ທະນາຄານເອຊີລີດາລາວຈຳກັດ ເປີດໂຕໂລໂກ້ໃໝ່

  ທະນາຄານເອຊີລີດາລາວຈຳກັດ, ປະຊາທະນາຄານທີ່ທ່ານໄວ້ວາງໃຈ, ເປີດໂຕໂລໂກ້ໃໝ່ຂອງທະນາຄານຢ່າງເປັນທາງການທີ່ຍັງຄົງຮັກສາຄວາມເປັນເອກະລັກ ແລະຄຸນຄ່າຂອງຜົນງານທະນາຄານໃນຕະຫຼອດໄລຍະຜ່ານມ.

  ທ່ານ ລັດສະໝີ ຫງວນ ຜູ້ອຳນວຍການໃຫຍ່ຂອງທະນາຄານເອຊີລີດາລາວຈຳກັດກ່າວວ່າ: ທະນາຄານເອຊີລີດດ້ປ່ຽນຮູບແບບໂລໂກ້ໃໝ່ແຕ່ຍັງຄົງຮັກສາສັນຍາລັກໃນຄວາມເປັນເອກະລັກ ແລະຄຸນຄ່າທີ່ທະນາຄານໄດ້ສ້າງມາຕະຫຼອດ 12 ກວ່າປີຜ່ານມາໂລໂກ້ໃໝ່ຂອງທະນາຄານເອຊີລີດາແມ່ນສັນຍາລັກຂອງ ນົກແຫ່ງສະຫວັນທີ່ຢືນສະຫງ່າຢູ່ທາງກາງຂອງວົງມົນສີຟ້າເຂັ້ມທີ່ສະແດງເຖິງຄວາມເຂັ້ມແຂງ ແລະຄວາມຈະເລີນຮຸ່ງເຮືອງຢ່າງຍືນຍົງຂອງທະນາຄານ.

   ຈຸດປະສົງຂອງການປ່ຽນໂລໂກ້ໃໝ່ນີ້ພວກເຮົາໄດ້ແນໃສ່ເຖິງການປັບປ່ຽນເຄື່ອງໝາຍການຄ້າຂອງພວກເຮົາໃຫ້ທັນສະໄໝເພື່ອໃຫ້ສອດຄ່ອງກັບວິໄສທັດ, ເປົ້າໝາຍ, ຍຸດທະສາດ ແລຄວາມກ້າວໜ້າທາງດ້ານເຕັກໂນໂລຊີທາງການເງິນ.

  ສຳລັບສີໂລໂກ້ໃໝ່ຂອງທະນາຄານ ເອຊີລີດາ ລາວ ຈຳກັດ ແມ່ນສີຂາວ, ສີທອງ ແລະສີຟ້າຊຶ່ງແຕ່ລະສີລ້ວນແຕ່ອັດແໜ້ນເຕັມໄປດ້ວຍຄວາມໝາຍສຳຄັນຄື: ສີຂາວບົ່ງບອກເຖິງຈັນຍາບັນ (ຄວາມໂປ່ງໃສ, ຄວາມຊື່ສັດ ແລະຄວາມບໍລິສຸດ ສີທອງ ຄຸນຄ່າ ແລະຄຸນນະພາບ ແລະສີຟ້າແມ່ນໝາຍເຖິງຄວາມ ສາມັກຄີ, ຄວາມໝັ້ນຄົງ ແລະສະຖຽນລະພາບໂດຍການປະສົມປະສານທັງ 3 ສີເຂົ້າກັນສະແດງເຖິງແນວພັນ ແລະຊັບພະຍາກອນທີ່ຈະເລີນເຕີບໂຕຢ່າງໝັ້ນຄົງ ແລະການພັດທະນາທາງດ້ານການເງິນໂດຍໂລໂກ້ໃໝ່ນີ້ຈະນໍາໃຊ້ເປັນທາງການໃນວັນທີ 1 ກຸມພາ 2021 ເປັນຕົ້ນໄປ.

  ທ່ານ ລັດສະໝີ ຫງວນ ກ່າວຕື່ມວ່າ: ພວກເຮົາມີຄວາມຍິນດີທີ່ໄດ້ປະກອບສ່ວນສ້າງຜົນປະໂຫຍດໃຫ້ກັບປະເທດຊາດ, ນີ້ຄືຜົນງານຂອງບຸກຄະລາກອນທີ່ເປັນຄົນລາວ ແລະໄດ້ຮັບການສະໜັບສະໜູນຢ່າງເຕັມທີ່ຈາກລັດຖະບານໂດຍສະເພາະທະນາຄານແຫ່ງ ສປປ ລາວ, ບັນດາລູກຄ້າ ແລະສາທາລະນະຊົນທີ່ໄດ້ສ້າງຜົນສຳເລັດຢ່າງຫຼວງຫຼາຍ.

  ທະນາຄານ ເອຊີລີດາ ລາວ ຈຳກັດ ເປັນທະນາຄານທຸລະກິດຕ່າງປະເທດທີ່ຈ້າງພະນັກງານທີ່ເປັນຄົນລາວຫຼາຍກວ່າ 1.000 ຄົນ ແລະມີຫຼາກຫຼາຍຜະລິດຕະພັນ-ການບໍລິການໃຫ້ລູກຄ້າໄດ້ຊົມໃຊ້ຢ່າງສະດວກສະບາຍເປັນຕົ້ນແມ່ນເອຊີລີດາໂມບາຍເຊິ່ງປຽບສະເໝືອນທະນາຄານໃນມືທີ່ລູກຄ້າສາມາດເຮັດທຸລະກຳໂອນເງິນ, ຕື່ມມູນຄ່າໂທ, ຊຳລະໃບບິນຕ່າງໆໄດ້ທຸກວັນທຸກທີ່ທຸກເວລ ລະຍັງໃຫ້ບໍລິການສິນເຊື່ອSME ແລະ ສິນເຊື່ອຂະໜາດໃຫຍ່ໃນວົງເງິນສູງເຖິງ 20 ຕື້ກີບນອກຈາກນີ້ທະນາ ຄານເອຊີລີດາຍັງເປັນສະມາຊິກຂອງ LAPs ທີ່ໃຫ້ບໍລິການຖອນເງິນຂ້າມທະນາຄານຜ່ານຕູ້ເອທີເອັມຍິນດີຕ້ອນຮັບບັດເອທີເອັມຂອງ 15ທະນາຄານຖອນເງິນຜ່ານຕູ້ເອທີເອັມຂອງທະນາຄານເອຊີລີດາລາວຈຳກັດ”.

  ໃນລະດັບພູມີພາກ, ກຸ່ມເອຊີລີດາມີທະນາຄານເອຊີລີດາມະຫາຊົນ ແລະມີ 4 ບໍລິສັດລູກທີ່ດຳເນີນທຸລະກິດໃນປະເທດກຳປູເຈຍ, ລາວ ແລະມຽນມາ, ຸ່ມເອຊີລີດາມີຊັບສິນລວມທັງໝົດຫຼາຍກວ່າ 6 ຕື້ໂດລາສະຫະລັດ, 319 ສຳນັກງານ,ຕູ້ເອທີເອັມ 790 ໜ່ວຍ ແລະໃຫ້ບໍລິການລູກຄ້າຫຼາຍລ້ານຄົນ ແລະບໍລິການໂອນເງິນໄປທົ່ວ ໂລກ.