ກຽມພັດທະນາດານເກີ້ງ ເມືອງເຊບັ້ງໄຟ ເປັນແຫຼ່ງທ່ອງທ່ຽວທີ່ໜ້າສົນໃຈ

  ເມື່ອບໍ່ດົນຜ່ານມານີ້ຫ້ອງການຖະແຫຼງຂ່າວ, ວັດທະນະທຳ ແລະທ່ອງທ່ຽວເມືອງເຊບັ້ງໄຟ ແຂວງຄຳມ່ວນ ໄດ້ລົງສຳຫຼວດພື້ນທີ່ດານເກີ້ງ ບ້ານຖໍ້າລາຍໂດຍນຳພາຂອງທ່ານ ບັນທະລານໍລະເສນຜູ້ຮັບຜິດຊອບວຽກງານຖະແຫຼງຂ່າວ, ວັດທະນະທຳ ແລະທ່ອງທ່ຽວພ້ອມດ້ວຍຄະນະ ແລະທີມງານວິຊາການຫ້ອງການ ຖວທ ສົມທົບກັບການຈັດຕັ້ງ ບ້ານນຳພາໂດຍທ່ານ ສີສົມພອນ ພົມວິສອນ ຄະນະພັກຮາກຖານກຸ່ມບ້ານສ້ອມພ້ອມດ້ວຍນາຍບ້ານ, ການຈັດຕັ້ງທຸກພາກສ່ວນ.
 
  ໃນການລົງສຳຫຼວດຄັ້ງນີ້ແມ່ນໃຊ້ລົດອີແຕັນ ຈຳນວນ 3 ຄັນ ເສັ້ນທາງແມ່ນຍັງມີຄວາມຫຍຸ້ງຍາກໄລຍະທາງປະມານ 4 ກິໂລແມັດ ໃຊ້ເວລາປະມານ 1 ຊົ່ວໂມງກວ່າ ຈຶ່ງເຂົ້າຮອດສະຖານທີ່ເຊິ່ງດານເກີ້ງມີເນື້ອທີ່ປະມານ 115 ເຮັກຕາເປັນດານ,ມີຫີນຕັ້ງເປັນຮູບລັກສະນະຄືເກີ້ງ,ດອກເຫັດປວກ, ໝາຫຍຸຍແນມເບິ່ງທ້ອງຟ້າມີຄວາມສວຍງາມສາມາດແນມເຫັນໄກໄດ້ທິວທັດທຳມະຊາດເລາະຕາມແຄມດານຍັງມີຕົ້ນໄມ້ໃຫຍ່ຫຼາຍຊະນິດ, ຫຼັງຈາກນັ້ນຍັງໄດ້ໄປເບິ່ງດານພະຍານາກຊຶ່ງມີໄລຍະຫ່າງອອກໄປປະມານ 500 ແມັດ ລັກສະນະເປັນດານ, ມີດອກໄມ້ຫຼາຍຊະນິດເປັນພູສູງແນມເຫັນໄກທຳມະຊາດສວຍງາມ.
 
  ຈາກນັ້ນຍັງໄດ້ສຳຫຼວດເບິ່ງເສັ້ນທາງເຂົ້າມີຫ້ວຍເພື່ອກໍ່ສ້າງຂົວຂ້າມຊຶ່ງມີຄວາມກວ້າງຂອງຫ້ວຍ 12 ແມັດ ເພື່ອຈະສ້າງເສັ້ນທາງໃໝ່ເຂົ້າໄປຫາດານຖ້າກໍ່ສ້າງເສັ້ນ ທາງນີ້ສຳເລັດແມ່ນໄລຍະທາງສັ້ນກວ່າເກົ່າການເຂົ້າໄປຫາດານແມ່ນໃຊ້ເວລາສັ້ນເຂົ້າ ແລະທາງທີມງານຍັງໄດ້ສຳພາດການຈັດຕັ້ງເພື່ອເກັບກຳຂໍ້ມູນຂຽນເປັນບົດສະເໜີໂຄງ ແລະບົດວິພາກເພື່ອພັດທະນາເປັນແຫຼ່ງທ່ອງທ່ຽວທຳມະຊາດໃນຕໍ່ໜ້າ.
_________
 
ຂ່າວ: ເມືອງເຊບັ້ງໄຟ
ຮູບພາບ: ໜັງສືພິມເສດຖະກິດສັງຄົມ