົນກະທົບ ແລະຜັນຂະຫຍາຍນະໂຍບາຍ, ມາດຕະການເພື່ອຫຼຸດຜ່ອນຜົນກະທົບຈາກການລະບາດຂອງພະຍາດ COVID-19 ຕໍ່ເສດຖະກິດຂອງລາວ, ຫຼັງຈາກນັ້ນ, ບັນດາຄະນະນຳຂັ້ນແຂວງ-ຂັ້ນເມືອງພ້ອມດ້ວຍພາກສ່ວນກ່ຽວຂ້ອງຕ່າງກໍໄດ້ພ້ອມກັນປະກອບຄຳຄິດຄຳເຫັນໃນຫຼາຍໆບັນຫາສຳຄັນຢ່າງກົງໄປກົງມາ.

  ໂອກາດດັ່ງກ່າວ, ສະຫາຍ ຈັນທອນ ພົນທະລາ ເຈົ້າເມືອງຜາອຸດົມໄດ້ເນັ້ນໃຫ້ຜູ້ເຂົ້າຮ່ວມກອງປະຊຸມທຸກສະຫາຍຈົ່ງພ້ອມກັນຍົກສູງຄວາມຮັບຜິດຊອບໃນການລາຍ ງານໃຫ້ກະທັດຮັດ, ຊັດເຈນ, ໃຫ້ມີຈຸດສຸມໃນຂອບເວລາທີ່ໄດ້ກຳນົດ, ສ່ວນການປະກອບຄຳຄິດຄຳເຫັນແມ່ນໃຫ້ລົງເລິກບັນຫາທີ່ເປັນຂໍ້ຄົງຄ້າງ, ພ້ອມທັງວິເຄາະວິໄຈສາເຫດແລະສະເໜີທິດທາງ, ມາດຕະການໃນການແກ້ໄຂໃນ 6 ເດືອນຕົ້ນປີ 2021.