ເຊກອງ ເຜີຍແຜ່ການຊ່ວຍເຫຼືອຂອງໂຄງການ ຄສກສ

ໃນວັນທີ 13 ມັງກອນ  2021 ທີ່ຫ້ອງປະຊຸມພະແນກກະສິກໍາ ແລະປ່າໄມ້ ແຂວງເຊກອງ ໄດ້ມີກອງປະຊຸມເຜີຍແຜ່ການຊ່ວຍເຫຼືອຢ່າງເປັນທາງການຂອງໂຄງການສົ່ງເສີມລະບົບຕ່ອງໂສ້ການຜະລິດກະວິກຳເປັນສິນຄ້າທີ່ເປັນມິດຕໍ່ສິ່ງແວດລ້ອມ ຫຼື ຄສກສ ໃຫ້ແກ່ກຸ່ມການຜະລິດກະສິກຳຂະໜາດນ້ອຍ (SFS) ແລະຜູ້ປະກອບການທຸລະກິດກະສິກຳແບບມີສ່ວນສ່ວນ (MGS), ໂດຍການເປັນປະທານຂອງທ່ານ ເສີມສີ ສຸລິຕະ ຮອງຫົວໜ້າແນກກະສິກຳ ແລະປ່າໄມ້ແຂວງທັງເປັນຜູ້ຊີ້ນໍາໂຄງການ ຄສກສ, ມີບັນດາອົງປະກອບພາກລັດທີ່ກ່ຽວຂ້ອງຂັ້ນສູນກາງ ແລະຂັ້ນແຂວງ,ບັນດາຜູ້ປະສານງານຂັ້ນແຂວງ-ຂັ້ນເມືອງ, ຕາງໜ້າກຸ່ມຜູ້ຜະລິດກະສິກໍາຈາກ 2 ເມືອງເປົ້າໝາຍຄື: ເມືອງທ່າແຕງ ແລະເມືອງດາກຈຶງ ແລະທີມງານທີ່ປຶກສາດ້ານຄຸ້ມຄອງການເງິນໂຄງການເຂົ້າຮ່ວມ.

  ຈຸດປະສົ່ງຂອງກອງປະຊຸມແມ່ນເພື່ອເປີດການຊ່ວຍເຫຼືອຢ່າງເປັນທາງການຂອງໂຄງການ ຄສກສ ໂດຍສະເພາະການເຜີຍແຜ່ແນະນຳບັນດາຂັ້ນຕອນ,ເງື່ອນໄຂ ແລະການນໍາໃຊ້ທຶນຂອງໂຄງການໃຫ້ແກ່ກຸ່ມຜະລິດກະສິກຳຜູ້ປະກອບການກະສິກຳ ແລະ ພາກສ່ວນທີ່ກ່ຽວຂ້ອງ ແລະ ເຂົ້າສະໝັກໃນການຈັດຕັ້ງປະຕິບັດວຽກງານດັ່ງ ກ່າວຊຶ່ງໂຄງການ ຄສກສ ນີ້ແມ່ນໄດ້ລິເລີ່ມຈັດຕັ້ງປະຕິບັດໃນປີ 2018 ເປັນຕົ້ນມາ ໂດຍໄດ້ດຳ ເນີນຢູ່ນະຄອນຫຼວງວຽງຈັນ  ແລະ 5 ແຂວງພາກກາງ ແລະພາກໃຕ້; ສໍາລັບຢູ່ແຂວງເຊກອງແມ່ນໄດ້ຮັບທຶນຊ່ວຍເຫຼືອລ້າຈາກທະນາຄານພັດທະນາອາຊີ (ADB) ໂດຍເລັງໃສ່ກຸ່ມການຜະລິດພືດຜັກຢູ່ເມືອງດາກຈຶງ ແລະ ເມືອງທ່າ ແຕງແລະທຸລະກິດກະສິກຳ, ໂຮງເຮືອນຄັດແຍກ ແລະຫຸ້ມຫໍ່ພືດຜັກ.

   ໃນກອງປະຊຸມຄັ້ງນີ້, ທ່ານ ບຸນສົ່ງ ລໍາມະຍົດ ຫົວໜ້າປະສານງານໂຄງການ ຄສກສ ແຂວງເຊກອງ ໄດ້ນຳສະເໜີພາບລວມຂອງໂຄງການ ຄສກສ, ຫຼັງຈາກນັ້ນທ່ານ ສຸລິພອນສິດ ລັດຕະນະມົງຄຸນ ທີ່ປຶກສາດ້ານການຄຸ້ມຄອງການເງິນ (FME) ໄດ້ນໍາສະເໜີກ່ຽວກັບພາບລວມຂອງທີ່ປຶກສາຄຸ້ມຄອງການເງິນ ແລະການເປີດການຊ່ວຍເຫຼືອຢ່າງເປັນທາງການຂອງໂຄງການສົ່ງເສີມລະບົບຕ່ອງໂສ້ການຜະລິດກະສິກໍາເປັນສິນຄ້າທີ່ເປັນມິດຕໍ່ສິ່ງແວດລ້ອມ ຄສກສ ໃຫ້ແກ່ກຸ່ມຜູ້ຜະລິດກະສິກຳຂະໜາດນ້ອຍ (SFS) ແລະຜູ້ປະກອບການທຸລະກິດກະສິກຳແບບມີສ່ວນຮ່ວມ (MGS).

  ຈາກນັ້ນ, ທີ່ປຶກສາດ້ານການຄຸ້ມຄອງການເງິນ (FME) ດ້ນໍາສະເໜີການເຂົ້າເຖິງທຶນກຸ່ມຜູ້ຜະລິດຂະໜາດນ້ອຍ SFS ແລະແນະນໍາກ່ຽວກັບບັນດາເງື່ອນໄຂໃນການປະກອບເອກະສານເພື່ອສະໝັກ ແລະ ຮັບການພິຈາລະນາໃນການນໍາໃຊ້ທຶນຂອງໂຄງການໃຫ້ແກ່ກຸ່ມຜະລິດກະສິກຳ,ຜູ້ປະກອບການທຸລະກິດກະສິກຳ ແລະ ພາກ ສ່ວນທີ່ກ່ຽວຂ້ອງ ແລະພ້ອມດຽວກັນນີ້, ກໍ່ໄດ້ເປີດຮັບໃບສະໝັກເພື່ອຂໍຮັບທຶນຊ່ວຍເຫຼືອດັ່ງກ່າວຢ່າງເປັນທາງການ.

  ນອກນີູ້້ເຂົ້າຮ່ວມໄດ້ປະກອບຄໍາຄິດເຫັນກ່ຽວກັບທຶນສະໜັບສະໜູນດັ່ງກ່າວເພື່ອໃຫ້ການຈັດຕັ້ງປະຕິບັດກິດຈະກຳຂອງໂຄງການ ຄສກສ ໃຫ້ມີປະສິດທິຜົນຢ່າງສູງສຸດ.

---------

ຂ່າວພຸດທະສອນ

ຮູບພາບໜັງສືພິມເສດຖະກິດ-ສັງຄົມ