ດ້ວຍຄວາມງາມແບບທຳມະຊາດສ້າງຂຶ້ນໂດຍບໍ່ມີຜູ້ໃດປັ້ນແຕ່ງໂດຍສະເພາະກໍ່ແມ່ນຄວາມງົດງາມຂອງຫີນງອກທີ່ມີນໍ້າຍ້ອຍໄຫຼຜ່ານຫຼາຍພັນປີລວມທັງຫີນຍ້ອຍຊຶ່ງກ່ຽວພັນກັບນິທານພື້ນບ້ານທີ່ເລົ່າຂານກັນມາເປັນຕົ້ນແມ່ນແຕ່ກ່ອນມີຊາຍຊົນເຜົ່າຄົນໜື່ງຫຼົງມັກສາວລາວລຸ່ມຄົນໜຶ່ງຊຶ່ງນາງເປັນລູກຄົນຮັ່ງມີ, ໃນສະໄໝນັ້ນວັນໜຶ່ງຊາຍຄົນນັ້ນຈຶ່ງໄດ້ວາງແຜນໄປລັກເອົາລູກສາວຄົນນັ້ນມາເຊື່ອງໄວ້,ໃນເບື້ອງຕົ້ນໄດ້ຈັບເອົາໄປເຊື່ອງໄວ້ຢູ່ພູກະແຕ,ແຂວງສາລະວັນ,ແຕ່ນາງກໍ່ຍັງແນມເຫັນບ້ານຕົນເອງ.

  ຈາກນັ້ນກໍ່ເລີຍພານາງຍ້າຍມາຢູ່ພູລະກຸບ, ແຂວງເຊກອງ, ແຕ່ນາງກໍ່ຍັງແນມເຫັນບ້ານ ແລະຄິດຮອດບ້ານຢູ່ຄືເກົ່າ, ໃນທີ່ສຸດຜູ້ຊາຍຄົນນັ້ນກໍ່ໄດ້ນໍາເອົານາງມາເຊື່ອງ ໄວ້ທີ່ພູລະກາຍ. ແຕ່ຍ້ອນຄວາມຄິດຮອດ ແລະຄິດເຖິງນາງກໍ່ໄດ້ ປີນຂຶ້ນໄປເທິງຈອມພູດັ່ງກ່າວ, ນາງໄດ້ໄຫ້ນໍ້າຕາໄຫຼລົງໃສ່ຈອມພູດັ່ງກ່າວຈົນກາຍເປັນຮ່ອງຫ້ວຍ ສອງສາຍຄື: ຫ້ວຍນໍ້າຕາຂ້າງຊ້າຍເອີ້ນວ່າ: “ນາງລາວ”, ຫ້ວຍນໍ້າຕາເບື້ອງຂວາຕົກລົງແຕ່ຈອມພູເອີ້ນວ່າ: “ຫ້ວຍຖໍ້ານໍ້າລອດ”. ສອງຫ້ວຍໄດ້ໄຫຼຕົກລົງມາໃສ່ຫ້ວຍໄອ່, ສ່ວນໂຕຂອງນາງລາວເລີຍກາຍເປັນຫີນຮູບຄົນຕັ້ງຢູ່ຈອມພູ, ດັ່ງນັ້ນຈຶ່ງໄດ້ເອີ້ນພູນີ້ວ່າພູຖໍ້າເດັ້ງ ນາງລາວພູນາງລາວຕັ້ງຢູ່ບ້ານຖໍ້າເດັ້ງ,ເມືອງກະລຶມຫ່າງຈາກເທ ສະບານແຂວງ 79 ກິໂລແມັດ ແລະຈາກເທສະບານເມືອງກະລຶມ 16 ກິໂລແມັດ.

  ພູນາງລາວ ເປັນສະຖານທີ່ທ່ອງທ່ຽວທີ່ໄດ້ຮັບຄວາມສົນ-ໃຈຫຼາຍສົມຄວນເນື່ອງຈາກວ່າສະຖານທີ່ທ່ອງທ່ຽວແຫ່ງນີ້ມີຄວາມງາມທີ່ເປັນເອກະລັກແບບທຳມະຊາດໂດຍສະເພາະກໍ່ແມ່ນຫີນງອກທີ່ປົ່ງຊ້ອນຂຶ້ນພາຍໃນຖໍ້ານອກຈາກນັ້ນຍັງໄດ້ສຳພັດກັບບັນຍາກາດຄວາມງົດງາມ, ຄວາມເຢັນຂອງອາກາດ, ພ້ອມກັນນັ້ນພູນາງລາວຍັງເປັນສະຖານທີ່ພັກຜ່ອນທີ່ໄດ້ຮັບຄວາມນິຍົມຂອງບັນດາປະຊາຊົນທ້ອງຖິ່ນໂດຍສ່ວນໃຫຍ່ແລ້ວຜູ້ຄົນຈະນິຍົມກັນໄປກິນເຂົ້າປ່າເນື່ອງຈາກວ່າທຳມະຊາດອ້ອມຂ້າງບໍລິເວນຖໍ້າດັ່ງກ່າວລ້ວນແຕ່ມີປ່າໄມ້ທີ່ອຸດົມສົມບູນໃຫ້ຄວາມສົດຊື່ນ.