ຊຳຊຸງອາດຈະເປີດໂຕມືຖືພັບໄດ້ທັງໝົດ 4 ລຸ້ນພາຍໃນປີ 2021

  ສຳນັກຂ່າວ ETNews ໃນສ.ເກົາຫຼີເປີດເຜີຍວ່າ Samsung ອາດຈະມີການເປີດໂຕມືຖືພັບໄດ້ທັງໝົດ 4 ລຸ້ນໃນປີ 2021 ຄາດວ່າຈະເປັນ Z Fold ແລະ Z Flip ຢ່າງລະ 2 ລຸ້ນຊຶ່ງ ສອດຄ່ອງກັບເລື່ອງຂອງການພັບໂຄງການພັດທະນາ Galaxy Note ໃນໄລຍະເວລາຖັດໄປເພາະລຸ້ນບົນສຸດຂອງ Galaxy S21 ຈະຮອງຮັບກັບປາກກາ S Pen ໄດ້.
ໂດຍຄາດວ່າ Galaxy Z Fold 3 ທີ່ຈະອອກມາຕໍ່ນັ້ນຈະມີທັງໝົດ 2 ລຸ້ນທີ່ແຕກຕ່າງລະຫວ່າງໃນເລື່ອງຂອງປະສິດທິພາບ ແລະການທຳງານທີ່ດີຂຶ້ນສ່ວນ Galaxy Z Flip ຈະມີການພັດທະນາໃຫ້ໃຊ້ງານໄດ້ຈິງ ແລະມີ 5G ເຂົ້າເຖິງຕະຫຼາດລະດັບ Mass ໄດ້ຫຼາຍຂຶ້ນ ແລະມີລາຍງານວ່າລຸ້ນສູງສຸດຂອງ Z Fold3 ຈະສາມາດໃຊ້ງານ S Pen ໄດ້ຊຶ່ງ ເປັນຈຸດທີ່ຫຼາຍຄົນລໍຄອຍຢູ່.
  ນອກຈາກນີ້ສຳນັກຂ່າວດັ່ງກ່າວໄດ້ເຜີຍແຜ່ຂໍ້ມູນວ່າມືຖືຈໍມ້ວນ ຫຼື Rollable Smart Phone ອາດຈະປາກົດຕົວໃນທ້າຍປີ 2021 ໂດຍຄາດວ່າ LG ອາດຈະເປີດໂຕກ່ອນທັງນີ້ຄືແຜນໄລຍະຍາວທີ່ອາດຈະມີການປັບໄດ້ຢູ່ເລື້ອຍໆຄົງຕ້ອງຈັບຕາເບິ່ງກັນຕໍ່ໄປ.

----

ໜັງສືພິມ ເສດຖະກິດ-ສັງຄົມ