ບໍລິສັດເບຍລາວປັບປຸງ ຂໍ້ມູນສະຫຼາກທາງດ້ານໂພຊະນາການ

  ບໍລິສັດ ເບຍລາວ ຈຳກັດ ໄດ້ມີການປັບປຸງສະຫຼາກຂອງຜະລິດຕະພັນເບຍລາວໂດຍມີການໃສ່ຂໍ້ມູນດ້ານໂພຊະນາການທີ່ໄດ້ມາດຕະຖານສາກົນ ແລະເປັນປະໂຫຍດໃຫ້ແກ່ຜູ້ບໍລິໂພກໂດຍໄດ້ຮັບການວິໄຈ ແລະຢັ້ງຢືນຈາກຫ້ອງແລັບວິໄຈ Campden BRI Food and drinks Innovation ທີ່ເປັນຫ້ອງວິໄຈເອກະລາດດ້ານອາ ຫານ ແລະເຄື່ອງດື່ມຢູ່ກຸງລອນດອນ, ປະເທດອັງກິດເຊິ່ງເປັນອົງກອນທີ່ໄດ້ມາດຕະຖານການວິໄຈລະດັບສາກົນທີ່ຖືກຮັບຮອງໂດຍສະຖາບັນທີ່ໃຫ້ບໍລິການຮັບຮອງແຫ່ງ ຊາດຂອງປະເທດອັງກິດ United Kingdom Accreditation Service (UKAS).ສະຖາບັນເອກະລາດປະເທດອັງກິດ.

  ຂໍ້ມູນຜົນຂອງການວິໄຈ, ບໍລິສັດ ເບຍລາວ ຈຳກັດ ໄດ້ເພີ່ມຂໍ້ມູນທາງໂພຊະນາການທີ່ສອດຄອງກັບມາດຕະຖານສາກົນເຂົ້າໃນທຸກໆຜະລິດຕະພັນຂອງເບຍລາວ. ຜູ້ບໍ ລິໂພກສາມາດສຶກສາຂໍ້ມູນທາງໂພຊະນາການເຊັ່ນ: ພະລັງງານ, ໄຂມັນ, ທາດແປ້ງ, ນໍ້າຕານ, ໂປຣຕີນ ແລະ ເກືອທີ່ລະບຸຢູ່ໃນກາຫຼັງຂອງທຸກໆ ແກ້ວ ແລະ ກະປ໋ອງ ຂອງຜະລິດຕະພັນເບຍລາວທີ່ໄດ້ເລີ່ມອອກສູ່ຕະຫຼາດຕັ້ງແຕ່ວັນທີ 15 ທັນວາ 2020 ເປັນຕົ້ນມາ.

   ທ່ານ ເຮັນຣິກ ແອນເດີເຊັນ, ອໍານວຍການ ບໍລິສັດ ເບຍລາວ ຈໍາກັດ ໄດ້ກ່າວວ່າ “ ເນື່ອງຈາກເບຍລາວມີຄວາມຜູກພັນຢ່າງໃກ້ຊິດກັບວັດທະນາທໍາລາວ ແລະ ຄົນລາວ, ພວກເຮົາຈຶ່ງຕ້ອງຮັກສາມາດຕະຖານການເປັນບໍລິສັດນໍາໜ້າດ້ານເຄື່ອງດື່ມໃນ ສປປ ລາວ ໂດຍການສືບຕໍ່ຍົກສູງມາດຕະຖານອຸດສາຫະກໍາເພື່ອໃຫ້ມີຄວາມໂປ່ງໃສທັງດ້ານໂພຊະນາການ ແລະຂໍ້ມູນຂ່າວສານ.

  ການເລີ່ມຕົ້ນບາດກ່າວທີ່ມີຄວາມໝາຍນີ້, ພວກເຮົາຫວັງຢ່າງຍິ່ງວ່າຈະສາມາດສ້າງການຂັບເຄື່ອນໃໝ່ໃນວົງການຜູ້ຜະລິດເຄື່ອງດື່ມໃນລາວເພື່ອເປັນການຊ່ວຍໃຫ້ຜູ້ບໍລິໂພກສາມາດເລືອກສິ່ງທີ່ດີທີ່ສຸດເພື່ອຄວາມຕ້ອງການທາງໂພຊະນາການຂອງຕົນເອງກັບຂໍ້ມູນໂພຊະນາການໃໝ່ນີ້.”

#ການມີຄວາມສົມດຸນວິຖີຊີວິດທີ່ຍືນຍົງ
  ຜົນຂອງການວິໄຈຈາກຫ້ອງແລັບ Campden BRI ຢູ່ລອນດອນໄດ້ຊີ້ໃຫ້ເຫັນວ່າຂໍ້ມູນທາງໂພຊະນາການຕໍ່ 100ມລ ຂອງເບຍລາວໃຫ້ພະລັງງານພຽງແຕ່ 40 ກິໂລແຄລໍລີ, ເບຍລາວ ດຣາກ ໃຫ້ພະລັງງານພຽງແຕ່ 50 ກິໂລແຄລໍລີ, ເບຍລາວ ໄວ້ທ ໃຫ້ພະລັງງານພຽງແຕ່ 41 ກິໂລແຄລໍລີ,ເບຍລາວ ໂກລ ໃຫ້ພະລັງງານພຽງແຕ່ 40 ກິໂລແຄລໍລີ ເທົ່ານັ້ນ, ແລະທີ່ສຳຄັນທຸກເບຍທີ່ກ່າວມານີ້ແມ່ນບໍ່ມີທາດນໍ້າຕານ.

  “ມັນເປັນເລື່ອງດີທີ່ທຸກຄົນຢາກມີສຸຂະພາບແຂງແຮງ, ບາງເທື່ອຄວາມເຂົ້າໃຈແບບຜິດໆກໍ່ສາມາດເຮັດໃຫ້ຜູ້ບໍລິໂພກຫຼີກລ່ຽງການບໍລິໂພກອາຫານ ແລະເຄື່ອງດື່ມທີ່ຕົນມັກກິນ ຫຼືດື່ມເປັນປະຈໍາໂດຍບໍ່ຈໍາເປັນ. ພວກເຮົາມີຄວາມຍິນດີທີ່ຜົນຈາກຫ້ອງວິໄຈນີ້ສາມາດຢັ້ງຢືນໄດ້ວ່າເບຍລາວບໍ່ມີທາດນໍ້າຕານ. ເຊິ່ງຂັດແຍ່ງກັບຄວາມເຊື່ອແບບຜິດໆຂອງຫຼາຍຄົນ. ເບຍລາວ ແລະ ການນໍາໃຊ້ ເຂົ້າຈາກປະເທດລາວເປັນສ່ວນປະສົມໃນການຜະລິດທີ່ເຮັດໃຫ້ເບຍລາວກາຍເປັນເບຍທີ່ດີທີ່ສຸດໃນລາວ ແລະ ໄດ້ເປັນທີ່ຍອມຮັບໃນລະດັບພາກພື້ນ ແລະສາກົນທີ່ເຫັນໄດ້ຈາກການໄດ້ຮັບຫຼາຍລາງວັນຈາກທັງໃນແລະຕ່າງປະເທດໃນຊຸມປີຜ່ານມາ, ເຊິ່ງຖືໄດ້ວ່າເປັນຄວາມພາກພູມໃຈ ແລະເປັນເອກະລັກຂອງປະເທດລາວ. ພວກເຮົາດີໃຈທີ່ຜົນວິໄຈນີ້ໄດ້ສະແດງໃຫ້ເຫັນວ່າເບຍລາວກໍ່ມີຄວາມເໝາະສົມສໍາຫຼັບທຸກຄົນ ແລະຜູ້ທີ່ໃສ່ໃຈສຸຂະພາບເຊັ່ນກັນ,” ທ່ານ ແອນເດີເຊັນ ໄດ້ກ່າວເພີ່ມຕື່ມ.

 
#ມຸມມອງໃໝ່
 ຂໍ້ມູນໂພຊະນາການໃໝ່ເຮັດໃຫ້ເກີດການຕອບຮັບທາງບວກຈາກຜູ້ດື່ມເບຍຈໍານວນຫຼາຍ, ລວມມີ ທ່ານ ໄຊສົງຄາມ ວໍລະຈິດ “ມັນເປັນສິ່ງທີ່ດີຫຼາຍທີ່ໄດ້ເຫັນເບຍລາວ ອອກສະຫຼາກໃໝ່ທີ່ມີຂໍ້ມູນດ້ານໂພຊະນາການ. ຂໍ້ມູນທີ່ຈະແຈ້ງນີ້ຈະຊ່ວຍໃຫ້ຜູ້ບໍລິໂພກມີຄວາມເຂົ້າໃຈຫຼາຍຂຶ້ນຕື່ມກັບສິ່ງທີ່ເຂົາກໍາລັງຈະດື່ມ. ສໍາຫຼັບຂ້ອຍແລ້ວເບຍລາວຖືເປັນເບຍທີ່ຂາດບໍ່ໄດ້ໃນງານສັງສັນຕ່າງໆ, ແຕ່ຂ້ອຍກໍ່ມີຄວາມກັງວົນໃນປະລິມານທີ່ຂ້ອຍດື່ມເນື່ອງຈາກຂ່າວລືກ່ຽວກັບການມີສ່ວນປະສົມຂອງທາດນໍ້າຕານທີ່ພາໃຫ້ຕຸ້ຍ ຫຼືກໍ່ໃຫ້ເກີດພະຍາດເຊັ່ນໂລກເບົາຫວານ. ຂ້ອຍດີໃຈທີ່ໄດ້ຮູ້ວ່າໃນຄວາມເປັນຈິງແລ້ວເບຍລາວບໍ່ມີນໍ້າຕານ. ກໍ່ຄືກັບເຄື່ອງດື່ມອື່ນໆ, ຂ້ອຍຈະດື່ມໃນປະລິມານທີ່ເໝາະສົມເພື່ອຮັກສາສຸຂະພາບ ແລະຄວາມສົມດຸນຂອງຊີວິດ.”

  ດຣ. ສົມທະວີ ຈາງວິສົມມິດ, ຫົວໜ້າກົມອາຫານ ແລະຢາ, ກະຊວງສາທາລະນະສຸກ, ສປປ ລາວ. “ມັນເປັນສິ່ງທີ່ດີທີ່ບໍລິສັດ ເບຍລາວ ຈໍາກັດ ໄດ້ນໍາສະເໜີຂໍ້ມູນໂພຊະນາການຢ່າງຈະແຈ້ງຢູ່ໃນສະຫຼາກທີ່ສອດຄ່ອງກັບລະບຽບກົດໝາຍດ້ານສະຫຼາກຂອງອາຫານ ແລະເຄື່ອງດື່ມ ແລະໄດ້ຜ່ານການຮັບຮອງຄວາມຖືກຕ້ອງໂດຍກົມອາຫານ ແລະຢາກະຊວງສາທາລະນະສຸກ ເລກທີ່ 9286/ກອຢ ນະຄອນຫຼວງວຽງຈັນ, ວັນທີ 04 NOV 2020, ນີ້ສະແດງໃຫ້ເຫັນບາດກ້າວໃໝ່ທີ່ເປັນແບບຢ່າງທີ່ດີໃຫ້ແກ່ຫຼາຍທຸລະກິດໄດ້ນຳໄປສຶກສາ ແລະ ປະຕິບັດເພື່ອຍົກລະດັບຜະລິດຕະພັນລາວໃຫ້ໄດ້ມາດຕະຖານສາກົນ. ຂ້າພະເຈົ້າຢາກຮຽກຮ້ອງໃຫ້ຄົນລາວຈົ່ງຮຽນຮູ້ກ່ຽວກັບເນື້ອຫາທາງດ້ານໂພຊະນາການ ແລະພະລັງງານໃນສະຫຼາກເພື່ອໃຫ້ພວກເຮົາສາມາດພິຈາລະນາບໍລິໂພກໃນປະລິມານທີ່ເໝາະສົມ ແລະໄດ້ຮັບຄຸນປະໂຫຍດຢ່າງເຕັມທີ່.

  ແນ່ນອນ, ການສຶກສາທາງດ້ານວິທະຍາສາດໄດ້ສະແດງໃຫ້ເຫັນການດື່ມເບຍໃນປະລິມານທີ່ເໝາະສົມກໍ່ມີຜົນດີຫຼາຍຢ່າງທາງດ້ານສຸຂະພາບ, ເນື່ອງຈາກວ່າໃນເບຍເຕັມໄປດ້ວຍສານອາຫານທີ່ມີຄຸນປະໂຫຍດເຊັ່ນ: ສານຕໍ່ຕ້ານອະນຸມູນອິດສະຫຼະ, ໂປຣຕີນ, ວິຕາມິນບີ, ທາດເຫຼັກ, ແຄລຊຽມ ແລະຟົດສເຟດ, ແລະ ຍັງມີສານຟລາວານອຍ ຊານໂທຮູໂມລ ທີ່ສາມາດຊ່ວຍໃຫ້ຄວາມຈໍາດີຂຶ້ນ, ເມື່ອປຽບທຽບໃສ່ເຄື່ອງດື່ມທາດເຫຼົ້າປະເພດອື່ນໆ.

#ສ່ວນປະກອບທີ່ຈໍາເປັນເພື່ອຄວາມສົມບູນຂອງຊີວິດ

  ເບຍລາວ ໄດ້ກາຍເປັນສ່ວນໜຶ່ງຂອງວິຖີຊີວິດ, ວັດທະນາທໍາ ແລະປະເພນີຂອງຄົນລາວມາຫຼາຍກ່ວາ 47 ປີ, ຊຶ່ງໄດ້ເຕົ້າໂຮມຄົນລາວເຂົ້າກັນ, ເຊື່ອມໂຍງຄວາມສຳພັນໃຫ້ສະໝານສາມັກຄີຊຶ່ງກັນແລະກັນ. ເບຍລາວໄດ້ກາຍເປັນອົງປະກອບຂອງທຸກເທດສະການ, ງານສັງສັນຕ່າງໆ ລວມທັງບັນຍາກາດສະເຫຼີມສະຫຼອງທີ່ມີຄວາມໝາຍຄວາມສຳຄັນທີ່ເຮົາແບ່ງປັນກັບຄອບຄົວ ແລະໝູ່ເພື່ອນ. ລົດຊາດທີ່ສົດຊື່ນດື່ມງ່າຍ, ພ້ອມເອກະລັກທີ່ໂດດເດັ່ນຂອງເບຍລາວສາມາດເຂົ້າກັນໄດ້ດີກັບອາ ຫານລາວທຸກໆປະເພດ, ເປັນຕົ້ນແມ່ນກັບປີ້ງຊີ້ນ, ອາຫານຣົດເຜັດ ຫຼືເບຍລາວດຣາກ ກັບປະເພດຊີ້ນ ແລະສະເຕັກ.

 ມາຮ່ວມກັນເອົາໃຈໃສ່ສຸຂະພາບກັບວິຖີຊີວິດທີ່ສົມດຸນ!