ໂນ​້ເກ​ຍກຳລັງ​ຈະ​ເປີດ​ໂຕ Nokia Purebook ແລ​ບທອບລຸ້ນ​ໃໝ່​ໄວໆ​ນີ້

ຕອນນີ້ Nokia ນອກຈາກຈະເປັນແບຣນສະມາດໂຟນແລ້ວແລະຍັງມີສະມາດທີວີຂອງ Nokia ວາງຈຳໜ່າຍຢູ່ດ້ວຍຈຶ່ງບໍ່ໜ້າແປກໃຈທີ່ມີລາຍງານວ່າທາງ Nokia ກຳລັງຈະເປີດໂຕແລບທອບລຸ້ນໃໝ່ໃນໄວໆນີ້ທີ່ປະເທດອິນເດຍ.

    ຂໍ້ມູນກ່ຽວກັບແລບທອບລຸ້ນໃໝ່ຂອງ Nokia ຍັງບໍ່ມີຫຼາຍແຕ່ຮ້ານຄ້າຍ່ອຍລາຍໃຫຍ່ Flipkart ປ່ອຍຮູບພາບທີເຊີອອກມາຢືນຢັນແລ້ວລະບຸຊື່ແລບທອບວ່າ PureBook ສອດຄ່ອງກັບແບຣນກ້ອງ PureView ຂອງ Nokia ​ແລະມີຂໍ້ຄວາມໂຄສະນາວ່າຈະມີນໍ້າໜັກເບົາເປັນພິເສດແລະມີປະສິດທິພາບສູງດ້ວຍ.

  ທັງນີ້ Nokia ​ເຄີຍຜະລິດແລບທອບອອກມາແລ້ວໃນປີ 2009 ​ເອີ້ນວ່າ Nokia Booklet 3G ​ແລະເຄີຍມີແທບເລັດແບບ 2-in-1 ທີ່ມາພ້ອມແຜງຄີບອດໃຫ້ປະສົບການຄ້າຍຄື Surface ​ເອີ້ນວ່າ Nokia Lumia 2520 ​ແຕ່ໜ້າເສຍດາຍທີ່ Flipkart ຍັງບໍ່ເປີດເຜີຍກຳນົດການເປີດໂຕຢ່າງເປັນທາງການ.​