ສ່ອງແຟຊັນພົມແດງຂອງດາລາຮໍລິວູດ ໃນງານອອດສະກາ

ແຟຊັນພົມແດງງານປະ ກາດລາງວັນ “ອອດສະກາ 2019” ລວມຄົນດັງລະດັບໂລກປະຊັນ ຄວາມງາມ-ເຈົ້າຊູ້ ເທິງພົມແດງ, ງານນີ້ໃຜຈະເດັ່ນ ຫຼື ໃຜຈະດັບ ນຳມາສ່ອງກັນເລີຍ.  ເລີ່ມຂຶ້ນແລ້ວ ຢ່າງຍິ່ງໃຫຍ່ສຳລັບ “ອອດສະກາ 2019” ຫຼື “ອະຄາເດມີ່ ອາວອດ ຄັ້ງທີ 91” ປະຈຳປີ 2019 ກັບ ງານປະກາດລາງວັນຮູບເງົາທີ່ຍິ່ງ ໃຫຍ່ທີ່ສຸດໃນໂລກ.

ນອກຈາກແຟນຮູບເງົາຮ່ວມ ລຸ້ນລາງວັນຂອງບັນດານັກສະ ແດງ ແລະຮູບເງົາລະດັບຮໍລິວູດ (Hollywood) ໃນດວງໃຈແລ້ວ,ສາຍແຟຊັນທັງຫຼາຍຍັງພາກັນຈັບ ຕາເບິ່ງພ້ອມອັບເດດແຟຊັນຈາກ ບັນດາຄົນດັງໃນງານນີ້ເຊັ່ນກັນ.ບໍ່ຕ້ອງເສຍເວລາເຮົາມາເບິ່ງກັນ ເລີຍວ່າແຟຊັນຂອງໃຜຈະເດັ່ນ ຫຼື ຈະດັບ, ລອດ ຫຼື ບໍ່ລອດເລີ່ມກັນທີ່ບິລລີ່ ພັອດເຕີ (Billy Porter) ນັກສະແດງ ແລະພິທີກອນຊື່ດັງທີ່ ບໍ່ເຄີຍເຮັດໃຫ້ຜິດຫວັງກັບການ ແຕ່ງກາຍເທິງພົມແດງທີ່ມາແຮງ ແຊງໜ້າທຸກຄົນ ກັບຊຸດ “ທັກຊິໂດ້” ທີ່ອອກແບບໄດ້ລໍ້າສະໄໝ, ສ່ວນເທິງເບິ່ງຄືຈະທຳມະດາແຕ່ຖ້າຫຼຽວເບິ່ງທາງລຸ່ມແລ້ວຈະເປັນກະ ໂປ່ງຍາວ ຈາກແບຣນ “Christian Siriano” ງາມ ແລະແພງຂອງແທ້ຕ້ອງຍົກໃຫ້ກັບເລດີ້ກ່າກ້າ (Lady Gaga) ທີ່ມາພ້ອມ ກັບສາຍຄໍເພັດ 128.54 ກະລັດ ຖືວ່າເປັນເຄື່ອງປະດັບທີ່ໃຫຍ່ທີ່ສຸດໃນໂລກອີກອັນໜຶ່ງ ແລະຍັງເຄີຍ ໄດ້ຖືກສວມໃສ່ພຽງ 3  ຄັ້ງຕະຫຼອດ ໄລຍະເວລາປະຫວັດສາດ 142 ປີ ທີ່ຜ່ານມາ  ຈາກແບຣນ “Tiffany & Co.” ມູນຄ່າຫຼາຍກວ່າ 30 ລ້ານໂດລາສະຫະລັດ.

ໃນສ່ວນຂອງຊຸດມາກັບເດຣສເກາະເອິກສີດຳຈາກ “Alexander McQueen” ພ້ອມກັບຖົງມືສີດຳ ເພີ່ມຄວາມຫຼູຫຼາຄລາສສິກເຂົ້າໄປອີກທາງດ້ານແມ່ J.Lo ເຈນນິເຟີໂລເປສ (Jennifer Lopez) ລາຊິນີແຫ່ງພົມແດງກໍມາພ້ອມຊຸດ ເຫຼື້ອມລະຍິບລະຍັບ, ຊຶ່ງເປັນຊຸດເດຣສເມ ທັນລິກຈາກແບຣນ “Tom Ford” ໂດດເດັ່ນພ້ອມກັບການ ແຕ່ງໜ້າສະໂມກກີ້ອາຍສີດຳແບບ ເຊັກຊີເຖິງວ່າຈະເປັນຊຸດທີ່ປົກປີດໄປທົ່ວຮ່າງກາຍກໍຕາມ.

ນສພ ເສດຖະກິດ-ສັງຄົມ