ການເງິນເມືອງບາຈຽງ ສະຫຼຸບວຽກງານປະຈຳປີ

   ໃນວັນທີ 14 ມັງກອນ ຜ່ານມານີ້ຫ້ອງການໆເງິນເມືອງບາຈຽງຈະເລີນສຸກ ແຂວງຈໍາປາສັກ ໄດ້ສະຫຼຸບວຽກງານການຈັດຕັ້ງປະຕິບັດແຜນງົບປະມານໃນໄລຍະປີ 2020 ຂຶ້ນທີ່ຫ້ອງປະຊຸມສະໂມສອນນ້ອຍຂອງເມືອງພາຍໃຕ້ການເປັນປະທານຂອງທ່ານ ຄໍາມ່ວນ ຊາພິຈິດ ຮອງເຈົ້າເມືອງໆບາຈຽງຈະເລີນສຸກ, ທ່ານ ໄກ່ສອນ ລາດ ສະວົງ ຮອງຫົວໜ້າພະແນກການເງິນແຂວງຈໍາປາສັກ, ມີຫົວໜ້າຫ້ອງການ, ຮອງຫ້ອງການ, ພະນັກງານ-ວິຊາການເຂົ້າຮ່ວມ.

  ໃນກອງປະຊຸມທ່ານ ສີວິໄລ ວົງພະຈັນ ຫົວໜ້າຫ້ອງການໆເງິນເມືອງດັ່ງກ່າວໄດ້ຜ່ານບົດສະຫຼຸບການຈັດຕັ້ງປະຕິບັດແຜນງານງົບປະມານ 1 ປີຜ່ານມາ ແລະວາງແຜນທິດທາງປີ 2021 ໃຫ້ຮູ້ວ່າ: ໃນ1 ປີຜ່ານມາ ຫ້ອງການໆເງິນເມືອງແມ່ນໄດ້ສຶກສາອົບຮົມການເມືອງແນວຄິດໃຫ້ແກ່ພະນັກງານ, ໍ່ແມ່ປະຊາຊົນຕະຫຼອດຮອດຫົວໜ່ວຍທຸລະກິດຮັບຮູ້ ແລະເຂົ້າໃຈຕໍ່ແນວທາງນະໂຍບາຍຂອງພັກ-ລັດຖະບານວາງອອກແຕ່ລະໄລຍະເພື່ອຕັ້ງໜ້າປະຕິບັດພັນທະຂອງຕົນຕາມກົດໝາຍ, ນຳເອົາ ບັນດານິຕິກໍາຕ່າງໆລວມທັງທິດຊີ້ນໍາບັນດາໜ້າວຽກລາຍຮັບຕ່າງໆມາຜັນຂະຫຍາຍຢ່າງກວ້າງຂວາງຫັນພະນັກງານລົງກໍ່ສ້າງຮາກຖານຕາມສາຍຕັ້ງເພື່ອສ້າງວຽກ ງານການເງິນຂັ້ນບ້ານໃຫ້ມີຄວາມເຂັ້ມແຂງຈຶ່ງສາມາດປະຕິບັດລາຍຮັບ-ລາຍຈ່າຍໄດ້ຕາມລະດັບຄາດໝາຍ.

ປີ 2020 ຜ່ານມາເມືອງບາຈຽງ ຈະເລິນສຸກ ແຂວງຈໍາປາສັກ ສາມາດເກັບລາຍຮັບເຂົ້າງົບປະມານໄດ້ທັງໝົດ 10,9 ຕື້ກີບ, ທຽບໃສແຜນການປີປະຕິບັດໄດ້ 87%, ໃນນັ້ນໄດ້ມີລາຍຮັບຈາກອາກອນ, ອາກອນປົກກະຕິ, ລາຍຮັບຈາກທີ່ດິນ, ຈົດທະບຽນ, ຄ່າທໍານຽມ ແລະອື່ນໆ.

ຂ່າວ: ໂພທິຣາຊ