ສາລະວັນ ເກັບລາຍຮັບໄດ້ 138 ຕື້ກວ່າກີບ

  ຍ້ອນໄດ້ຮັບຜົນກະທົບຈາກຫຼາຍປັດໄຈອັນໄດ້ເຮັດໃຫ້ການຈັດຕັ້ງປະຕິບັດເກັບລາຍຮັບເຂົ້າງົບປະມານແຫ່ງລັດປະຈຳປີ 2020 ຂອງແຂວງສາລະວັນມີຄວາມຫຍຸ້ງ ຍາກ ແລະສິ່ງທ້າທາຍຫຼາຍຢ່າງຊຶ່ງໄດ້ເຮັດໃຫ້ການເກັບລາຍຮັບບໍ່ບັນລຸຕາມແຜນເປັນຕົ້ນ: ການແຜ່ລະບາດຂອງພະຍາດໂຄວິດ-19, ຜົນກະທົບຈາກໄພທຳມະຊາດ, ໃນເບື້ອງຕົ້ນແຜນລາຍຮັບສະພາຮັບຮອງໃນປ 2020 ທັງໝົດ 185 ຕື້ກີບ,

  ໃນນັ້ນພູດສູນກາງ 67 ຕື້ກີບ ແລະລາຍຮັບພູດທ້ອງຖິ່ນ 118 ຕື້ກີບ, ຍ້ອນຜົນກະທົບແນວນັ້ນ, ຈຶ່ງໄດ້ຮັບການດັດແກ້ຈາກກະຊວງການເງິນຂອງລາຍຮັບທັງໝົດ 185 ຕື້ກີບ ຍັງເຫຼືອ 105 ຕື້ກວ່າກີບ, ໃນນັ້ນພູດສູນກາງຍັງເຫຼືອ 39,24 ຕື້ກີບ ແລະພູດທ້ອງຖິ່ນຍັງເຫຼືອ 105 ຕື້ກວ່າກີບ ຜ່ານການຈັດຕັ້ງປະຕິບັດຕົວຈິງໝົດປີທາງແຂວງສາມາດເກັບລາຍຮັບໄດ້ 138,78 ຕື້ກີບ ເທົ່າກັບ 95,97% ຂອງແຜນດັດແກ້.

 ທ່ານ ຫົງແກ້ວ ມາລີຈັນສີ ຮອງຫົວໜ້າພະແນກການເງິນແຂວງສາລະວັນໄດ້ຜ່ານບົດສະຫຼຸບການຈັດຕັ້ງແຜນງົບປະມານແຫ່ງລັດພາຍໃຕ້ຄຳຂວັນຮັກຊາດ ແລະພັດ ທະນາ, ການຈັດເກັບລາຍຮັບເຂົ້າງົບປະມານແຫ່ງລັດປະຈຳປີ 2020 ສາມາດປະຕິບັດໄດ້ 138,78 ຕື້ກີບ ເທົ່າກັບ 95,97%ຂອງແຜນດັດແກ້ທຽບໃສ່ໄລຍະດຽວຂອງປີ 2019 ຫຼຸດລົງ 16,19%, ໃນນີ້,ລາຍຮັບພູດສູນກາງປະຕິບັດຢູ່ແຂວງບັນລຸໄດ້41,27 ຕື້ກີບ ເກີນແຜນ 5,18%,ລາຍຮັບພູດທ້ອງຖິ່ນປະຕິບັດໄດ້ 97,5 ຕື້ກີບ ເທົ່າກັບ 92,54%, ໃນນັ້ນການປະຕິບັດໄດ້ດ້ານສ່ວຍສາອາກອນ  87,16 ຕື້ກີບ,ຊັບສິນຂອງລັດ 10,08 ຕື້ກີບ ແລະຄຸ້ມຄອງລັດວິສາຫະກິດ 216 ລ້ານກວ່າກີບ. ສຳລັບການແບ່ງຂັ້ນຄຸ້ມຄອງໃນການເກັບລາຍຮັບ ເປັນຕົ້ນ: ຂັ້ນແຂວງ71,4 ຕື້ກີບ ປະຕິບັດໄດ້ 61,71 ຕື້ກີບ ທຽບໃສ່ແຜນປີດັດແກ້ເທົ່າກັບ 86,43% ແລະຂັ້ນເມືອງຄຸ້ມຄອງເກັບ 33,95 ຕື້ກີບປະຕິບັດໄດ້ 35,78 ຕື້ກີບ ເກີນແຜນປີດັດແກ້ 5,39%, ອັນທີ່ພົ້ນເດັ່ນບັນດາເມືອງ 8 ຕົວເມືອງສາມາດເກັບລາຍຮັບໄດ້ເກີນແຜນ.

  ສ່ວນການຄຸ້ມຄອງດ້ານລາຍຈ່າຍທັງໝົດ 458,61 ຕື້ກີບ ປະຕິບັດລາຍຈ່າຍໄດ້ 439 ຕື້ກວ່າກີບ ເທົ່າກັບ 95,93% ຂອງແຜນດັດແກ້.

   ຈາກນັ້ນ, ກອງປະຊຸມຄັ້ງນີ້ກໍ່ໄດ້ຕີລາຄາທັງດ້ານຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະບົດຮຽນທີ່ຖອດຖອນໄດ້.

ໃນໄລຍະ 5 ເດືອນທ້າຍປີ 2020 ທາງພະແນກການເງິນແຂວງກໍ່ໄດ້ຫັນພະນັກງານລົງໄປຊ່ວຍເຫຼືອເກັບກຳຂໍ້ມູນ ແລະຊຸກຍູ້ໃນການຈັດເກັບລາຍຮັບໃນແຕ່ລະເມືອງ, ມີກົນໄກອັນລະອຽດ, ແບບແຜນໆການ, ຂັ້ນຕອນ ແລະວິທີການຈັດຕັ້ງປະຕິບັດໂດຍມີລະບຽບກົດໝາຍເປັນບ່ອນອີງທີ່ສຳຄັນໃນການຈັດຕັ້ງປະຕິບັດວຽກງານດັ່ງກ່າວ.

  ນອກຈາກນັ້ນແລ້ວຍັງມີຫຼາຍສາເຫດທີ່ເຮັດໃຫ້ການເກັບລາຍຮັບບໍ່ໄປຕາມເປົ້າໝາຍທີ່ວາງໄວ້ໂດຍສະເພາະຖານຂໍ້ມູນລາຍຮັບຍັງບໍ່ຊັດເຈນເປັນຕົ້ນ: ຂໍ້ມູນສະຖິຕິດ້ານພາຫະນະປະເພດຕ່າງໆ, ດ້ານການປະເມີນຜົນລາຍຮັບຂອງຫົວໜ່ວຍທຸລະກິດ, ການຈັດແບ່ງຂະໜາດຂອງວິສາຫະກິດ ແລະດ້ານອື່ນໆຈາກນັ້ນຜູ້ເຂົ້າກອງປະຊຸມຄັ້ງນີ້ກໍ່ໄດ້ລາຍງານເຖິງແບບແຜນ, ວິທີການຈັດຕັ້ງປະຕິບັດ, ຂັ້ນຕອນ, ຂໍ້ສະດວກ ແລະຄວາມຫຍຸ້ງຍາກຕ່າງໆຕື່ມອີກ.

 ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດພາຍໃຕ້ຄຳຂວັນຮັກຊາດ-ພັດທະນາປີ 2020 ດ້ຈັດຂຶ້ນໃນຄັ້ງວັນທີ 15 ມັງກອນ 2021 ທີ່ຫ້ອງປະຊຸມຂອງພະແນກການເງິນແຂວງສາລະວັນ, ໂດຍເປັນປະທານກອງປະຊຸມຂອງທ່ານ ຂັນທະລັກ ໂພໄຊ ຫົວໜ້າພະແນກການເງິນແຂວງ, ມີບັນດາຄະນະພະແນກ, ຫົວໜ້າຫ້ອງການໆເງິນ, ສ່ວຍສາອາກອນ 8 ຕົວເມືອງ, ຂະແໜງການອ້ອມຂ້າງພະແນກ ແລະພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

------------

ຂ່າວວິໄລວອນ ສິດທິໄຊ

ຮູບພາບໜັງສືພິມເສດຖະກິດ-ສັງຄົມ