ວຽງທອງ ສອບເສັງນັກຮຽນເກັ່ງ

  ວັນທີ 15 ມັງກອນ 2021 ທີ່ຫ້ອງວ່າການເມືອງວຽງທອງ, ແຂວງບໍລິຄໍາໄຊ ຫ້ອງການສືກສາທິການ ແລະກີລາເມືອງໄດ້ຈັດພິທີສອບເສັງຄັດເລືອກນັກຮຽນເກັ່ງຊັ້ນ ປ5, ມ4 ແລະມ7ທົ່ວເມືອງວຽງທອງປະຈໍາສົກຮຽນ 2020-2021 ໂດຍເປັນກຽດເຂົ້າຮ່ວມ ຂອງ ທ່ານ ບົວພັນ ອິນຄໍາມະວົງຮອງເຈົ້າເມືອງວຽງທອງ, ຜູ້ຊີ້ນໍາວຽກງານຂົງເຂດວັດທະນະທໍາສັງຄົມ, ທ່ານ ປະນົມໄພ ຈັນທະວົງ ຮອງຫົວໜ້າຫ້ອງການສຶກສາທິການ ແລະກີລາເມືອງ, ມີພະນັກ ງານຫ້ອງການສຶກສາ, ຄະນະຮັບຜິດຊອບ, ຄູ-ອາຈານ ແລະນ້ອງນັກຮຽນເຂົ້າຮ່ວມ.

  ໃນພິທີໄດ້ຜ່ານຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບບັ້ນສອບເສັງຄັດເລືອກນັກຮຽນເກັ່ງຊັ້ນ ປ5, ມ4 ແລະ ມ7 ທົ່ວເມືອງເພື່ອໄປເສັງຂັ້ນແຂວງ, ພ້ອມທັງຜ່ານກົດລະບຽບໃນການສອບເສັງທົ່ວເມືອງມີນັກຮຽນປະຖົມຊັ້ນ ປ5 ມາຈາກໂຮງຮຽນ 7 ເຂດບໍລິການ-ການສຶກສາ,ໃນນັ້ນມີນັກສອບເສັງທັງໝົດ 21 ນ້ອງ, ຍິງ 9 ນ້ອງ, ຊັ້ນມັດທະຍົມມີທັງໝົດ 6 ແຫ່ງ, ໃນນັ້ນມີໂຮງຮຽນມັດທະຍົມສົມບູນ 2 ແຫ່ງ ແລະມັດທະຍົມຕົ້ນ 4 ແຫ່ງ, ມີນັກຮຽນຊັ້ນ ມ4 ເຂົ້າສອບເສັງ 24 ນ້ອງ ຍິງ 10 ນ້ອງ ແລະຊັ້ນ ມ7 ມີນັກສອບເສັງ 8 ນ້ອງ, ຍິງ 1 ນ້ອງ, ວິຊາທີ່ເອົາເຂົ້າສອບເສັງຄັ້ງນີ້ຊັ້ນ ປ5 ມີ 3 ວິຊາຄື: ວິຊາພາສາລາວ, ຄະນິດສາດ, ໂລກ ອ້ອມຕົວ, ສ່ວນຊັ້ນ ມ4 ແລະ ມ7 ມີ 4 ວິຊາຄື: ວິຊາພາສາລາວ-ວັນນະຄະດີ, ຄະນິດສາດ, ຟີຊິກສາດ ແລະເຄມີສາດ.

  ຜົນການສອບເສັງຊັ້ນ ປ5 ທີ 1 ວິຊາພາສາລາວແມ່ນທ້າວ ທິນນະກອນ ຍອດວົງສາ ມາຈາກໂຮງຮຽນປະຖົມນໍ້າຢ້າງ,ວິຊາຄະນິດສາດ ທີ 1 ແມ່ນ ທ້າວ ເຢຍເລົ່າ ໂຮງຮຽນປະຖົມວັງພຽງ, ວິຊາໂລກອ້ອມຕົວ ທີ 1 ແມ່ນ ທ້າວ ວິວ ວິລາວັນ ໂຮງຮຽນປະຖົມເມືອງ ມ່ວນ, ຊັ້ນ ມ4 ທີ 1 ວິຊາພະສາລາວ- ວັນນະຄະດີແມ່ນ ນາງ ພອນສຸດາ ແກ້ວອິນທໍາວົງ ມສ ວຽງທອງ, ວິຊາຄະນິດສາດ ແມ່ນ ທ້າວ ຈື່ຊົ່ງ ຢົ້ວກາວ ມໍຕົ້ນນໍ້າກ້າງ, ວິຊາເຄມີສາດ ແມ່ນ ທ້າວ ຈົວຢ່າງ ມາຈາກ ໂຮງຮຽນ ມສ ວຽງທອງ, ວິຊາຟີ ຊິກສາດ ທີ 1 ແມ່ນ ທ້າວ ແກ້ງ ເຍ່ຍ ລໍ່ວ່າງ ຈາກໂຮງຮຽນ ມສ ວຽງ ທອງ ແລະ ຊັ້ນ ມ7 ທີ 1 ວິຊາພາສາລາວ-ວັນນະຄະດີ ແມ່ນ ທ້າວ ໄມສີ ຄໍາພູວົງ ໂຮງຮຽນ ມສ ຈອມ ທອງ, ວິຊາຄະນິດສາດແມ່ນ ທ້າວ ຕົ່ງຈົວຊົ່ງ ໂຮງຮຽນ ມສ ຈອມ ທອງ, ວິຊາເຄມີສາດ ແມ່ນ ທ້າວ ກົວ ເຍ່ຍລໍວ່າງ ໂຮງຮຽນ ມສ ວຽງທອງ ແລະທີ 1 ວິຊາຟີຊິກ ສາດແມ່ນ ທ້າວ ໄມແກ້ວ ຢົງວື່ ຢ່າງ ມາຈາກໂຮງຮຽນ ມສ ວຽງ ທອງ, ໃນພິທີໄດ້ມອບຂອງຂວັນ, ໃບຍ້ອງຍໍ, ໃບຊົມເຊີຍໃຫ້ແກ່ນັກຮຽນຜູ້ທີ່ເສັງໄດ້ຄະແນນດີ ແລະຄູ-ອາຈານຜູ້ທີ່ສອນດີ, ສອນເກັ່ງຕື່ມອີກ.

----

ໜັງສືພິມ ເສດຖະກິດ-ສັງຄົມ