ເຜີຍແຜ່ການນໍາໃຊ້ລະບົບຄຸ້ມຄອງເກັບລາຍຮັບສ່ວຍສາອາກອນ

 ວັນທີ 28 ມັງກອນ 2021 ກົມສ່ວຍສາອາກອນກະຊວງການເງິນ,ຄັງເງິນແຫ່ງຊາດຮ່ວມກັບສ່ວຍສາອາກອນປະຈໍາແຂວງເຊກອງ ແລະທະນາຄານການຄ້າຕ່າງປະ ເທດລາວມະຫາຊົນໄດ້ຈັດຕັ້ງເຜີຍແຜ່ແນະນໍາການນໍາໃຊ້ລະບົບຂໍ້ມູນຂ່າວສານຄຸ້ມຄອງເກັບລາຍຮັບສ່ວຍສາອາກອນແທັກຣິສ (TaxRIS) ໃຫ້ແກ່ບັນດາອົງການ ຈັດ ຕັ້ງລັດ ແລະ ຫົວໜ່ວຍທຸລະກິດທົ່ວເມືອງລະມາມໂດຍການເຂົ້າຮ່ວມຂອງ ທ່ານ ວົງເດືອນ ຈັນທະບຸດຊຽງ ເຈົ້າເມືອງລະມາມທ່ານ ລໍາທອງ ຍົນມະຫາໄຊ ຫົວໜ້າສ່ວຍສາອາກອນປະຈໍາແຂວງ,ມີຮອງເຈົ້າເມືອງ, ຫົວໜ້າຫ້ອງການການເງິນເມືອງ,ພະນັກງານວິຊາການຂະແໜງການທີ່ກ່ຽວຂ້ອງຈາກອົງການຈັດຕັ້ງລັດ ແລະພ້ອມດ້ວຍບັນດາຫົວໜ່ວຍທຸລະກິດທົ່ວເມືອງເຂົ້າຮ່ວມ.

  ທ່ານ ວົງເດືອນ ຈັນທະບຸດຊຽງ ໃຫ້ຮູ້ວ່າ: ການຜັນຂະຫຍາຍກ່ຽວກັບການນໍາໃຊ້ລະບົບຂໍ້ມູນຂ່າວສານຄຸ້ມຄອງເກັບລາຍຮັບສ່ວຍສາອາກອນ ແທັກຣິສ (TaxRIS ) ໃນຄັ້ງນີ້ ແມ່ນເພື່ອອໍານວຍຄວາມສະດວກໃນການແຈ້ງມອບພັນທະຂອງຜູ້ເສຍອາກອນໃຫ້ນັບມື້ນັບດີຂຶ້ນ, ຮັບປະກັນໃຫ້ທຸກເມັດເງິນຈາກຜູ້ເສຍອາກອນເຂົ້າງົບປະ ມານແຫ່ງລັດຢ່າງລວມສູນ, ມີຄວາມຖືກຕ້ອງ, ຄົບຖ້ວນ, ໂປ່ງໃສ ແລະສາມາດກວດສອບໄດ້; ຊຶ່ງການຈັດຕັ້ງຜັນຂະຫຍາຍກ່ຽວກັບລະບົບແທັກຣິສມາຮອດປະຈຸບັນແຜນນໍາໃຊ້ຢູ່ກົມສ່ວຍສາອາກອນ ແລະ ສ່ວຍສາອາກອນໃນຂອບເຂດທົ່ວປະເທດໄປທຸກໆແຂວງປະຈໍາ 15 ແຂວງໂດຍແຂວງເຊກອງກໍແມ່ນແຂວງໜຶ່ງທີ່ນອນເປົ້າ ໝາຍຂະຫຍາຍລະບົບດັ່ງກ່າວ; ເພື່ອເຮັດໃຫ້ການຫັນວຽກງານຄຸ້ມຄອງລາຍຮັບສ່ວຍສາອາກອນເປັນທັນສະໄໝດັ່ງກ່າວມີຜົນສໍາເລັດດີທ່ານເຈົ້າເມືອງຍັງໄດ້ຮຽກຮ້ອງມາຍັງບັນດາອົງການຈັດຕັ້ງລັດ ແລະຫົວໜ່ວຍທຸລະກິດທີ່ນໍາໃຊ້ຕົວຈິງຈົ່ງເອົາໃຈໃສ່ຕິດຕາມການແນະນໍາ,ທໍາຄວາມເຂົ້າໃຈ ແລະຮຽນຮູ້ການນໍາໃຊ້ລະບົບດັ່ງກ່າວໃຫ້ສາ ມາດນໍາໃຊ້ໄດ້ຢ່າງກວ້າງຂວາງ.

  ຫຼັງຈາກນັ້ນ ທ່ານ ພານຸທິດ ສີລາດວງໃຈ ວິຊາການພະແນກເຕັກໂນໂລຢີຂໍ້ມູນຂ່າວສານກົມສ່ວຍສາອາກອນ ແລະຕາງໜ້າຈາກກົມຄັງເງິນສົດກະຊວງການເງິນໄດ້ແນະນໍາການນໍາໃຊ້ລະບົບຂໍ້ມູນຂ່າວສານຄຸ້ມຄອງເກັບລາຍຮັບສ່ວຍສາອາກອນ(TaxRISແລະ(RTIS),ການເຊື່ອມຕໍ່ກັບລະບົບທະນາຄານ ແລະລະບົບTaxRIS, ການມອບລາຍຮັບສ່ວຍສາອາກອນເຂົ້າງົບປະມານແຫ່ງລັດຜ່ານລະບົບທະນາຄານໃຫ້ແກ່ບັນດາຜູ້ເຂົ້າຮ່ວມເພື່ອນໍາໄປໃຊ້ ໃນຂະແໜງການຕົນໃຫ້ເກີດປະໂຫຍດສູງສຸດໃນຕໍ່ໜ້າທັງນີ້ເພື່ອໃຫ້ມີຄວາມສະດວກ, ວ່ອງໄວ່າຍດາຍ ແລະໄດ້ຮັບປະສິດທິຜົນສູງ.

-----------

ໂດຍ: ພຸດທະສອນ

ຮູບພາບໜັງສືພິມເສດຖະກິດ-ສັງຄົມ