ຊີພີຂະຫຍາຍສາຂາທ່າແຂກ

 ພິທີເປີດຮ້ານຄ້າຂາຍຊີ້ນໝູສົດ CP pork shop ສາຂາທ່າແຂກໄດ້ຈັດຂຶ້ນໃນວັນທີ 17 ມັງກອນ 2021 ຢູ່ທີ່ບ້ານນາບົງ ເມືອງທ່າແຂກ ແຂວງຄຳມ່ວນ ໂດຍເປັນປະທານເປີດງານຂອງທ່ານທຳນອງພົນທອງມາກຜູ້ອຳນວຍການ ບໍລິສັດ CP ລາວຈໍາກັດ, ພ້ອມນີ້ກໍມີທ່ານ ບຸນໂຮມ ມຸກດາສັກ ຫົວໜ້າພະແນກອຸດສາຫະກໍາ ແລະການຄ້າແຂວງ, ມີບັນ ດາທ່ານຕາງໜ້າພະແນກການກ່ຽວຂ້ອງອ້ອມຂ້າງແຂວງ, ພ້ອມດ້ວຍຜູ້ບໍລິຫານກິດຈະການຮ້ານຄ້າດັ່ງກ່າວເຂົ້າຮ່ວມ.

  ຮ້ານຄ້າຊີ້ນໝູສົດ ຫຼື CP pork shop ສາຂາທ່າແຂກນັບໄດ້ວ່າເປັນສາຂາທ 20 ຂອງບໍລິສັດ CP ລາວຈໍາກັດ, ຕັ້ງຢູ່ແຄມເສັ້ນທາງກຸວໍລະວົງຫ່າງຈາກວົງວຽນຫຼັກ 2 ປະມານ 800 ແມັດ, ເປັນຕົວແທນຈໍາໜ່າຍສິນຄ້າຂອງ CP.

ທ່ານ ທຳນອງ ພົນທອງມາກ ໄດ້ກ່າວໃຫ້ຮູ້ຈຸດປະສົງຂອງການເປີດສາຂາເພື່ອຕອບສະໜອງຄວາມຕ້ອງການໃຫ້ແກ່ຜູ້ບໍລິໂພກຢູ່ພາຍໃນແຂວງຄຳມ່ວນສະເພາະກໍ່ຄືເທ ສະບານເມືອງທ່າແຂກໄດ້ຮັບໃຊ້ການບໍລິການຕາມມາດຕະຖານຂອງ CP ເປັນການຍົກສູງຄຸນນະພາບການຜະລິດ ແລະຜະລິດຕະພັນຂອງສິນຄ້າໃຫ້ກ້າວໄປສູ່ການຫັນເປັນອຸດສາຫະກຳທັນສະໄໝເທື່ອລະກ້າວ ແລະອີກດ້ານໜຶ່ງກໍ່ເປັນການຊ່ວຍໃນການຄຸ້ມຄອງການນຳເຂົ້າຈາກຕ່າງປະເທດໃນສະພາບທີ່ມີການເກີດໂລກລະບາດຕ່າງໆ

ພ້ອມດຽວກັນນັ້ນຍັງເປັນການປະກອບສ່ວນໃຫ້ແກ່ການຄຸ້ມຄອງລາຄາສິນຄ້າໃນທ້ອງຕະຫຼາດໃຫ້ດີຂຶ້ນທີ່ສຳຄັນອີກດ້ານໜຶ່ງກໍ່ເພື່ອເປັນການຕອບສະໜອງຄວາມຮຽກ ຮ້ອງຕ້ອງການຂອງສັງຄົມສະເພາະກໍ່ຄືໃນເທດສະບານເມືອງທ່າແຂກໄດ້ສະດວກໃນການຈັບຈ່າຍໃຊ້ສອຍ ແລະບໍລິໂພກອາຫານທີ່ມີຄຸນນະພາບ, ການບໍລິການທີ່ວ່ອງໄວ  ແລະອາຫານປອດໄພດີຕໍ່ສຸຂະພາບອີກດ້ວຍ.