ກອງພັນ 14 ສ້າງຂະບວນການແຂ່ງຂັນກີລາມວນຊົນ

  ໃນວັນທີ 11 ມັງກອນຜ່ານມາກອງພັນ 14 ທີ່ຂຶ້ນກັບກອງພົນທະຫານຮາບທີ 4 ໄດ້ຈັດກິດຈະກຳເປີດຂະບວນການແຂ່ງຂັນກີລາພາຍໃນກົມກອງເພື່ອກຽມຂໍ່ານັບຮັບຕ້ອນວັນສ້າງຕັ້ງກອງທັບຄົບຮອບ 72 ປີ ໂດຍການເຂົ້າຮ່ວມຂອງ ທ່ານພັນໂທ ບຸນໜອມ ຈອມພະອິນ ເລຂາຄະນະພັກຫົວໜ້າການເມືອງກອງພັນ 14, ມີຄະ ນະພັກ-ຄະນະບັນຊາກົມກອງ, ພະນັກງານ-ນັກຮົບຕະຫຼອດຮອດນັກກີລາແຕ່ລະທີມເຂົ້າຮ່ວມຢ່າງ ພ້ອມພຽງ.

 ທ່ານ ພັນຕີ ໄຊບັນດິດ ນວນຈັນ ຮອງຫົວໜ້າການທະຫານກອງພັນ 14 ໄດ້ຜ່ານແຜນການເປີດຂະບວນການແຂ່ງຂັນກີລາຊຶ່ງລວມມີ 3 ປະເພດກີລາຄື: ກີລາບານສົ່ງ 5 ທີມກີລາກະຕໍ້ຫວາຍ 5 ທີມ, ກີລາເປຕັງ 5 ທີມ, ໃນການແຂ່ງຂັນກີລາໃນຄັ້ງນີ້ເພື່ອສ້າງຂະບວນການຂໍ່ານັບຮັບຕ້ອນໃຫ້ແກ່ວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 72 ປີ, ແລະ ກະກຽມໃຫ້ແກ່ການປ່ອນບັດເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ IX ແລະ ສະມາຊິກສະພາປະຊາຊົນແຂວງຊຸດທີ II ທີ່ໃກ້ຈະມາ ເຖິງນີ້ໃຫ້ເປັນຂະບວນການຟົດຟື້ນ ແລະອີກຢ່າງໜຶ່ງແມ່ນເປັນການຮັດແໜ້ນຄວາມສາມັກຄີພາຍໃນ-ພາຍນອກຄືພະນັກງານ-ນັກຮົບພາຍໃນກົມກອງລະຫວ່າງກອງຮ້ອຍກັບກອງຮ້ອຍ, ໝວດຕໍ່ໝວດ, ໝູ່ຕໍ່ໝູ່ ແລະບຸກຄົນຕໍ່ບຸກຄົນ, ໃຫ້ມີສຸຂະພາບແຂງແຮງ,ກຽມປະຕິບັດໜ້າທີ່, ທີ່ຂັ້ນເທີງມອບໝາຍໃຫ້ການເເຂ່ງຂັນໃນຄັ້ງນີ້ຈະດຳເນີນໄປຮອດທີ 20 ມັງກອນ 2021 ຈຶ່ງຈະອັດລົງ.

 ໂອກາດນີ້ ທ່ານ ພັນໂທ ບຸນໜອມ ຈອມພະອິນ ເລຂາຄະນະພັກຫົວໜ້າການເມືອງກອງພັນ 14 ໄດ້ໂອ້ລົມ ແລະເນັ້ນໜັກໃຫ້ຄະນະຮັບຜິດຊອບພະນັກງານ-ນັກຮົບ ແລະນັກກີລາແຕ່ລະທີມຈົ່ງເພີ່ມທະວີຍົກສູງຄວາມຮັບຜິດຊອບຂອງຕົນໃຫ້ສູງຂຶ້ນກວ່າເກົ່າ,ລະມັດລະວັງໃນການຫຼິ້ນກີລາແຕ່ລະ ະເພດເພື່ອຮັບປະກັນທາງດ້ານສຸຂະ ພາບບໍ່ໃຫ້ບາດເຈັບໃນເວລາແຂ່ງຂັນເພື່ອເຮັດສຳເລັດໜ້າທີ່ຂອງໃຜລາວ ແລະຮັດແໜ້ນຄວາມສາມັກຄີໃຫ້ເປັນປຶກແຜ່ນແກ່ນສານ, ພ້ອມທັງເປັນຜົນງານເປັນຂະບວນການຂໍ່ານັບຮັບຕ້ອນວັນທີ່ມີຄວາມໝາຍຄວາມສຳຄັນດັ່ງກ່າວໃຫ້ເຕັມໄປດ້ວຍຄວາມເບີກບານມ່ວນຊື່ນຢ່າງຕໍ່ເນື່ອງ.

ໂດຍ: ສິບເອກ ສອນພິໄຊ