ລັດຖະມົນຕີກະຊວງການຄ້າລົງຊຸກຍູ້ການປູກ ແລະສ້າງໂຮງງານໄມ້ອັດບໍລິສັດບົວລະພາ

  ໃນວັນທີ 22 ມັງກອນ ຜ່ານມາ ທ່ານ ນາງ ເຂັມມະນີ ພົນເສນາ ລັດຖະມົນຕີກະຊວງອຸດສາຫະກຳ ແລະການຄ້າພ້ອມດ້ວຍຄະນະໄດ້ເຄື່ອນໄຫວຢ້ຽມຢາມການປູກໄມ້ອຸດສາຫະກຳແບບມີສ່ວນຮ່ວມຂອງບໍລິສັດບົວລະພາກະສິກຳ-ປ່າໄມ້ຈຳກັດທີ່ບ້ານນາຄັນທຸງ ເມືອງໄຊທານີ ນະຄອນຫຼວງວຽງຈັ ຶ່ງໃຫ້ການຕ້ອນຮັບຂອງທ່ານ ຮັກກັນ ອີຣິກຊັນ ຜູ້ອຳນວຍການບໍລິສັດ ບົວລະພາກະສິກຳ-ປ່າໄມ້ຈຳກັດ;ທ່ານນາງ ສຸໄພວັນ ທ່ຽງຈັນໄຊ ຮອງຜູ້ອຳນວຍການບໍລິສັດບົວລະພາກະສິກຳ-ປ່າໄມ້ຈຳກັດພ້ອມດ້ວຍຄະນະບໍລິຫານງານຕະຫຼອດຮອດພະນັກງານຂອງບໍລິສັດບົວລະພາກະສິກຳ-ປ່າໄມ້ຈຳກັດຮ່ວມໃຫ້ການຕ້ອນຮັບ.

  ໃນໂອກາດດັ່ງກ່າວທາງຄະນະຂອງທ່ານລັດຖະມົນຕີກະຊວງອຸດສາຫະກຳ ແລະການຄ້າໄດ້ຮັບຊົມການສາທິດການຕັດໄມ້ດ້ວຍເຄື່ອງຈັກ Ponsse ທີ່ເປັນເຄື່ອງຈັກຕັດໄມ້ທີ່ມີຄວາມທັນສະໄໝໂດຍມີກົນໄກການເກັບກູ້ໄມ້ແບບຄົບຊຸດຊຶ່ງໃນນີ້ບໍລິສັດບົວລະພາກະສິກຳ-ປ່າໄມ້ຈຳກັດເປັນບໍລິສັດທຳອິດທີ່ໄດ້ນຳໃຊ້ເຄື່ອງຈັກດັ່ງກ່າວໃນຂົງ ເຂດອາຊີຕາເວັນອອກສຽງໃຕ້; ໃນນີ້ລະບົບການເຮັດວຽກຂອງເຄື່ອງຈັກແມ່ນມີ 2 ຍອນຄືຕັດ ແລະຍົກຂຶ້ນລົດ, ເຄື່ອງຈັກຊະນິດດັ່ງກ່າວນີ້ສາມາດຕັດຕົ້ນໄມ້ໄດ້ປະມານ 700 ຕົ້ນຕໍ່ຊົ່ວໂມງ ໂດຍບໍລິສັດບົວລະພາກະສິກຳ-ປ່າໄມ້ຈຳກັດແມ່ນມີແຜນເກັບກູ້ໄມ້ໃຫ້ໄດ້ 1,6 ແສນແມັດກ້ອນ ຕໍ່ປີເພື່ອສະໜອງວັດຖຸດິບໃຫ້ແກ່ໂຮງງານໄມ້ອັດ, ພ້ອມດຽວກັນນີ້ທາງຄະນະທ່ານລັດຖະມົນຕີຍັງໄດ້ເດີນທາງຕໍ່ໄປຢ້ຽມຢາມໂຮງງານຜະລິດໄມ້ອັດຂອງບໍລິສັດບົວລະພາກະສິກຳ-ປ່າໄມ້ຈຳກັດທີ່ບ້ານຄອນພຸກ-ບ້ານໂພນສູງ ເມືອງຫີນເຫີບ ແຂວງວຽງຈັນ ໂດຍອີງຕາມລາຍງານຂອງ ທ່ານ ແພຣ໌ກຣາດິນ ຜູ້ຈັດການໂຄງການໂຮງງານໄມ້ອັດໄດ້ໃຫ້ຮູ້ວ່າ: “ໂຮງງານໄມ້ອັດແຫ່ງນີ້ຈະທົດ ລອງການຜະລິດພາຍໃນເດືອນເມສາ 2021 ແລະມີເປົ້າໝາຍສ້າງກຳລັງແຮງງານໃນໂຮງງານເບື້ອງຕົ້ນແມ່ນ 350 ຄົນ,ສຳລັບວັດຖຸດິບທີ່ສະໜອງໃນໂຮງງານແມ່ນໄມ້ອຸດສາຫະກຳຈາກສວນທີ່ບໍລິສັດບົວລະພາກະສິກຳ-ປ່າ ໄມ້ຈຳກັດປູກເອງ 100% ມີຈຳນວນ 1,3 ແສນແມັດກ້ອນຕໍ່ປີ ແລະ ສາມາດສະໜອງຜະລິດຕະພັນໄມ້ອັດໄດ້ 50 ພັນແມັດກ້ອນຕໍ່ປີ (ໃນນີ້ຜະລິດຕະພັນຈຳນວນ 5% ແມ່ນສະໜອງຕະຫຼາດ  ພາຍໃນປະເທດ ແລະ 95% ຈະສົ່ງອອກຕ່າງປະເທດເຊັ່ນ: ຈີນ, ເອີຣົບ ແລະບັນດາປະເທດໃນອາຊຽນຊຶ່ງມາຮອດປະຈຸບັນໂຮງງານດັ່ງກ່າວມີຄວາມຄືບໜ້າແລ້ວ 97% ແລະ ຄາດວ່າຈະເລີ່ມເດີນເຄື່ອງຜະລິດສິນຄ້າຕອບສະໜອງໃຫ້ກັບຕະ ຫຼາດໃນໄວໆນີ້.