ປະກາດບ້ານນໍ້າຂອນເປັນບ້ານວັດທະນະທໍາ

 ເມື່ອວັນທີ 15 ມັງກອນ 2021 ຢູ່ທີ່ບ້ານນໍ້າຂອນ ເມືອງຫຼວງນໍ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີປະກາດຮັບຮອງເອົາບ້ານນໍ້າຂອນເປັນບ້ານວັດທະນະທໍາໃໝ່ບ້ານທີ 70 ແລະບ້ານແບບຢ່າງປະຕິບັດກົດໝາຍບ້ານທີ 65 ຂອງເມືອງຫຼວງນໍ້າທາ, ໂດຍການເຂົ້າຮ່ວມຂອງທ່ານ ສົມສະນິດ ຈັນທະຄໍາ ຮອງເຈົ້າເມືອງຫຼວງນໍ້າທາ, ຜູ້ ຊີ້ນໍາວຽກງານວັດທະນະທໍາ-ສັງຄົມຂັ້ນເມືອງ, ມີທ່ານ ສຸກສັນ ພະກາສີ ຫົວໜ້າຫ້ອງການຖະແຫຼງຂ່າວ, ວັດທະນະທໍາ ແລະທ່ອງທ່ຽວເມືອງ, ມີທ່ານ ຄໍາເຜີຍ ບຸດດີ ຫົວໜ້າຫ້ອງການຍຸຕິທໍາເມືອງ, ມີຫົວໜ້າຫ້ອງ, ຮອງຫ້ອງ, ຄະນະພັກຮາກຖານກຸ່ມທົ່ງປຸ່ງ, ແຂກຖືກເຊີນ, ອົງການຈັດຕັ້ງບ້ານ ແລະພໍ່ແມ່ປະຊາຊົນເຂົ້າຮ່ວມ.

  ທ່ານ ຄໍາໄຊ ຟານປະເສີດ ນາຍບ້ານບ້ານນໍ້າຂອນໄດ້ຂຶ້ນຜ່ານບົດສະຫຼຸບການຈັດຕັ້ງປະຕິບັດການສ້າງຄອບຄົວ, ບ້ານວັດທະນະທໍາຂອງບ້ານນໍ້າຂອນໃນໄລຍະຜ່ານມາ ແລະທິດທາງແຜນການໃນຕໍ່ໜ້າບ້ານນໍ້າຂອນເມືອງຫຼວງນໍ້າທາຕັ້ງຢູ່ເຂດຊົນນະບົດພູດອຍຫ່າງຈາກເທສະບານເມືອງໄປທາງທິດຕາເວັນອອກປະມານ 15 ກິໂລແມັດ , ປະກອບມີ 58 ຫຼັງຄາເຮືອນ, ມີ 62ຄອບຄົວ, ມີພົນລະເມືອງ 307 ຄົນ, ຍິງ 149 ຄົນເປັນບ້ານຊົນເຜົ່າແລນແຕນອາຊີບຂອງປະຊາຊົນສ່ວນຫຼາຍແມ່ນເຮັດນາ, ການປຸກຢາງພາລາ, ປຸກຝັງ-ລ້ຽງສັດໃນໄລຍະຜ່ານມາອົງການຈັດຕັ້ງບ້ານກໍ່ໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງແນວຄິດໃຫ້ແກ່ພໍ່ແມ່ປະຊາຊົນເຊື່ອມຊຶມແນວທາງ ນະໂຍບາຍຂອງພັກ, ກົດໝາຍຂອງລັດ,ເປັນເຈົ້າການພັດທະນາເສດຖະກິດຄອບຄົວຂອງຕົນໃຫ້ຫຼຸດພົ້ນຈາກຄວາມທຸກຍາກເທື່ອລະກ້າວທົ່ວບ້ານມີເນື້ອທີ່ນາ 16 ເຮັກ ຕາ,ເນື້ອທີ່ດິນກະສິກໍາ 380 ເຮັກຕາ, ເນື້ອທີ່ສວນຢາງພາລາ 388 ເຮັກຕາ, ມີຄວາຍ 2 ໂຕ, ງົວ 26 ໂຕ, ໝູ 203 ໂຕ, ສັດປີກ 520 ໂຕ ສາມາດສ້າງລາຍຮັບເຂົ້າບ້ານໄດ້ທັງໝົດ 1,93 ຕື້ກ່າວກີບສະເລ່ຍໃສ່ຫົວຄົນໄດ້ 6,3 ລ້ານກວ່າກີບ ຕໍ່ຄົນຕໍ່ປີ ບ້ານນໍ້າຂອນ ໄດ້ເລີ່ມເປີດຂະບວນການສ້າງຄອບຄົວ ແລະບ້ານວັດທະນະທໍາມາແຕ່ທ້າຍເດືອນທັນວາ 2019 ມາຮອດວັນທີ 28 ພຶດສະພາ 2020 ສາມາດສ້າງຄອບຄົວວັດທະນະທໍາໄດ້ 45 ຄອບຄົວເທົ່າກັບ 86% ຂອງຄອບຄົວທັງໝົດພ້ອມນັ້ນຄະນະຮັບຜິດຊອບສ້າງຄອບຄົວ ແລະບ້ານແບບຢ່າງປະຕິບັດກົດໝາຍກໍ່ໄດ້ເອົາໃຈໃສ່ລົງຕິດຕາມ, ຊຸກຍູ້, ກວດກາ ແລະປະເມີນຜົນຮອບສຸດທ້າຍຄັ້ງວັນທີ 14 ກັນຍາ 2020 ສາມາດສ້າງ ແລະຢັ້ງຢືນຄອບຄົວແບບຢ່າງປະຕິບັດກົດໝາຍໄດ້ 48 ຄອບຄົວ ເທົ່າກັບ 94% ຂອງຄອບຄົວທັງໝົດ,ໃນພິທີຍັງໄດ້ມອບໃບຢັ້ງຢືນບ້ານແບບຢ່າງປະຕິບັດກົດໝາຍ ແລະໃບຢັ້ງຢືນບ້ານວັດທະນະທໍາໃຫ້ບ້ານນໍ້າຂອນເມືອງຫຼວງນໍ້າທາຕື່ມອີກ.

  ຕອນທ້າຍພິທີຮອງເຈົ້າເມືອງຫຼວງນໍ້າທາໄດ້ກ່າວສະແດງຄວາມຊົມເຊີຍຕໍ່ຜົນງານຂອງບ້ານຍາດມາໄດ້ໃນໄລຍະຜ່ານມາ ແລະຮຽກຮ້ອງໃຫ້ອົງການຈັດຕັ້ງບ້ານສືບຕໍ່ ສຶກສາອົບຮົມການເມືອງ-ນໍາພາແນວຄິດໃຫ້ແກ່ພໍ່ແມ່ປະຊາຊົນເຊື່ອມຊຶມແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ, ແຜນພັດທະນາເສດຖະກິດ-ສັງຄົມແຕ່ລະໄລຍະ, ເປັນເຈົ້າການເຮັດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນ, ສະກັດກັ້ນປະກົດການຫຍໍ້ຕ່າງໆ,ປົກປັກຮັກສາສະພາບແວດລ້ອມຂອງບ້ານໃຫ້ສະອາດຈົບງາມ, ປົກປັກຮັກສາຊັບພະຍາກອນທໍາມະຊາດໃຫ້ຍຶນຍົງ, ຊຸກຍູ້ສົ່ງເສີມໃຫ້ພໍ່ແມ່ປະຊາຊົນສ້າງເສດຖະກິດຄອບຄົວຂອງຕົນໃນການປູກຝັງ-ລ້ຽງສັດໃຫ້ກາຍ ເປັນສິນຄ້າ, ເພື່ອສ້າງລາຍຮັບເຂົ້າຄອບຄົວໃຫ້ມີຢູ່ມີກີນ, ດີຂຶ້ນເທື່ອລະກ້າວ ແລະພ້ອມກັນສຶບຕໍ່ອະນຸລັກປົກປັກຮັກສາມູນເຊື້ອວັດທະນະທໍາຮິດຄອງປະເພນີອັນດີງາມ ຂອງເຜົ່າ, ຂອງຊາດ, ຮັກສາມູນເຊື້ອບ້ານວັດທະນະທໍາ, ບ້ານແບບຢ່າງປະຕິບັດກົດໝາຍຕະຫຼອດ ໄປ.

   ພ້ອມນັ້ນພິທີກໍ່ໄດ້ຕັດແຖບຜ້າເປີດປ້າຍບ້ານນໍ້າຂອນເມືອງຫຼວງນໍ້າທາເປັນບ້ານວັດທະນະທໍາ ແລະບ້ານແບບຢ່າງປະຕິບັດກົດໝາຍຢ່າງເປັນທາງການພ້ອມທັງຊົມ ການສະແດງສິລະປະວັນນະຄະດີຂອງບ້ານຢ່າງເປັນຂະບວນການຟົດຟື້ນມ່ວນຊື່ນ.