HSMM ນຳສະເໜີຜະລິດຕະພັນນໍ້າຫອມດອກຈໍາປາ ແລະໂຊກດີ

ກຸ່ມບໍລິສັດ ເຮສເອສເອັມເອັມ ກຣຸບ (HSMM) ໄດ້ຈັດງານເປີດໂຕຜະລິດຕະພັນນໍ້າຫອມຍີ່ຫໍ້ທຳອິດຂອງປະເທດລາວ ຫຼື HSMM Fragrance ພາຍໃຕ້ຊື່ນໍ້າຫອມດອກຈໍາປາ ແລະໂຊກດີໂດຍຜະລິດຈາກໄມ້ເກດສະໜາ.

  ງານດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 16 ມັງກອນ 2021 ທີ່ຮ້ານຂາຍນໍ້າຫອມ ດອກຈໍາປາ ແລະໂຊກດີ (ສູນການຄ້າພາກຊັນ) ນະຄອນຫຼວງວຽງຈັນໃຫ້ກຽດເຂົ້າຮ່ວມມີທ່ານ ສະຫວັນຄອນ ຣາຊາມຸນຕຣີ ຮອງລັດຖະມົນຕີກະຊວງຖະແຫຼງຂ່າວວັດທະນະທໍາ ແລະທ່ອງທ່ຽວ,ທ່ານ ພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາ ລະນະສຸກ, ທ່ານ ບຸນເຫຼືອ ສິນໄຊວໍຣະວົງ ຮອງລັດຖະມົນຕີກະຊວງການເງິນ, ທ່ານ ສຸລິອຸດົງ ສູນດາລາ ຮອງລັດຖະມົນຕີກະຊວງວິທະຍາສາດ ແລະເຕັກໂນໂລຊີ, ມີແຂກຖືກເຊີນ ແລະພາກສ່ວນກ່ຽວຂ້ອງ.

  ທ່ານ ສຸກທະວີ ໂຈວດຸຣີ ຮອງປະທານກຸ່ມບໍລິສັດ ເຮສເອສເອັມເອັມກຣຸບ (HSMM) ກ່າວວ່າ: ກຸ່ມບໍລິສັດ HSMM ໄດ້ບຸກເບີກທຸລະກິດກ່ຽວກັບໄມ້ເກດສະໜາໃນອາຊີຕາເວັນອອກສ່ຽງໃຕ້ເປັນເວລາຫຼາຍກວ່າສອງທົດສະວັດໂດຍມີສວນປູກ ແລະ ໂຮງງານຂຸດຄົ້ນນໍ້າມັນຈາກໄມ້ເກດສະໜາເປັນຂອງຕົນເອງສ່ວນນໍ້າຫອມ ຫຼື HSMM Fragrance ໄດ້ສ້າງຂຶ້ນໃນປີ 2014 ເພື່ອນໍາໃຊ້ທ່າແຮງອັນເຕັມທີ່ຂອງທຸລະກິດໄມ້ເກດສະໜາ ແລະຖືວ່າເປັນແຫ່ງທໍາອິດທີ່ຜະລິດນໍ້າຫອມລາວໃນ ສປປ ລາວ ພາຍໃຕ້ຊື່ນໍ້າຫອມດອກຈໍາປາ ແລະໂຊກດີ, ຊຶ່ງເຫດຜົນສໍາຄັນໃນການຕັ້ງຊື່ດັ່ງກ່າວແມ່ນຍ້ອນວ່າດອກຈໍາປາເປັນດອກໄມ້ ປະຈໍາຊາດລາວ ແລະຄົນລາວກໍມີຄວາມນິຍົມຊື່ນຊົມເປັນພິເສດ, ເປັນດອກໄມ້ທີ່ມີຄວາມງາມໂດດເດັ່ນເຢັນຕາຈາກທໍາມະຊາດມີສະເໜ່ສະເພາະຕົວຄືມີສີສັນ ແລະກິ່ນຫອມອ່ອນຊຶ່ງເປັນທີ່ດຶງດູດໃຫ້ຄົນເຮົາມີຄວາມສົນໃຈຜູກພັນຮັກໄຄ່ດອກຈໍາປາ.

   ທ່ານ ສຸກທະວີ ໂຈວດຸຣີ ເປັນຄົນເຊື້ອຊາດອິນເດຍຊຶ່ງໃນປີ 2000 ໄດ້ຢ້າຍມາອາໄສຢູ່ ສປປ ລາວ ພ້ອມດ້ວຍຄອບຄົວ, ຈາກນັ້ນໄດ້ປ່ຽນສັນຊາດມາເປັນຄົນລາວຍ້ອນມີຄວາມມັກວິຖີການດໍາລົງຊີວິດແບບຄົນລາວທີ່ມີຄວາອບເອື້ອອາລີເຮັດໃຫ້ຮູ້ສຶກປອດໄພ ແລະໄດ້ຮັບການຊ່ວຍເຫຼືອອໍານວຍຄວາມສະດວກຈາກລັດຖະບານໃນການດໍາເນີນທຸລະກິດດັ່ງນັ້ນເພື່ອສະແດງຄວາມຂອບໃຈ ແລະ ກະຕັນຍູຕໍ່ປະເທດລາວທີ່ເປັນແຜ່ນດິນແມ່ແຫ່ງທີສອງ ທ່ານ ສຸກທະວີ ໂຈວດຸຣີ ຈຶ່ງຢາກມອບຜະລິດຕະພັນນໍ້າ ຫອມດອກຈໍາປາ ແລະໂຊກດີໃຫ້ເປັນກິ່ນຫອມຂອງຊາດລາວ.

ຂ່າວ: ແປ ເສດຖະກິດສັງຄົມ