ຫຼວງພະບາງ ເຂັ້ມງວດກວດສິນຄ້ານຳເຂົ້າບໍ່ຖືກຕ້ອງ

 ພະແນກອຸດສາຫະກໍ  ລະການຄ້າແຂວງຫຼວງພະບາງໂດຍສະເພາະແມ່ນຂະແໜງການຄ້າພາຍໃນໄດ້ລົງກວດກາຢາສູບທີນຳເຂົ້າບໍ່ຖືກຕ້ອງຕາມລະບຽບກົດໝາຍຢູ່ນະຄອນຫຼວງພະບາງລວມທັງໝົດ 117 ຮ້ານ, ກວດພົບເຫັນຢາສູບທັງໝົດ 69 ຮ້ານ, 654  ຊອງຕົກເປັນມູນຄ່າ 7 ລ້ານກວ່າກີບ.

   ຈາກບົດສະຫຼຸບຂອງຂະແໜງການຄ້າພາຍລາຍງານໃຫ້ຮູ້ວ່າ: ສໍາລັບການລົງກວດກາຄັ້ງນີ້ກໍເພື່ອປົກປ້ອງຜູ້ບໍລິໂພກສິນຄ້າໝົດອາຍຸແລະນໍາເຂົ້າບໍ່ຖືກຕ້ອງຕາມລະ ບຽບກົດໝາຍຊຶ່ງໄດ້ເລີ່ມລົງກວດກາຕົວຈິງແຕ່ທ້າຍປີ 2020 ຢູ່ບັນດາຮ້ານຊຸເປີມາແກັດ, ຮ້ານຂາຍເຄື່ອງສົ່ງ ແລະຮ້ານຂາຍເຄື່ອງຍ່ອຍທົ່ວໄປຢູ່ພາຍໃນນະຄອນຫຼວງພະບາງ ລວມທັງໝົດ 117 ຮ້ານ, ຢູ່ໃນເປົ້າໝາຍ ທາງບໍລິສັດຢາສູບລາວເອົາໃຫ້  92  ຮ້ານ ແລະນອກເປົ້າໝາຍພົບ 25 ຮ້ານ ໃນນັ້ນພົບເຫັນຢາສູບທັງໝົດ 69  ຮ້ານ, ຢູ່ໃນເປົ້າໝາຍ 44 ຮ້ານ,ຢຶດຢາສູບໄດ້ 422 ຊອງຄື: ຢາ PINE 143 ຊອງຢາ CNANGE 137 ຊອງ,ຢາICECAFE 70 ຊອງ,ຢາ MarLboro 72 ຊອງ, ຕົກເປັນມູນຄ່າທັງໝົດ 4,5 ລ້ານກີບ ແລະນອກເປົ້າໝາຍ 25 ຮ້ານຢຶດຢາສູບໄດ້ 232 ຊອງຄື: ຢາ PINE 101 ຊອງ, ຢາ CNANGE 69 ຊອງ,  ຢາ ICECAFE 33 ຊອງ, ຢາສາມຫ້າ 555 14 ຊອງ, ຢາສູບອື່ນໆ 15 ຊອງ,ຕົກເປັນມູນຄ່າ 2,8 ລ້ານກີບ, ລວມທັງໝົດ 654 ຊອງຕົກເປັນມູນຄ່າທັງໝົດ 7,4 ລ້ານກີບ.

   ສໍາລັບການກວດກາຢູ່ນະຄອນຫຼວງພະບາງແມ່ນສໍາເລັດແລ້ວ ແລະສຶບຕໍ່ລົງກວດກາຢູ່ 11 ເມືອງຕື່ມອີກ.

  ຕໍ່ກັບຜູ້ລະເມີດທີ່ກວດພົບເຫັນໃນການນໍາເຂົ້າຈໍາໜ່າຍສິນຄ້າຢາສູບບໍ່ຖືກຕ້ອງຕາມລະບຽບກົດໝາຍທາງການຄ້າ ແຂວງຫຼວງພະບາງ ຈະໄດ້ເຮັດບົດບັນທຶກກັບເຈົ້າຂອງຮ້ານພ້ອມຍືດຂອງກາງໄວ້ເພື່ອນໍາໄປທໍາລາຍຖິ້ມຕາມດໍາລັດເລກທີ 508/ນຍ ແລະ ດໍາລັດເລກທີ 52/ລບ ວ່າດ້ວຍການປັບໃໝ ແລະ ນໍາໃຊ້ມາດຕະການອື່ນຕໍການລະເມີດກົດໝາຍແລະລະບຽບການກ່ຽວກັບການຄວບຄຸມຢາສູບ.

----------

ຂ່າວ: ສີສຸວັນ, ຮູບພາບໜັງສືພິມເສດຖະກິດ-ສັງຄົມ