ທົບທວນໃຊ້ທຶນພັດທະນາຊຸມຊົນຂອງໂຄງການໄຟຟ້າຫົງສາ

  ກອງປະຊຸມຄະນະກໍາມະການຄຸ້ມຄອງ ແລະການນໍາໃຊ້ເງິນທຶນພັດທະນາຊຸມຊົນ (SEDF) ໂຄງການໄຟຟ້າພະລັງຄວາມຮ້ອນຫົງສາປະຈໍາປີ 2020 ໄດ້ຈັດຂຶ້ນໃນວັນທີ 22 ມັງກອນ 2021 ນີ້ທີ່ຫໍປະຊຸມຫ້ອງວ່າການປົກຄອງແຂວງໂດຍການເປັນປະທານຂອງທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງໄຊຍະບູລີ, ປະທານຄະນະກໍາມະການຄຸ້ມຄອງ ແລະ ການນໍາໃຊ້ກອງທຶນພັດທະນາຊຸມຊົນໂຄງການໄຟຟ້າພະລັງຄວາມຮ້ອນຫົງສາມີເຈົ້າເມືອງຮອງເຈົ້າເມືອງຫົງສາຊຽງຮ່ອນ ແລະເມືອງເງິນ, ແຂກຖືກເຊີນຈາກກະຊວງ ແລະພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

  ທ່ານ ພົງສະຫວັນ ສິດທະວົງ ກ່າວວ່າ: ຜ່ານການຈັດຕັ້ງປະຕິບັດເລີ່ມແຕ່ ປີ2015 ເປັນຕົ້ນມາຄະນະກໍາມະການຄຸ້ມຄອງກອງທຶນແຕ່ລະພາກສ່ວນໄດ້ມີຄວາມຮັບ ຜິດຊອບໃນການນໍາໃຊ້ເງິນກອງທຶນດັ່ງກ່າວຖືກກັບເປົ້າໝາຍ, ໂຄງການ-ກິດຈະກໍາຕ່າງໆ ເປັນການປະກອບສ່ວນເຮັດໃຫ້ຊຸມຊົນທີ່ໄດ້ຮັບຜົນກະທົບໄດ້ມີຄວາມສະດວກ ແລະເຮັດໃຫ້ຊີວິດການເປັນຢູ່ມີການຫັນປ່ຽນທີ່ດີຂຶ້ນເປັນກ້າວໆ.

ກອງປະຊຸມຄັ້ງນີ້ບັນດາຜູ້ເຂົ້າຮ່ວມໄດ້ຮັບຟັງຜ່ານບົດສະຫຼຸບການຈັດຕັ້ງປະຕິບັດວຽກງານກອງທຶນພັດທະນາຊຸມຊົນ SEDF ໂຄງການໄຟຟ້າພະລັງຄວາມຮ້ອນຫົງສາປະຈໍາປີ  2020 ແລະແຜນການປະຈໍາປີ 2021, ຜ່ານບົດລາຍງານການນໍາໃຊ້ເງິນກອງທຶນ ພັດທະນາຊຸມຊົນ SEDF ໂຄງການໄຟຟ້າຄວາມຮ້ອນຫົງສາ (3ແສນໂດລາຕໍ່ປີ) ເຂົ້າໃນວຽກງານປົກປັກຮັກສາສິ່ງແວດລ້ອມ, ຜ່ານບົດລາຍງານການນໍາໃຊ້ເງິນກອງທຶນພັດທະນາຊຸມຊົນ SEDF ໂຄງການໄຟຟ້າຄວາມຮ້ອນຫົງສາ (70 ພັນໂດລາ ຕໍ່ປີ) ເຂົ້າໃນວຽກງານຄະນະກໍາມະການຊີ້ນໍາລວມໂຄງການໄຟຟ້າພະລັງຄວາມຮ້ອນຫົງສາຜ່ານບົດລາຍງານການການນໍາໃຊ້ເງິນກອງທຶນພັດທະນາຊຸມ ຊົນ SEDF ໂຄງການໄຟຟ້າຄວາມຮ້ອນຫົງສາ (30 ພັນໂດລາຕໍ່ປີ) ເຂົ້າໃນວຽກງານຄະນກໍາມະການຍົກຍ້າຍຈັດສັນ RMU ໂຄງການໄຟຟ້າພະລັງຄວາມຮ້ອນຫົງສາຜ່ານບົດລາຍງານການທົບທວນດ້ານກົດໝາຍ ແລະ ສັນຍາສໍາປະທານກ່ຽວກັບການຄິດໄລ່ແບ່ງປັນເງິນຂອງກອງທຶນພັດທະນາຊຸມຊົນ SEDF ໂຄງການໄຟຟ້າຄວາມຮ້ອນຫົງສາ.  

  ທັງນີ້ກໍ່ເພື່ອເປັນການທົບທວນຄືນຜົນຂອງການນໍາໃຊ້ເງິນກອງທຶນຂອງແຕ່ລະພາກສ່ວນໃນໄລຍະຜ່ານມາວ່າມີປະສິດທິຜົນໜ້ອຍຫຼາຍປານໃດ, ທົບທວນຄືນກ່ຽວກັບການຈັດແບ່ງເງິນກອງທຶນດັ່ງກ່າວໃຫ້ແຕ່ລະພາກສ່ວນວ່າມີຄວາມເໝາະສົມ,ຖືກຕ້ອງສອດຄ່ອງຕາມສັນຍາສໍາປະທານແລ້ວ ຫຼືບໍ່ ແລະ ໃນປີ 2021 ນີ້ຈະຕ້ອງໄດ້ຕົກ ລົງເປັນເອກະພາບກັນໃນການແບ່ງປັນເງິນກອງທຶນດັ່ງກ່າວຄືນໃໝ່ໂດຍອີງໃສ່ສັນຍາສໍາປະທານເປັນຕົ້ນຕໍ.

------------

ຂ່າວມະໄລວັນ, ຮູບພາບໜັງສືພິມເສດຖະກິດ-ສັງຄົມ