ຊົງ ຈຸງກິ ບໍລິຈາກເງິນ 100 ລ້ານວອນ ເພື່ອຊ່ວຍທີມແພດ

  ຊົງ ຈຸງກິ ບໍລິຈາກເງິນ 100 ລ້ານວອນ ໃຫ້ກັບອົງການ ການກຸສົນບັນເທົາໄພພິບັດ Hope Bridge ໂດຍມີຈຸດປະສົງຊ່ວຍເຫຼືອເຈົ້າໜ້າທີ່ທາງການແພດທີ່ປະຕິບັດວຽກງານຕໍ່ສູ້ກັບພະຍາດລະບາດໂຄວິດ-19 ໃນອາກາດໜາວຕິດລົບ ແລະທາງອົງການຈະໃຊ້ເງິນນີ້ເພື່ອຈັດຫາອຸປະກອນເພື່ອຄວາມອົບອຸ່ນໃຫ້ກັບເຈົ້າໜ້າທີ່ໆ ຕ້ອງປະຕິບັດພາລະກິດກວດຄົນເຈັບນອກສະຖານທີ່ໃນລະດູໜາວ.
  ກ່ອນໜ້ານີ້ ຊົງຈຸງກິ ໄດ້ບໍລິຈາກເງິນໄປແລ້ວ 100 ລ້ານວອນ ໃນເດືອນກຸມພາ 2020 ເພື່ອຊ່ວຍເຫຼືອບຸກຄະລາກອນທາງການແພດເຊັ່ນກັນ ແລະລາວຍັງບໍລິຈາກເງິນອີກ 50 ລ້ານວອນເພື່ອຊ່ວຍເຫຼືອຜູ້ປະສົບໄພນໍ້າຖ້ວມໃນເດືອນສິງຫາ, ສ່ວນຕອນນີ້ໃຜທີ່ຄິດເຖິງຜົນງານການສະແດງຂອງພະເອກຊຸບຕາລາວກຳລັງຈະມີຜົນງານຮູບເງົາເລື່ອງ ‘Space Sweepers’ ທີ່ກຽມລົງສາຍຜ່ານລະບົບສະຕຣີມມິງຊື່ດັງ Netflix ໃນວັນທີ 5 ກຸມພານີ້.

----

ໜັງສືພິມ ເສດຖະກິດ-ສັງຄົມ