ກວດພົບຜູ້ຕິດເຊື້ອພະຍາດໂຄວິດ-19 ເພີ່ມອີກ 1 ຄົນໃນວັນທີ 25 ັງກອນ 2021, ຊຶ່ງເປັນແຮງງານລາວເພດຍິງທີ່ເດີນທາງກັບຈາກປະເທດມາເລເຊຍ,ເຮັດໃຫ້ປະຈຸບັນຍອດຜູ້ຕິດເຊື້ອພະຍາດໂຄວິດ-19 ສະສົມ ເພີ່ມເປັນ 44 ຄົນ, ພ້ອມນີ້ຄະນະສະເພາະກິດຍັງໄດ້ຊີ້ແຈງກໍລະນີມີຂ່າວລືທີ່ວ່າມີແຮງງານລາວລັກເຂົ້າມາໃນປະເທດໂດຍບໍ່ຜ່ານຂັ້ນຕອນການກັກບໍລິເວນເປັນເວລາ 14 ມື້ທີ່ກຳນົດໄວ້ແລ້ວຂີ່ລົດໂດຍສານທີ່ມີມວນຊົນໃກ້ຊິດ 100 ກວ່າຄົນ.

 ຮສ. ດຣ ພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກ, ຕາງໜ້າໃຫ້ຄະນະສະເພາະກິດທີ່ປ້ອງກັນ, ຄວບຄຸມ ແລະແກ້ໄຂການລະບາດຂອງພະຍາດໂຄວິດ-19 ຖະແຫຼງຂ່າວປະຈຳວັນທີ 25 ມັງກອນ 2021 ນີ້ວ່າການເກັບຕົວຢ່າງມາກວດວິເຄາະ ແລະຄົ້ນຫາຜູ້ຕິດເຊື້ອພະຍາດໂຄວິດ-19 ໃນວັນທີ 24 ມັງກອນ ມີທັງໝົດ 356 ຄົນໃນນັ້ນມີ 3 ຕົວຢ່າງຈາກບຸກຄົນທົ່ວໄປມີອາການ,73 ຕົວຢ່າງ ຈາກບຸກຄົນທົ່ວໄປບໍ່ມີອາການແຮງງານລາວກັບມາແຕ່ໄທ 32 ຕົວຢ່າງ, ແຮງ ງານ ຈີນ 199 ຕົວຢ່າງ ແລະ ແຮງງານໄທ 49 ຕົວຢ່າງຊຶ່ງຜົນກວດວິເຄາະທັງໝົດແມ່ນພົບຜູ້ຕິດເຊື້ອໃໝ່ຈຳນວນ 1 ຄົນ ເປັນແຮງງານລາວເພດຍິງອາຍຸ 29 ປີ, ກັບມາຈາກມາເລເຊຍສັງລວມການກວດວິເຄາະນັບແຕ່ເດືອນມັງກອນ 2020 ຮອດວັນທີ 24 ມັງກອນ 2021 ໄດ້ເກັບຕົວຢ່າງມາກວດທັງໝົດ 101,489 ຕົວ ຢ່າງກວດພົບເຊື້ອສະສົມ 44 ຄົນ.

 ຮສ.ດຣ ພູທອນ ເມືອງປາກ ໄດ້ໃຫ້ຮູ້ຕື່ມກ່ຽວກັບການຕິດຕາມເຝົ້າລະວັງພະຍາດໂຄວິດ-19 ຢູ່ປະເທດເຮົາຮອດ 5 ໂມງແລງຂອງວັນທີ 24 ມັງກອນ ນີ້ໄດ້ຕິດຕາມຜູ້ເດີນທາງຈາກຈຸດຜ່ານແດນຕ່າງໆທົ່ວປະເທດມີຜູ້ເດີນທາງເຂົ້າມາມີທັງໝົດ 2.366 ຄົນ ໃນຈຸດຜ່ານດ່ານລາວ-ໄທ 936 ຄົນ, ເປັນແຮງງານລາວກັບມາແຕ່ໄທ 61 ຄົນ, ຈຸດຜ່ານດ່ານລາວ-ຈີນ 31 ຄົນ, ຈຸດຜ່ານດ່ານລາວ-ຫວຽດນາມ 1.165 ຄົນ,ຈຸດຜ່ານດ່ານລາວ-ກຳປູເຈຍ 2 ຄົນ,ເດີນທາງຜ່ານສະໜາມບິນວັດສາກົນວັດໄຕ 226 ເປັນຄົນຈີນ 195 ຄົນ, ຄົນລາວ 56 ຄົນ, ຕ່າງປະເທດ 15 ຄົນທຸກຄົນແມ່ນໄດ້ແທກອຸນຫະພູມຮ່າງກາຍແຕ່ບໍ່ພົບຜູ້ມີອາການເປັນໄຂ້ ແລະໄດ້ເກັບຕົວຢ່າງທຸກໆຄົນມາກວດແລ້ວຈຶ່ງນຳສົ່ງໄປຫາສະຖານທີ່ຈຳກັດບໍລິເວນທີ່ກຳນົດໄວ້ຈົນກວ່າຈະຄົບກຳນົດ 14 ວັນ.