ກຸ່ມນາດີ ຈັດງານບຸນຊ່ວງເຮືອປະເພນີປະຈໍາປີ

  ເມື່ອບໍ່ດົນມານີ້ກຸ່ມນາດີເມືອງມຸນລະປາໂມກຈັດງານບຸນຊ່ວງເຮືອປະເພນີປະຈໍາປີ 2021 ໂດຍໄດ້ຈັດຂຶ້ນທີ່ທ່ານໍ້າຂອງບ້ານນາດີ ໂດຍເປັນປະທານຂອງທ່ານ ຈັນສະຫ່ວາງ ບຸດຕະວົງ ຮອງເລຂາຄະນະພັກຮາກຖານກຸ່ມນາດີ, ເຂົ້າຮ່ວມມີທ່ານ ພິດສະຫົງ ພົມມະວົງສາ ເຈົ້າເມືອງມຸນລະປາໂມກພ້ອມຄະນະ, ມີຫົວໜ້າ-ຄະນະຫ້ອງ ການອອ້ມຂ້າງເມືອງ, ນັກທຸລະກິດ, ພໍ່ແມ່ປະຊາຊົນເຂົ້າຮ່ວມ.

 ທ່ານ ຈັນສະຫ່ວາງ ບຸດຕະວົງ ຮອງເລຂາຄະນະພັກຮາກຖານກຸ່ມນາດີ ກໍ່ໄດ້ໃຫ້ກຽດຂຶ້ນກ່າວເປີດງານວ່າ: ຈຸດປະສົງໃນການຈັດງານໃນຄັ້ງນີ້ກໍ່ເພື່ອສະເຫຼີມສະຫຼອງວັນສໍາຄັນຂອງຊາດຂອງພັກ,ໂດຍສະເພາະແມ່ນການສ້າງຂະບວນການເພື່ອຂໍ່ານັບຮັບຕ້ອນບັ້ນເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ lXສະມາຊິກສະພາປະຊາ ຊົນແຂວງຊຸດທີ ll, ຂໍ່ານັບຊົມເຊີຍກອງປະຊຸມໃຫ່ຍຄັ້ງທີ XI ຂອງພັກ,ຈັດຕັ້ງຜັນຂະຫຍາຍມະຕິ 4 ສະໄໝທີ Vlll ຂອງອົງຄະນະພັກເມືອງຕິດພັນກັບການອະນຸລັກ ຮັກສາຮີດຄອງປະເພນີອັນດີງາມຂອງຊາດ, ຂອງທ້ອງຖິ່ນໃຫ້ຄົງຢູ່ຊົ່ວລູກຊົ່ວຫຼານທີ່ສໍາຄັນກໍ່ເພື່ອເຮັດໃຫ້ກີລາກາຍເປັນໃຈກາງແຫ່ງຄວາມສາມັກຄີ.

  ສໍາລັບເຮືອທີ່ເຂົ້າຮ່ວມແຂ່ງຂັນໃນຄັ້ງນີ້ແມ່ນເຮືອປະເພດ 12 ສີພາຍ ທັງໝົດມີ 4 ລໍາ ມີເຮືອບ້ານນາດີ, ເຮືອບ້ານຫ້ວຍແຮດ, ເຮືອບ້ານຫ້ວຍໂກ,ເຮືອບ້ານນາກາງ, ຜ່ານການແຂ່ງຂັນຕົວຈິງຊະນະເລີດໄດ້ແກ່ເຮືອບ້ານຫ້ວຍແຮດ, ທີ 2 ໄດ້ແກ່ເຮືອບ້ານຫ້ວຍໂກ, ທີ 3 ໄດ້ແກ່ເຮືອບ້ານນາດີ (ຄຸ້ມນາ ກາງ) ລາງວັນຊົມເຊີຍໄດ້ແກ່ເຮືອ ບ້ານນາດີ, ໃນວັນດຽວກັນນັ້ນຍັງໄດ້ຮັບຊົມການແຂ່ງຂັນກີລາບານສົ່ງໃນ 4 ທີມຄືທີມການນໍາຂອງເມືອງ, ທີມບໍລິສັດໄຊສົມບູນ, ທີມກຸ່ມສະພັງ, ທີມກຸ່ມນາດີ.