ທີຊີແອລສ້າງສະຖານທີ່ຜະລິດໃໝ່ ໃນຫວຽດນາມ

  ສສ ຫວຽດນາມ ມີຄວາມສຳຄັນດ້ານຍຸດທະສາດພາຍໃຕ້ແຜນການພັດທະນາລະດັບໂລກຂອງທີຊີແອລໃນຖານະທີ່ເປັນສູນກາງການຜະລິດລະດັບພາກພື້ນນອກຈາກນັ້ນຍັງເນັ້ນເຖິງທຸລະກິດໄລຍະຍາວຂອງບໍລິສັດໃນຕະຫຼາດຫວຽດນາມ.

  ຕາມຂ່າວຕ່າງປະເທດລາຍງານວ່າທີຊີແອລ ໜຶ່ງໃນສາມຍີຫໍ້ໂທລະພາບລາຍໃຫຍ່ຂອງໂລກ ແລະບໍລິສັດສິນຄ້າອິເລັກໂຕນິກເພື່ອຜູ້ບໍລິໂພກຊັ້ນນໍາເຮັດພິທີວາງສີລາລຶກສ້າງສະຖານທີ່ການຜະລິດຄົບວົງຈອນແຫ່ງໃໝ່ໃນແຂວງບີ້ງ ເຢືອງຂອງຫວຽດນາມ ໂດຍເມື່ອສ້າງສຳເລັດ ຈະກາຍເປັນໂຮງງານຜະລິດລະບົບດິຈິຕອນຄົບວົງຈອນທີ່ມີຂະໜາດໃຫຍ່ທີ່ສຸດໃນບັນດາ ໂຮງງານຜະລິດໂທລະພາບຈີນໃນອາຊີຕາເວັນ ອອກສຽງໃຕ້ (ອາຊຽນ). ຊຶ່ງສະຖານທີ່ການ ຜະລິດແຫ່ງໃໝ່ຄວບຄຸມພື້ນທີ່ 73.000 ຕາແມັດໂດຍແບ່ງການກໍ່ສ້າງອອກເປັນສອງຊຸດ ແລະໃຊ້ເງິນລົງທຶນລວມຫຼາຍກວ່າ 53,5 ລ້ານໂດລາສະຫະ ລັດ, ໂດຍຊຸດທຳອິດຈະໃຊ້ເງິນລົງ ທຶນ 37,1 ລ້ານໂດລາ ແລະຄາດວ່າ ຈະມີກຳ ລັງການຜະລິດໂທລະພາບສູງສຸດ 1 ລ້ານໜ່ວຍ ຕໍ່ປີ ຊຶ່ງຫຼາຍກວ່າກຳລັງການຜະລິດໃນປະຈຸ ບັນຂອງໂຮງງານໃນແຂວງດົງນາຍເຖິງ 2 ເທົ່າ ແລະເມື່ອຊຸດສອງສ້າງສຳເລັດສົມບູນດ້ວຍ ເງິນລົງທຶນເພີ່ມຕື່ມອີກ 16,3 ລ້ານໂດລາຄາດວ່າກຳລັງການຜະລິດໂທລະພາບຈະເພີ່ມຂຶ້ນເປັນສູງສຸດ 3 ລ້ານໜ່ວຍຕໍ່ປີ.

  ສະຖານທີ່ການຜະລິດຄົບວົງຈອນແຫ່ງນີ້ຈະຜະລິດໂທລະພາບປ້ອນຕະຫຼາດຫວຽດນາມ ແລະປະເທດອື່ນໆໃນອາຊຽນລວມທັງຟິລິບປິນ ແລະໄທເພື່ອຕອບສະໜອງຄວາມຕ້ອງການໂທລະພາບຄຸນນະພາບສູງທີ່ກຳລັງເພີ່ມຂຶ້ນຢ່າງຕໍ່ເນື່ອງ.

ນສພ ເສດຖະກິດ-ສັງຄົມ