ໄຟໄໝ້ເຮືອນຊາວບ້ານຜາຫວາຍ

  ໃນວັນທີ 24 ມັງກອນ 2021 ໄດ້ເກີດເຫດໄຟໄໝ້ເຮືອນປະຊາຊົນທີ່ບ້ານຜາຫວາຍ ກຸ່ມບ້ານຈີມ ເມືອງພູຄູນ ແຂວງຫຼວງພະບາງ ເຮືອນທີ່ເກີດໄຟໄໝ້ເປັນເຮືອນໄມ້ຊັ້ນດຽວ, ມຸງດ້ວຍຫຍ້າ ຈຳນວນ 2 ຫຼັງ ເສຍຫາຍໝົດທັງຫຼັງ.

 ຜ່ານການສືບສວນ-ສອບສວນເບື້ອງຕົ້ນຂອງເຈົ້າທີ່ຕຳຫຼວດເມືອງຈາກພະຍານ ແລະຜູ້ເຫັນເຫດການຮູ້ວ່າ: ເວລາປະມານ 14:30 ໂມງ ຂອງມື້ເກີດເຫດໄດ້ເກີດໄຟໄໝ້ຈາກເຕົາໄຟຂອງເຮືອນຫຼັງທີ່ເປັນຫໍພັກຄູສອນທີ່ຄອບຄົວຂອງປະຊາຊົນບ້ານຜາຫວາຍອາໄສຢູ່ຊົ່ວຄາວຊຶ່ງເປັນເຮືອນຫຼັງຕົ້ນໄຟປະຊາຊົນໄດ້ໃຊ້ເວລາພ້ອມກັນມອດແຕ່ບໍ່ສາມາດດັບໄຟໄດ້ເນື່ອງຈາກສະພາບອາກາດແດດກ້າ ແລະມີລົມພັດສົມທົບກັບເຮືອນຈຸດເກີດເຫດເປັນວັດຖຸທີ່ເຮັດໃຫ້ເກີດເຊື້ອໄຟຢ່າງດີ.

  ຈາກນັ້ນໄຟໄດ້ລຸກໄໝ້ຢ່າງໄວວາ ແລະລາມໄປເຮືອນອີກຫຼັງທີ່ຢູ່ຕິດກັນລວມມີເຄື່ອງໃຊ້ໃນເຮືອນ, ເຂົ້າເປືອກ, ໄມ້ປຸກສ້າງ ແລະເງິນສົດຈຳນວນໜຶ່ງເສຍຫາຍແຕ່ໂຊກດີທີ່ບໍ່ມີຄົນໄດ້ຮັບບາດເຈັບ ແລະເສຍຊີວິດຜົນການປະເມີນຄ່າເສຍຫາຍເບື້ອງຕົ້ນມີປະມານທັງໝົດ 45 ລ້ານກີບ.

  ສາເຫດຂອງການເກີດອັກຄີໄພໃນຄັ້ງນີ້ແມ່ນເກີດຈາກການຂາດສະຕິໃນການມອບດັບໄຟກ່ອນອອກຈາກເຮືອນ.

-----------

ຂ່າວ: ວັນທຽນ ຄຳທະສິດ

ຮູບພາບໜັງສືພິມເສດຖະກິດ-ສັງຄົມ