ຊາວກະຊິກອນບ້ານໄຊສີ ສຳເລັດການປັກດຳເຂົ້ານາແຊງ

  ປະຈຸບັນການຜະລິດພືດລະດູແລ້ງຂອງຊາວກະສິກອນບ້ານໄຊສີ ເມືອງໄຊເສດຖາ ແຂວງອັດຕະປື ໂດຍສະເພາະການຜະລິດເຂົ້ານາແຊງ ໄດ້ສໍາເລັດການ ປັກດໍາ ແລະຢອດເມັດແລ້ວໃນເນື້ອທີ່ 95 ເຮັກຕາ ທຽບໃສ່ປີຜ່ານມາເພີ່ມຂຶ້ນ ແລະຄາດວ່າສະມັດຖະພາບຜົນຜະລິດຈະບໍ່ຫຼຸດ 4-4,5 ໂຕນຕໍ່ເຮັກຕາ.
ທ່ານ ສຸບັນ ວັນປະເສີດ ຫົວໜ້າກຸ່ມຜະລິດກະສິກໍາບ້ານໄຊສີ ເມືອງໄຊເສດຖາ ແຂວງອັດຕະປື ໃຫ້ຮູ້ວ່າ: ພາຍຫຼັງມ້ຽນມັດເຂົ້ານາປີແລ້ວ, ອົງການປົກຄອງບ້ານພ້ອມດ້ວຍພາກສ່ວນກ່ຽວຂ້ອງໄດ້ປຸກລະດົມຊຸກຍູ້ປະຊາຊົນສຸມໃສ່ຜະລິດເຂົ້ານາແຊງເປັນຫຼັກ ທັງໄດ້ປະກອບທຶນຈໍານວນໜຶ່ງເພື່ອກໍ່ສ້າງປະຕູນໍ້າ 17 ປະຕູຈົນສໍາເລັດເຮັດໃຫ້ກະສິກອນລົງມືຜະລິດເຂົ້ານາແຊງແຕ່ຕົ້ນເດືອນພະຈິກ 2020 ເປັນຕົ້ນມາ ໂດຍການນໍາໃຊ້ແນວພັນເຂົ້າປັບປຸງເຊັ່ນແນວພັນເຂົ້າທ່າເຊໂນ 8, ທ່າເຊໂນ 9, ເຂົ້າວຽງຈັນ 450 ປີ, ຊຶ່ງ ມາຮອດປະຈຸບັນການປັກດໍາ ແລະຢອດເມັດສໍາເລັດແລ້ວ 100% ໃນເນື້ອທີ່ 95 ເຮັກຕາ, ໃນນີ້ ເນື້ອ ທີ່ເຂົ້າປັກດໍາ 83 ກວ່າເຮັກຕາ ແລະເນື້ອທີ່ເຂົ້ານາຢອດເມັດ 11 ກວ່າເຮັກຕາ ທຽບໃສ່ປີຜ່ານມາເພີ່ມຂຶ້ນ ແລະຄາດວ່າສະມັດຖະພາບຜົນຜະລິດຈະບໍ່ຫຼຸດ 4-4,5 ໂຕນຕໍ່ເຮັກຕາ.
  ຫົວໜ້າກຸ່ມຜະລິດກະສິກໍາບ້ານໄຊສີກ່າວຕື່ມວ່າ: ນອກຈາກຜະລິດເຂົ້ານາແຊງແລ້ວປະຊາຊົນຫຼາຍຄອບຄົວຍັງສຸມໃສ່ຜະລິດພືດລະດູແລ້ງຕ່າງໆເປັນຕົ້ນໝາກແຕງ, ໝາກໂມ, ສາລີ, ໝາກຖົ່ວ ແລະພືດຜັກກິນໃບຢ່າງເປັນຂະບວນກວ້າງຂວາງ.

----

ນັງສືພິມ ເສດຖະກິດ-ສັງຄົມ