ມສ ເມືອງໝໍ ເປີດການແຂ່ງຂັນກີລາປະຈໍາສົກຮຽນ

  ເມື່ອບໍ່ດົນມານີ້ໂຮງຮຽນມັດທະຍົມສົມບູນເມືອງໝໍເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຈັດພິທີເປີດການແຂ່ງຂັນກີລາປະຈໍາສົກຮຽນ 2020-2021 ຂຶ້ນຢ່າງເປັນທາງການທີ່ເດີ່ນກີລາໂຮງຮຽນດັ່ງກ່າວ,ໂດຍເຂົ້າຮ່ວມຂອງ ທ່ານນາງ ຈັນທະສອນ ແສນພັນສິລິ ຫົວໜ້າຄະນະຈັດຕັ້ງເມືອງ,ທ່ານ ນາວອນ ສອນສຸພາບ ຮອງຫົວໜ້າຫ້ອງການສຶກສາທິການ ແລະກີລາເມືອງ, ທ່ານ ອານຸເດດ ພິທັກ ຜູ້ອໍານວຍການໂຮງຮຽນມັດທະຍົມສົມບູນ ເມືອງໝໍ,ມີຕ່າງໜ້າອົງການປົກຄອງບ້ານເມືອງໝໍ, ປະ ທານສະມາຄົມພໍ່ແມ່ນັກຮຽນ, ຄູ-ອາຈານ ແລະນ້ອງນັກຮຽນພາຍໃນໂຮງຮຽນເຂົ້າຮ່ວມ.

   ທ່ານ ອານຸເດດ ພິທັກ ຜູ້ອໍານວຍການໂຮງຮຽນມັດທະຍົມສົມບູນເມືອງໝໍໄດ້ລາຍງານວ່າ: ການຈັດການແຂ່ງຂັນກີລາໃນຄັ້ງນີ້, ເພື່ອໃຫ້ນັກຮຽນຫ່າງໄກຈາກຢາ ເສບຕິດຫັນມາຫຼິ້ນກີລາທັງເປັນການສ້າງຄວາມສາມັກຄີພາຍໃນໂຮງຮຽນເຮັດໃຫ້ນັກຮຽນມີສຸຂະພາບແຂງແຮງທາງດ້ານຮ່າງກາຍ, ຈິດໃຈ ແລະເປັນການປູກຈິດສໍານຶກໃຫ້ນັກຮຽນມີນໍ້າໃຈນັກກີລາຮູ້ແພ້, ຮູ້ຊະນະ, ຮູ້ໃຫ້ອະໄພເຊິ່ງກັນ ແລະກັນ ແລະເພື່ອຄັດເລືອກເອົານັກກີລາທີ່ມີພອນສະຫວັນໃນການຫຼິ້ນກີລາປະເພດຕ່າງໆມາສັງກັດຢູ່ທີມໂຮງຮຽນ ແລະເຄື່ອນໄຫວກີລາຢູ່ພາຍໃນເມືອງ.

   ການຈັດການແຂ່ງຂັນກີລາໄດ້ແບ່ງອອກເປັນ 2 ຂັ້ນ ຄື: ມຕົ້ນ ແລະ ມປາຍ, ມີ 3 ປະເພດກີລາຄື: ບານເຕະຍິງ-ຊາຍ, ບານສົ່ງຍິງ-ຊາຍ ແລະກະຕໍ້ຫວາຍຊາຍມີທັງໝົດ 70 ທີມ, ໃນນີ້, ບານເຕະຍິງ- ຊາຍ 28 ທີມ, ບານສົ່ງ ຍິງ-ຊາຍ 28 ທີມ ແລະກະຕໍ້ຫວາຍຊາຍ 14 ທີມ.

  ຈາກນັ້ນ, ທ່ານ ນາງ ຈັນທະສອນ ແສນພັນສິລິ ຫົວໜ້າຄະນະຈັດຕັ້ງເມືອງຍັງໄດ້ໃຫ້ກຽດມີຄໍາເຫັນ ແລະກ່າວເປີດພິທີຢ່າງເປັນທາງການ, ຕອນທ້າຍພິທີຍັງໄດ້ຮັບຊົມການສະແດງມວຍລາຍລາວ ແລະສິລະປະຂອງນ້ອງນັກຮຽນຕື່ມອີກ.