5 ປີສານປະຊາຊົນແຂວງໄຊຍະແກ້ໄຂຄະດີສໍາເລັດ 2,7 ພັນເລື່ອງ

  ໃນໄລຍະ 5 ປີຜ່ານມາສານປະຊາຊົນແຂວງໄຊຍະບູລີຕັ້ງໜ້າເຄື່ອນໄຫວວຽກງານໃນການຕັດສິນຄະດີດ້ວຍຄວາມຮັບຜິດຊອບຂອງພະນັກງານຜູ້ເຮັດວຽກງານຕັດສິນຄະດີໄດ້ມີຄຸນທາດການເມືອງຄຸນສົມບັດສິນທໍາປະຕິວັດ,ຈັນຍາບັນ,ຈັນຍາທໍາມີຄວາມບໍລິສຸດສັດຊື່ທ່ຽງທໍາມີຄວາມຮັບຜິດຊອບໃນການປະຕິບັດໜ້າທີ່ວຽກງານ, ການບໍລິຫານສານ-ບໍລິຫານຄະດີ, ມີຄຸນນະພາບ, ການພິຈາລະນາຕັດສິນຄະດີມີຄວາມວ່ອງໄວ, ໂປ່ງໃສ, ຖືກຕ້ອງ ແລະຮັບປະກັນຄວາມຍຸຕິທໍາໃນສັງຄົມເຮັດໃຫ້ສັງຄົມມີຄວາມເຄົາລົບເຊື່ອຖືຕໍ່ການຕັດສິນຂອງສານຫຼາຍຂຶ້ນ.

   ທ່ານ ຄໍາສິງ ສີບົວພັນ ປະທານສານແຂວງໄຊຍະບູລີ ໄດ້ໃຫ້ຮູ້ວ່າ: ກົນໄກແບບແຜນການດໍາເນີນຄະດີສານແຂວງໄຊຍະບູລີແມ່ນມີຄວາມວ່ອງໄວ, ໂປ່ງໃສ, ຖືກຕ້ອງ ແລະຮັບປະກັນຄວາມຍຸຕິທໍາໃນສັງຄົມ, 5 ປີຜ່ານມາສານແຂວງມີຄະດີເກີດຂຶ້ນທັງໝົດ 2.779 ເລື່ອງ, ຂັ້ນອຸທອນ 43 ເລື່ອງ; ໃນນີ້ຄະດີອາຍາ 1.968 ເລື່ອງ, ຂັ້ນອຸທອນ 6 ເລື່ອງ, ຄະດີແພ່ງ 438 ເລື່ອງ, ອຸທອນ 32 ເລື່ອງ, ຄະດີຄອບຄົວ 226 ເລື່ອງ, ອຸທອນ 5 ເລື່ອງ, ຄະດີການຄ້າ 46 ເລື່ອງ,ຄະດີເດັກ 56 ເລື່ອງ, ໄດ້ແກ້ໄຂຕັດສິນແລ້ວ 2.702 ເລື່ອງ, ອຸທອນ 40 ເລື່ອງ ແລະພວມສືບຕໍ່ດໍາເນີນແກ້ໄຂ 77 ເລື່ອງ, ອຸທອນ 3 ເລື່ອງ, ໃນໄລຍະ 1 ປີ ຜ່ານມາສານປະຊາຊົນທົ່ວແຂວງໄຊຍະບູລີມີຄະດີທັງໝົດ 735 ເລື່ອງ, ຂັ້ນອຸທອນ 14 ເລື່ອງ, ຄະດີຄ້າງມາ 49 ເລື່ອງ, ຂັ້ນອຸທອນ 2 ເລື່ອງ,ເຂົ້າໃໝ່ 686 ເລື່ອງ, ຂັ້ນອຸທອນ 12 ເລື່ອງ, ແກ້ໄຂສໍາເລັດແລ້ວ 661 ເລື່ອງ, ຂັ້ນອຸທອນ 9 ເລື່ອງ, ພວມສືບຕໍ່ແກ້ໄຂ 74 ເລື່ອງ, ຂັ້ນອຸທອນ 7 ເລື່ອງ; ໃນຄະດີທີ່ແກ້ໄຂໄປແລ້ວນັ້ນຄູ່ຄວາມມີການຈອງຂໍອຸທອນ 12 ເລື່ອງ, ຂໍລົບລ້າງ 3 ເລື່ອງສະເພາະສານແຂວງມີຄະດີຄ້າງມາຈໍານວນ 28 ເລື່ອງ, ຂັ້ນອຸທອນ 2 ເລື່ອງ, ເຂົ້າໃໝ່ 394 ເລື່ອງ, ຂັ້ນອຸທອນ 12 ເລື່ອງ ລວມທັງໝົດ 422 ເລື່ອງ, ຂັ້ນອຸທອນ 14 ເລື່ອງ,ແກ້ໄຂແລ້ວ 396 ເລື່ອງ,ຂັ້ນອຸທອນ 9 ເລື່ອງ, ຄະດີຍັງຄ້າງພວມສືບຕໍ່ແກ້ໄຂ 26 ເລື່ອງ,ຂັ້ນອຸທອນເລື່ອງ, ຄະດີທີ່ແກ້ໄຂໄປແລ້ວນັ້ນຄູ່ຄວາມພໍໃຈມີການຈອງ 12 ເລື່ອງ, ຂັ້ນອຸທອນ 9 ເລື່ອງ, ຂໍລົບລ້າງ 3 ເລື່ອງ.

  ທ່ານ ຄຳສິງ ສີບົວພັນ ຍັງໃຫ້ຮູ້ຕື່ມວ່າໃນປີ 2021 ນີ້ສານປະຊາຊົນແຂວງຕ້ອງໄດ້ເອົາໃຈໃສ່ພິຈາລະນາແກ້ໄຂຄະດີໃຫ້ມີຄວາມວ່ອງໄວບັນລຸ 85%, ການຕັດສິນມີຄຸນນະພາບອັດຕາຂັ້ນອຸທອນຢູ່ໃນລະດັບ 15%, ການຂໍລົບລ້າງຢູ່ໃນ 13% ໂດຍສຸມໃສ່ຍົກສູງປະສິດທິພາບການດໍາເນີນຄະດີຢູ່ສານປະຊາຊົນແຂວງ ແລະສານປະ ຊາຊົນເຂດໂດຍເນັ້ນໃສ່ການສຶກສາອົບຮົມໄກ່ເກ່ຍເປັນຕົ້ນຕໍ ແລະຖືເອົາການຕັດສິນຕາມກົດໝາຍເປັນສໍາຄັນໂດຍສຸມໃສ່ຍົກສູງປະສິດທິພາບຂອງການດໍາເນີນຄະດີໃຫ້ວ່ອງໄວ ແລະຮັບປະກັນຄວາມຍຸຕິທໍາໃນສັງຄົມ.

ຂ່າວ: ບຸນທີ, ຮູບພາບໜັງສືພິມເສດຖະກິດ-ສັງຄົມ