ຜະລິດແນວພັນເຂົ້າຂາຍ ພາໃຫ້ຄອບຄົວພົ້ນທຸກ

   ຄອບຄົວທ່ານ ສົມຄິດ ພົມສຸວັນ ອາຍຸ 61 ປີ ຢູ່ບ້ານນາໂສມ ເມືອງພຽງ ແຂວງໄຊຍະບູລີ ພາຍໃນຄອບຄົວມີສະມາຊິກທັງໝົດ 6 ຄົນມີແຮງງານຕົ້ນຕໍ 2 ຄົນ, ທ່ານໄດ້ເລົ່າໃຫ້ຟັງວ່າໃນເມື່ອກ່ອນຄອບຄົວຂອງຂ້າພະເຈົ້າແມ່ນຢຶດຖືເອົາອາຊີບປູກຝັງ-ລ້ຽງສັດໂດຍການເຮັດນາປູກເຂົ້າແຕ່ເວລານັ້ນກໍ່ເຮັດແບບປະຖົມປະຖານ,ຜົນຜະລິດພັດບໍ່ໄດ້ຕາມແຜນສະມັດຕະພາບໄດ້ພຽງ 3 ໂຕນຕໍ່ເຮັກຕາ,ມາຮອດປີ 2007 ຂ້າພະເຈົ້າໄດ້ຫັນຈາກການເຮັດນາແບບປະຖົມປະຖານມາທົດລອງປູກເຂົ້າດ້ວຍເຕັກນິກໃໝ່ເຊັ່ນ: ປູກເຂົ້ານາດ້ວຍກ້າກີບດຽວ, ເຮັດນາຢອດ, ນາຫວ່ານ ແລະປັກດຳດ້ວຍກົນຈັກໃນເນື້ອທີ່ນາ 0,8 ເຮັກຕາ,ຜົນຜະລິດໄດ້ສູງສະເລ່ຍສະມັດຕະພາບ 4,5 ໂຕນຕໍ່ເຮັກຕາ ແລະ ຫຼຸດຜ່ອນຕົ້ນທຶນກວ່າເມື່ອກ່ອນ 30%. ມາຮອດປີ 2013 ຂ້າພະເຈົ້າໄດ້ເຂົ້າເປັນສະມາຊິກກຸ່ມໂຮງຮຽນຊາວນາຂອງໂຄງການອະນຸລັກ ແລະຄຸ້ມຄອງຊີວະນາໆພັນພືດລະດັບຊຸມຊົນປະກອບມີ 25 ຄອບຄົວໄດ້ຮຽນຮູ້ການຜະລິດພືດພັນເຂົ້າໃໝ່ທີ່ເໝາະສົມກັບທ້ອງຖິ່ນ ແລະຍັງໄດ້ທັດສະນະສຶກສາຖອດ ຖອນບົດຮຽນການປູກເຂົ້າ, ການຜະລິດແນວພັນເຂົ້າຢູ່ສູນນາພອກນະຄອນຫຼວງວຽງຈັນ.

 ນອກຈາກນັ້ນທາງຫ້ອງການກະສິກຳ ແລະປ່າໄມ້ເມືອງພຽງໄດ້ນຳເອົາແນວພັນໃໝ່ປະສົມລຸ້ນ F3 ຈຳນວນ 27 ສາຍພັນຈາກສູນຜະລິດແນວພັນເຂົ້ານາພອກມາໃຫ້ຄອບຄົວຂ້າພະເຈົ້າທົດລອງຜະລິດປູກຈົນເຖິງ 5 ປີ (ເປັນເວລາ10 ລະດູການ)ແຕ່ປີ 2013-2018 ຈຶ່ງໄດ້ຮັບໃບຢັ້ງຢືນເປັນແນວພັນທ້ອງຖິ່ນຈາກພະແນກກະສິກຳ ແລະປ່າໄມ້ແຂວງ ໂດຍໃສ່ຊື່ວ່າ: ແນວພັນເຂົ້າເມືອງພຽງ 1 ຊຶ່ງ ເປັນແນວພັນທີ່ເອົາແນວພັນເຂົ້າເມືອງງາມາປະສົມກັບເຂົ້າດອກ ຄຳ 1 ຈຸດເດັ່ນຂອງເມັນເຂົ້າບໍ່ເປັນບົ່ວ, ທົນທານຕໍ່ສະພາບແວດລ້ອມໄດ້ດີ, ປູກໄດ້ທັງສອງລະດູນາປີ ແລະນາແຊງ, ເໝາະສົມກັບດີທຸກປະເພດຜົນຜະລິດອອກມາຄຸນນະພາບອ່ອນ ແລະ ກິນແຊບດີ, ສະມັດຕະພາບສະເລ່ຍ 4,5 ໂຕນຕໍ່ປີ.

 ໃນທ້າຍປີ 2018 ທາງສູນຄົ້ນຄວ້າແນວພັນເຂົ້ານາພອກໄດ້ສືບຕໍ່ສົ່ງສາຍພັນໂອໄບ 5 ມາປູກຄັດເລືອກໄດ້ 4 ລະດູການມາຮອດລະດູຝົນ 2020 ໄດ້ປູກທົດລອງເຫັນວ່າຜົນຜະລິດສູງເຖິງ 5,5 ໂຕນຕໍ່ເຮັກຕາ ເໝາະສົມກັບສະພາບແວດລ້ອມຂອງທ້ອງຖິ່ນພ້ອມທັງໄດ້ຮັບການນິຍົມ ແລະຮອງຮັບຈາກຊາວນາ, ສຳລັບການຜະລິດເຂົ້າໃນ ປີໜຶ່ງແມ່ນສາມາດຜະລິດໄດ້ທັງໝົດ 20 ກວ່າໂຕນ; ໃນນັ້ນຜະລິດແນວພັນເຂົ້າໄດ້ 6-7 ໂຕນຕໍ່ລະດູການຂາຍໃນລາຄາ 4.300 ກີບຕໍ່ກິໂລ ໂດຍຂາຍໃຫ້ສູນຜະ ລິດແນວພັນເຂົ້ານາພອກ ແລະປະຊາຊົນທີ່ມາຮັບຊື້ເພື່ອໄປບໍລິໂພກປີໜຶ່ງສາມາດຜະລິດໄດ້ 10-15 ໂຕນຕໍ່ປີ,ນອກນັ້ນກໍ່ຂາຍເປັນເຂົ້າສານໃນລາຄາກິໂລເຂົ້າ 7.000 ກີບ ສາມາດຂາຍສ້າງລາຍຮັບເຂົ້າຄອບຄົວໄດ້ເກືອບ 100 ລ້ານກີບ.

 ທ່ານ ສົມຄິດ ຍັງໄດ້ກ່າວຕື່ມອີກວ່າ: ໃນຊວງປີຕໍ່ໜ້າຈະທົດລອງປູກແນວພັນເຂົ້າເມືອງພຽງ 2 ອີກ, ຖ້າຫາກໄດ້ຮັບຮອງແນວພັນເຂົ້າເມືອງພຽງ 1 ແລະເມືອງພຽນ 2 ແລ້ວຂ້າພະເຈົ້າກໍ່ຍັງຈະໄດ້ສືບຕໍ່ຜະລິດແນວພັນເຂົ້າດັ່ງກ່າວເພື່ອໃຫ້ພໍ່ແມ່ປະຊາຊົນພາຍໃນເມືອງ ແລະບ່ອນອື່ນໆໄດ້ນຳໄປປູກບໍລິໂພກ,ປະຈຸບັນກຸ່ມຜະລິດແນວພັນ ເຂົ້າພວກເຮົາທັງໝົດມີ 21 ຄົນ ຊຶ່ງຈະໄດ້ຜະລິດແນວພັນເຂົ້າເພື່ອສະໜອງໃຫ້ສູນພັດທະນາກະສິກຳ 30 ເຮັກຕາ ແລະ ຈຳໜ່າຍໃຫ້ຊາວກະສິກອນພາຍໃນເມືອງ ແລະຕ່າງແຂວງອີກຫຼາຍແຂວງເຊັ່ນ: ແຂວງຫຼວງພະບາງ, ວຽງຈັນ, ອຸດົມໄຊ, ສາລະວັນ, ອັດຕະປື ແລະໄດ້ສົ່ງໄປເກັບຮັກສາໄວ້ສູນນາພອກ.

______

ໂດຍຄຳໃສ ພົມມະວັນ

ຮູບພາບໜັງສືພິມເສດຖະກິດສັງຄົມ