ຄາດວ່າປີນີ້ຈີດີພີມາເລເຊຍຈະເຕີບໂຕ 4,9%

  ເສດຖະກິດຂອງມາເລ ເຊຍຈະເຂັ້ມແຂງ ແລະຄາດວ່າຕົວ ເລກຜະລິດ ຕະພັນພາຍໃນ (ຈີດີພີ) ຈະຂະຫຍາຍຕົວເຖິງ 4,9% ໃນປີ ນີ້ເຖິງແມ່ນວ່າຈະມີແຮງກົດດັນ ເງິນເຟີ້ຫຼຸດລົງ.

  ຕາມຂ່າວຕ່າງປະເທດລາຍ ງານວ່າ ກະຊວງການເງິນຂອງມາເລເຊຍຄາດຄະເນວ່າຈີດີພີຈະຂະຫຍາຍຕົວເຖິງ 4,9% ໃນປີ ນີ້ຈາກ ຈີດີພີ ທີ່ຂະຫຍາຍຕົວ 4,7% ໃນປີ 2018 ຊຶ່ງຊ່ວຍກຳຈັດຄວາມ ກັງວົນເລື່ອງພາວະເງິນຝືດ ຫຼັງ ຈາກດັດຊະນີລາຄາຜູ້ບໍລິໂພກ (CPI) ຫຼຸດລົງ 0,7% ໃນເດືອນ ມັງກອນ ຖືວ່າຕໍ່າສຸດໃນຮອບເກືອບ 10 ປີ, ຜົນການສຳຫຼວດຂອງ Neilsen ຊີ້ວ່າ ຄວາມເຊື່ອໝັ້ນ ຂອງຜູ້ບໍລິໂພກມາເລເຊຍຢູ່ທີ່ 118 ຈຸດໃນໄຕມາດ 4 ຂອງປີ 2018 ສູງກວ່າປີ 2017 ເຖິງ 24 ຈຸດ ໂດຍການເຕີບໂຕຢ່າງກ້າວກະໂດດ ນີ້ຖືວ່າ ສູງສຸດໃນບັນດາທຸກປະ ເທດໃນການສຳຫຼວດ ແລະຈັດອັນ ດັບໃຫ້ຜູ້ບໍລິໂພກມາເລເຊຍມີ ຄວາມເຊື່ອໝັ້ນຢູ່ໃນອັນດັບ 7 ຈາກ 64 ປະເທດ.

ນສພ ເສດຖະກິດ-ສັງຄົມ

ນອກຈາກນີ້ ເງິນທຶນໂດຍກົງ ຈາກຕ່າງປະເທດໃນຂະແໜງ ການຜະລິດທີ່ຜ່ານການອະນຸມັດ ໃນໄລຍະ 9 ເດືອນທຳອິດຂອງ ປີ 2018 ເພີ່ມຂຶ້ນເປັນ 48,8 ຕື້ ຣິງກິດ ເຕີບໂຕຂຶ້ນຈາກໄລຍະເວລາດຽວກັນຂອງປີ 2017 ເຖິງ 249%.