ການລ້ຽງງົວຂາຍ ສ້າງລາຍຮັບເຂົ້າຄອບຄົວ 50 ລ້ານກີບຕໍ່ປີ

  ທ່ານ ສົມເພັດ ອິນດວງດີ ອາຍຸ 38 ປີ, ປະຈຸບັນຢູ່ບ້ານບົວ ເມືອງຄຳ ແຂວງຊຽງຂວາງສະມາຊິກໃນຄອບຄົວມີ 6 ຄົນ, ມີຜູ້ອອກແຮງງານຕົ້ນຕໍ 1 ຄົນ, ແຮງງານສຳຮອງມີ 2 ຄົນ, ທ່ານໄດ້ເວົ້າສູ່ຟັງວ່າ: ແຕ່ກ່ອນບໍ່ທັນໄດ້ລ້ຽງງົວແມ່ນໄດ້ເຮັດໄຮ່ເຮັດນານຳພໍ່ນຳແມ່ ແລະເຮັດສວນປູກສາລີພຽງແຕ່ກຸ້ມຢູ່ກຸ້ມກິນ, ການໃຊ້ຈ່າຍພາຍ ໃນຄອບຄົວກໍຍັງຂາດໆເຂີນໆ, ດັ່ງນັ້ນໄລຍະປີ 2001 ຈຶ່ງຫັນປ່ຽນອາຊີບຈາກການເຮັດໄຮ່ເຮັດສວນມາລ້ຽງງົວເລີ່ມລ້ຽງທຳອິດປະມານ 5 ຫາ 6 ໂຕບວກ ກັບຄວາມມັກຮັກໃນການລ້ຽງສັດນີ້ແດ່ປະຈຸບັນນີ້ທ່ານ ສົມເພັດ ມີງົວຢູ່ປະມານ 57 ໂຕປະເພດງົວທີ່ນຳມາລ້ຽງນີ້ແມ່ນເປັນງົວແນວພັນພື້ນບ້ານແນວພັນທຳມະຊາດລ້ຽງໃນເນື້ອທີ່ສວນ 7 ເຮັກຕາ.

ການລ້ຽງງົວແມ່ນລ້ຽງແບບປ່ອຍກິນຕາມທຳມະຊາດພຽງແຕ່ໄດ້ອະນາໄມເນື້ອທີ່ ແລະໃຫ້ຄວາມໃກ້ຊິດຕິດແທດເບິ່ງແຍງດູແລງົວ,ສັກຢາປ້ອງກັນພະຍາດລົງເລັບ ແລະເຮັດແຮ່ທາດວິຕາມິນໃຫ້ງົວກິນ. ນອກນັ້ນ, ໄດ້ໝັກເຟືອງແຫ້ງ ຫຼືວ່າໝັກຫຍ້າແຫ້ງ ເພື່ອເອົາໄວ້ ໃຫ້ງົວກິນໃນເວລາຫຍ້າໝົດ ຫຼືວ່າໃນຍາມແລ້ງ, ສຳລັບການຂາຍ ແມ່ນຈະຂາຍແຕ່ງົວໂຕຜູ້ເທົ່ານັ້ນ ແລະກ່ອນຈະຂາຍແມ່ນໄດ້ນຳມາທອມຕ່າງຫາກບົວລະບັດຮັກສາຕ່າງຫາກໃຫ້ງົວຕຸ້ຍພີດີງາມແລ້ວຈຶ່ງຂາຍອອກ, ງົວໂຕໜຶ່ງສາມາດ ຂາຍໄດ້ໃນລາຄາ 6,5 ລ້ານກີບ ຂຶ້ນເມືອປີໜຶ່ງຂາຍງົວອອກປະມານ 7 ຫາ 8 ໂຕ, ສ້າງລາຍຮັບເຂົ້າຄອບຄົວ 50 ລ້ານກີບຕໍ່ປີ,ນອກຈາກການລ້ຽງງົວແລ້ວຍັງໄດ້ລ້ຽງ ແບ້, ລ້ຽງເປັດ, ລ້ຽງໄກ່ ແລະເຮັດນາແຊງຕື່ມອີກລວມແລ້ວສ້າງລາຍຮັບເຂົ້າຄອບຄົວປະມານ 70 ລ້ານກີບ ຕໍ່ປີຊຶ່ງມີລູກຄ້າມາຊື້ເອົາກັບທີ່ເລີຍ. 

 ທ່ານຍັງເວົ້າໃຫ້ຟັງຕື່ມອີກວ່າ: ໃນອະນາຄົດຈະໄດ້ຂະຫຍາຍເນື້ອທີ່ ແລະຈະທົດລອງປູກຫຍ້າລູຊີເຮັດເປັນລ໋ອກ ແລະຈະຂະຫຍາຍງົວເພີ່ມຂຶ້ນອີກຈະຫັນການລ້ຽງງົວຕາມທຳມະຊາດໄປສູ່ການລ້ຽງແບບມີເຕັກນິກວິທະຍາສາດ, ຜ່ານຈາກການລ້ຽງງົວມາຈົນຮອດປະຈຸບັນນີ້ເຫັນໄດ້ວ່າຊີວິດການເປັນຢູ່ຂອງຄອບຄົວແມ່ນດີຂຶ້ນເປັນກ້າວໆ ໄດ້ກາຍເປັນຕົວແບບດ້ານການລ້ຽງສັດເຮັດໃຫ້ມີເງິນໝູນວຽນຮັບໃຊ້ໃນຄອບຄົວ, ມີເງິນຝາກທະນາຄານຈຳນວນໜຶ່ງ,ມີເຮືອນຢູ່ຖາວອນ ແລະສາມາດສົ່ງນ້ອງຮໍ່າຮຽນຈົນຈົບ 4 ຄົນ ແລະໄດ້ວຽກເຮັດງານທຳໝົດທຸກຄົນ. 

  ທ່ານ ຄຳໃບ ວິໄລພອນ ເປັນເລຂາພັກບ້ານນາຍບ້ານໆບົວໄດ້ຢັ້ງຢືນຕື່ມອີກວ່າ: ການປູກຝັງ-ລ້ຽງສັດຢູ່ພາຍໃນບ້ານບົວມີຕົວແບບຢູ 5 ຄອບຄົວ ແລະຄອບຄົວທ່ານ ສົມເພັດ ອິນດວງດີ ແມ່ນໜຶ່ງໃນຫ້າຄອບຄົວທີ່ມີຄວາມດຸ ໝັ່ນຂະຫຍັນພຽນມີຄວາມອົດ ທົນ, ມີຫົວຄິດປະດິດສ້າງສາມາດ ນຳໃຊ້ທ່າແຮງຂອງຕົນເອງບວກກັບໃຈມັກຮັກໃນການລ້ຽງສັດ, ລົງມືເຮັດແທ້ທຳຈິງເຮັດໃຫ້ຄອບຄົວຫຼຸດພົ້ນອອກຈາກຄວາມທຸກຍາກໄດ້ຢ່າງຊີ້ນເຊິງ ແລະກາຍເປັນຄອບຄົວຕົວແບບຢູ່ພາຍໃນບ້ານບົວເມືອງຄຳ ແຂວງຊຽງຂວາງ.

----------

ໂດຍສິນທະວົງ

ຮູບພາບໜັງສືພິມເສດຖະກິດ-ສັງຄົມ