ຜ່ານຮ່າງແຜນພັດທະນາ ແລະສົ່ງເສີມການທ່ອງທ່ຽວ

  ວັນທີ 27 ມັງກອນ 2021 ທີ່ສູນຝືກອົບຮົມພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະທ່ອງທ່ຽວ ແຂວງຫຼວງນໍ້າທາ ໄດ້ຜ່ານຮ່າງແຜນວິໄສທັດຮອດ 2035, ແຜນຍຸດທະສາດ 10 ປີ 2021-2030, ແຜນພັດທະນາ ແລະ ສົ່ງເສີມການທ່ອງທ່ຽວ 5 ປີ 2021-2025 ຂອງແຂວງຫຼວງນໍ້າທາໂດຍການເປັນປະທານຂອງ ທ່ານ ໂຫຼຍໄຊ ເມືອງນາມ ຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະທ່ອງທ່ຽວແຂວງຫຼວງນໍ້າທາມີຂະແໜງການກ່ຽວຂ້ອງຂັ້ນແຂວງ,ຂັ້ນເມືອງ,ຜູ້ປະກອບການທຸລະກິດນໍາທ່ຽວເຂົ້າຮ່ວມ.

 ທ່ານ ສົມສະຫວາດ ນາມອິນທາ ຫົວໜ້າຂະແໜງທ່ອງທ່ຽວພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະທ່ອງທ່ຽວແຂວງຫຼວງນໍ້າທາໄດ້ຜ່ານຮ່າງບົດສະຫຼຸບການຈັດ ຕັ້ງປະຕິບັດແຜນພັດທະນາ ແລະສົ່ງເສີມການທ່ອງທ່ຽວ 5 ປີ 2016-2020 ວິໄສທັດຮອດປີ 2035, ແຜນຍຸດທະສາດຮອດປີ 2030, ແຜນພັດທະນາ ແລະສົ່ງເສີມການທ່ອງທ່ຽວ 5 ປີ ຂອງແຂວງຫຼວງນໍ້າທາຍົກໃຫ້ເຫັນເຖິງສະພາບແວດລ້ອມການທ່ອງທ່ຽວຂອງໂລກພາກພື້ນກໍ່ຄືແຂວງຫຼວງນໍ້າທາເປັນຕົ້ນວຽກງານພົວ ພັນ ແລະຮ່ວມມືກັບພາຍໃນ, ບັນດາແຂວງ, ພາກພື້ນແລະສາກົນການພັດທະນາການທ່ອງທ່ຽວແບບອະນຸລັກປະຊາຊົນມີສ່ວນຮ່ວມ, 5 ປີ ຜ່ານມາແຂວງຫຼວງນໍ້າທາມີນັກທ່ອງທ່ຽວເຂົ້າມາ ແລະທ່ອງທ່ຽວ 3,18 ລ້ານເທື່ອຄົນ (ທຽບໃສ່ 5 ປີ 2011-2015) ເພີ່ມຂຶ້ນ 11, 14%, ສ້າງລາຍຮັບໄດ້ 115 ລ້ານກວ່າໂດລາ, ຈາກຜົນສໍາເລັດຂອງການພັດທະນາ ແລະ ສົ່ງເສີມການທ່ອງທ່ຽວໄລຍະຜ່ານມາໄດ້ຮັບລາງວັນລະດັບສາກົນ 3 ລາງວັນລະດັບອາຊຽນ 3 ລາງວັນ ແລະ ລະດັບຊາດ 6 ລາງວັນໄດ້ຂຶ້ນບັນຊີຊັບພະຍາກອນ ແລະແຫຼ່ງທ່ອງທ່ຽວທົ່ວແຂວງທັງໝົດມີ 109 ແຫ່ງ ໃນນີ້ມີແຫຼ່ງທ່ອງທ່ຽວທໍາມະຊາດ 55 ແຫ່, ແຫຼ່ງທ່ອງທ່ຽວວັດທະນະທໍາ 44 ແຫ່ງ ແລະ ແຫຼ່ງທ່ອງທ່ຽວປະຫວັດສາດ 10 ແຫ່ງແຂວງຫຼວງນໍ້າທາມີຫົວໜ່ວຍທຸລະກິດທັງໝົດ 314 ຫົວໜ່ວຍ ແຂວງຄຸ້ມຄອງ 40 ຫົວໜ່ວຍໃນນັ້ນມີສາຂາ ແລະບໍລິສັດທ່ອງທ່ຽວ 10 ຫົວໜ່ວຍ, ໜ່ວຍບໍລິການນໍາທ່ຽວ 20 ຫົວໜ່ວຍ, ໂຮງແຮມ, ຣີສອດ 11 ຫົວໜ່ວຍ, ເຮືອນພັກ 98 ຫົວໜ່ວຍ, ພັດຕະຄານ, ຮ້ານອາຫານ, ສວນອາຫານ 89 ຫົວໜ່ວຍ, ຮ້ານກິນດືມ 77 ຫົວໜ່ວຍ, ຮ້ານບັນເທີງ 9 ຫົວໜ່ວຍ ໄດ້ສ້າງຕັ້ງສະມາຄົມທຸລະກິດທ່ອງທ່ຽວ ແລະ 4 ກຸ່ມ ບໍລິການທ່ອງທ່ຽວຄື: ກຸ່ມຕະຫຼາດກາງຄືນກຸ່ມພະນັກງານນໍາທ່ຽວ, ກຸ່ມໂຮງແຮມຣີສອດ ແລະເຮືອນພັກ ກຸ່ມບໍລິການຮ້ານອາຫານເຄື່ອງດື່ມ ແລະການບັນເທີງ.

  ວິໄສທັດຮອດປີ 2035 ຍຸດທະສາດພັດທະນາວຽກງານທ່ອງທ່ຽວ 10 ປີ (2021-2030)ແຜນງານຈຸດສຸມໂຄງການບູລິມະສິດການພັດທະນາ ແລະ ສົ່ງເສີມການທ່ອງທ່ຽວ 10 ປີພາຍໃຕ້ຄໍາຂັວນສີສັນວັດທະນະທໍາບັນດາເຜົ່າ ແລະຄວາມອຸດົມສົມບູນຂອງທໍາມະຊາດ, ພັດທະນາການທ່ອງທ່ຽວແຂວງຫຼວງນໍ້າທາດ້ານທໍາມະຊາດ,ວັດທະນະທໍາແລະປະຫວັດສາດໃຫ້ເປັນໃຈກາງການບໍລິການທ່ອງທ່ຽວບົນເສັ້ນທາງອະນຸພາກພື້ນ ( R3A ) ແລະ( 17B ) ໂດຍການມີສ່ວນຮ່ວມຂອງຊຸມຊົນຕາມທິດສີຂຽວ ແລະມີຄວາມຍືນຍົງ, ເປັນຈຸດໝາຍປາຍທາງການທ່ອງທ່ຽວຂອງນັກທ່ອງທ່ຽວພາຍໃນ ແລະຕ່າງປະເທດ, ສາມາດເຊື່ອມໂຍງກັບບັນດາແຂວງ ແລະພາກພື້ນ. ພັດທະນາຊັບພະຍາກອນມະນຸດ,ຍົກລະດັບການບໍລິການໃນຂະແໜງການທ່ອງທ່ຽວໃຫ້ໄດ້ມາດຕະຖານອາຊຽນປະກອບສ່ວນເຂົ້າໃນການພັດທະນາເສດ ຖະກິດ-ສັງຄົມຂອງແຂວງ ແລະຊ່ວຍຫຸດຜ່ອນຄວາມທຸກຍາກໃຫ້ແກ່ປະຊາຊົນບັນດາເຜົ່າ. ຄາດໝາຍສູ້ຊົນຮອດປີ 2030: ສູ້ຊົນດຶງດູດນັກທ່ອງທ່ຽວໃຫ້ເຂົ້າມາຜ່ານ ແລະ ຢ້ຽມຢາມແຂວງຫລວງນໍ້າທາ 10 ລ້ານກວ່າເທື່ອຄົນ (ສະເລ່ຍ 1 ລ້ານ ຄົນຕໍ່ປີ) ໃນນີ້ໃຫ້ພັກແຮມ25% ຂອງຈໍານວນນັກທ່ອງທ່ຽວທັງໝົດ, ສ້າງລາຍຮັບເຂົ້າແຂວງໃຫ້ໄດ້ 400 ລ້ານໂດລາສະເລ່ຍ 40 ລ້ານໂດຕໍ່ປີພັດທະນາຜະລິດຕະພັນການທ່ອງທ່ຽວໃຫ້ມີອັດຕາສ່ວນເພີ່ມຂຶ້ນໂດຍເນັ້ນໃສ່ຜະລິດຕະພັນທີ່ເປັນຕົວແບບທັງມີເອກະລັກສະເພາະຂອງທ້ອງຖິ່ນໃຫ້ໄດ້ເມືອງລະ 1-2 ຜະລິດຕະພັນ, ໃຫ້ສໍາເລັດການກໍ່ສ້າງສິ່ງອໍານວຍຄວາມສະດວກຢູ່ບັນດາແຫຼ່ງທ່ອງທ່ຽວໃຫ້ໄດ້ 50 ແຫ່ງ, ສູ້ຊົນໃຫ້ທັງພາກ ລັດ, ເອກະຊົນແລະປະຊາຊົນປັບປຸງ ແລະພັດທະນາຜະລິດຕະພັນການ ທ່ອງທ່ຽວແບບປະຊາຊົນມີສ່ວນ ຮ່ວມທີ່ມີແລ້ວ ແລະ ສ້າງໃໝ່ໃຫ້ມີ ຄຸນນະພາບສູງຂຶ້ນຮອດປີ 2030 ສູ້ຊົນໃຫ້ພະນັກງານໃນຂະແໜງການທ່ອງທ່ຽວ, ພາກທຸລະກິດ ແລະປະຊາຊົນຜູ້ທີ່ມີສ່ວນຮ່ວມໃນການພັດທະນາ ແລະ ສົ່ງເສີມການທ່ອງທ່ຽວໃຫ້ໄດ້ຮັບການຝຶກອົບຮົມຍົກລະດັບດ້ານການຄຸ້ມຄອງ-ບໍລິຫານ, ດ້ານວິຊາການທີ່ກ່ຽວຂ້ອງກັບທຸລະກິດບໍລິການຂອງຕົນໃຫ້ໄດ້ 1.000 ກວ່າເທື່ອຄົນ.

------------

ໂດຍ: ສົມພອນ ຂຸນດາວົງ