ເສດຖະກິດ ເຂດຈຸດສຸມພັດທະນາທີ 6 ເມືອງທ່າແຕງຂະຫຍາຍຕົວ 7%

ການພັດທະນາເສດຖະກິດຢູ່ເຂດຈຸດສຸມພັດທະນາທີ 6 ເມືອງທ່າແຕງ ແຂວງເຊກອງ ໄດ້ເລີ່ມຈາກຫົວໜ່ວຍຄອບຄົວບົນພື້ນຖານໃນການສ້າງບ້ານໃຫ້ເປັນຫົວ ໜ່ວຍພື້ນຖານຂອງການຈັດຕັ້ງປະຕິບັດຊຶ່ງເຮັດໃຫ້ເສດຖະກິດໃນປີ 2020 ຂະຫຍາຍຕົວຢູ່ໃນລະດັບ 7%. ລວມຍອດມູນຄ່າຜະລິດຕະພັນພາຍໃນບັນລຸ 10 ຕື້ 91 ລ້ານ ກວ່າກີບ.

  ທ່ານ ກໍລະກັນ ບຸດສະບາ ຫົວໜ້າຫ້ອງການສາທາລະນະສຸກເມືອງທ່າແຕງທັງເປັນຫົວໜ້າເຂດຈຸດສຸມພັດທະນາທີ 6 ລາຍງານ ຜົນການຈັດຕັ້ງປະຕິບັດການພັດ ທະນາເສດຖະກິດໃນໂອກາດເຂົ້າຮ່ວມກອງປະຊຸມປະຈຳປີຂອງເຂດຈຸດສຸມພັດທະນາທີ 6 ຈັດຂຶ້ນ ໃນວັນທີ 9 ມັງກອນ ຜ່ານມາວ່າ: ໂດຍສືບຕໍ່ປະຕິບັດຕາມໂຄງປະ ກອບເສດຖະກິດໃຫ້ປາກົດຜົນເປັນຈິງຊຶ່ງແຕ່ລະບ້ານແຕ່ລະຄອບຄົວໄດ້ເອົາໃຈໃສ່ເປັນເຈົ້າຕົນເອງໃນການພັດທະນາໂດຍເລີ່ມຈາກການຜະລິດກະສິກຳເປັນສິນຄ້າສົ່ງ ອອກເປັນຕົ້ນ: ປູກກາເຟໃນເນື້ອທີ່ 1.804 ເຮັກຕາ, ຜົນຜະລິດ 2.170 ໂຕນ, ປູກໝາກແໜ່ງໃນເນື້ອທີ່ 791 ໂຕນ, ຜົນຜະລິດ 298 ໂຕນ, ປູກຂີງ 15 ເຮັກ ຕາ, ຜົນຜລະລິດ 45 ໂຕນ ແລະຜະລິດເຄື່ອງປ່າຂອງດົງປະເພດແຂມ 145 ໂຕນສ້າງລາຍຮັບໄດ້ 494 ລ້ານກີບ, ຈາກນີ້ຍັງໄດ້ສຸມໃສ່ປູກເຂົ້ານາປີໃນເນື້ອທີ່ 438 ເຮັກຕາ,ຜົນຜະລິດ 1.533 ໂຕນ ແລະປູກເຂົ້ານາແຊງໃນເນື້ອທີ່ 254 ເຮັກຕາ,ຜົນຜລະລິດ 45 ໂຕນ ນອກຈາກການປູກຝັງແລ້ວຍັງລ້ຽງສັດປະເພດຄວາຍ 821 ໂຕ, ງົວ 1.400 ໂຕ, ໝູ 169 ໂຕ, ແບ້ 365 ໂຕ ແລະສັດ ປີ 4.432 ໂຕ ໂດຍສະເລ່ຍລາຍຮັບຜູ້ໜຶ່ງໄດ້ 1,6 ລ້ານກີບ.

--------------

ໂດຍລັດຕະນາ ຄຳສົມພູ

ຮູບພາບໜັງສືພິມເສດຖະກິດ-ສັງຄົມ