ໂລກ້າຄິ້ວ ເປັນທາງເລືອກໃໝ່ໃນການໂດຍສານ

  ວັນທີ 26 ມັງກອນ 2021 ທີ່ໂຊຣູມລົດຂອງບໍລິສັດ ພຣາຍ ອໍໂຕ (ລາວ) ຈໍາກັດຜູ້ດຽວ ນະຄອນຫຼວງວຽງຈັນ, ບໍລິສັດ ໂລກ້າ ຈໍາກັດ ຜູ້ໃຫ້ບໍລິການແທັກຊີອອນລາຍ 24 ຊົ່ວໂມງນໍາສະເໜີບໍລິການໃໝ່ “ໂລກ້າຄິ້ວ” (LOCA QUTE) ໂດຍຮ່ວມມືກັບບໍລິສັດ ພຣາຍ ອໍໂຕ (ລາວ) ຈໍາກັດຜູ້ດຽວ ແລະບໍລິສັດ ພົງສະຫວັນປະ ກັນໄພ (APA) ທັງນີ້ກໍເພື່ອເພີ່ມທາງເລືອກຮູບແບບບໍລິການໃໝ່ໆໃຫ້ກັບລູກຄ້າ.

 ທ່ານ ສຸລິໂຍ ວົງດາລາ ຜູ້ອໍານວຍການບໍລິສັດ ໂລກ້າ ຈໍາກັດ ກ່າວວ່າ: ໂລກ້າຄິ້ວ (LOCA QUTE) ແມ່ນບໍລິການແບບໃໝ່ທີ່ນໍາໃຊ້ລົດຂະໜາດນ້ອຍນໍາເຂົ້າຈາກປະ ເທດອິນເດຍຊຶ່ງເປັນທາງເລືອກໃໝ່ໃຫ້ກັບລູກຄ້າທີ່ຕ້ອງການເດີນທາງໄລຍະສັ້ນ ແລະ ໃນຊົ່ວໂມງຮີບດ່ວນເນື່ອງຈາກຕົວລົດທີ່ມີຂະໜາດນ້ອຍກວ່າລົດທົ່ວໄປຈຶ່ງສາມາດເດີນທາງໄດ້ໃນຕົວເມືອງຄ່ອງແຄ້ວກວ່າ ແລະມີຄ່າບໍລິການທີ່ປະຢັດກວ່າ,ທັງນີ້ກໍເພື່ອຕອບສະໜອງໃຫ້ລູກຄ້າມີທາງເລືອກທີ່ຫຼາກຫຼາຍຂຶ້ນໃນການນໍາໃຊ້ບໍລິການຂົນສົ່ງຜູ້ໂດຍສານໃນນະຄອນຫຼວງວຽງຈັນ.

ນອກຈາກນີ້ໂລກ້າຄິ້ວຍັງໄດ້ເນັ້ນເລື່ອງຄວາມປອດໄພໃຫ້ແກ່ຜູ້ໂດຍສານທຸກສາຍທາງທີ່ໃຊ້ບໍລິການໂດຍການໂດຍສານທຸກຖ້ຽວແມ່ນໄດ້ຮັບການຄຸ້ມຄອງສູງສຸດ 500 ລ້ານກີບ ຈາກບໍລິສັດພົງສະຫວັນປະກັນໄພ (APA), ພ້ອມນີ້ບໍລິການຂອງໂລກ້າກໍຍັງມີລາຄາທີ່ໂປ່ງໃສເພາະນໍາໃຊ້ລະບົບຄິດໄລ່ລາຄາທີ່ຜູ້ໃຊ້ໂດຍສານສາມາດກວດສອບໄດ້ໃນທຸກໆຖ້ຽວ, ມີປະຫວັດຂອງຄົນຂັບ ແລະຍິ່ງເດີນທາງພ້ອມກັນຫຼາຍຄົນຍິ່ງປະຢັດເພາະຄ່າບໍລິການແມ່ນສາມາດຫານກັນໄດ້ (ບໍ່ໄດ້ໄລ່ເປັນບຸກຄົນ) ພິເສດກໍຄືຜູ້ໂດຍສານຍັງສາມາດສະສົມຄະແນນຈາກການນໍາໃຊ້ບໍລິການເພື່ອນໍາໄປແລກຮັບສິດທິພິເສດຕ່າງໆອີກດ້ວຍ.

  ແນວໃດກໍດີການຮ່ວມມືກັນຂອງບໍລິສັດ ໂລກ້າ ຈໍາກັດ, ບໍລິສັດ ພຣາຍອໍໂຕ (ລາວ) ຈໍາກັດຜູ້ດຽວ ແລະບໍລິສັດພົງສະຫວັນປະກັນໄພຄັ້ງນີ້ແມ່ນເພື່ອຢາກໃຫ້ຄົນລາວມີການບໍລິການຂົນສົ່ງໂດຍສານທີ່ໄດ້ມາດຕະຖານທຽບເທົ່າສາກົນໃນລາຄາທີ່ຄົນລາວສາມາດຈ່າຍໄດ້ທັງຍັງເນັ້ນເລື່ອງຄວາມປອດໄພເປັນຫຼັກໃນການໃຫ້ບໍລິການໂດຍທ່ານໃດມີຄວາມສົນໃຈສາມາດສອບຖາມຂໍ້ມູນເພີ່ມຕື່ມໄດ້ທີ່ www.facebook.com/localaos ຫຼື Website www.loca.la