ເມືອງສາລະວັນ ປະກາດ 8 ບ້ານ ເປັນບ້ານຢຸດຕິການຖ່າຍຊະຊາຍ

 ໃນວັນທີ 1 ກຸມພາ 2021 ເມືອງສາລະວັນ ໄດ້ຈັດພິທີປະກາດ 8ບ້ານ ເປັນບ້ານຢຸດຕິການຖ່າຍຊະຊາຍຄືບ້ານແສນວັງໃຫຍ່,ບ້ານນາທູນນ້ອຍ,ບ້ານນາທອນ,ບ້ານແກ້ງເມືອງລາວບ້ານຜັກແຜວທົງບ້ານຈານວົງບ້ານນາດອນບົງ ແລະບ້ານທ່າ ເມືອງເກົ່າ ໂດຍການເປັນປະທານຂອງທ່ານ ໜູຄຳ ສິງສະຫວັດ ຮອງເຈົ້າເມືອງສາລະວັນທັງແມ່ນຜູ້ຊີ້ນຳວຽກງານວັດທະນະທຳ-ສັງຄົມ,ທ່ານ ຄຳຄ້າຍ ຄຳສິງ ສະຫວັດ ຮອງຫົວໜ້າພະແນກສາທາລະນະສຸກແຂວງສາລະວັນ,ມີຫົວໜ້າຫ້ອງການສາທາລະນະສຸກເມືອງສາລະວັນ, ຫ້ອງການຕ່າງໆທີ່ກ່ຽວຂ້ອງອ້ອມຂ້າງເມືອງ, ນາຍບ້ານ ແລະພໍ່ແມ່ປະຊາຊົນເຂົ້າຮ່ວມ.

 ສຳລັບທັງ 8 ບ້ານນີ້ມີປະຊາກອນທັງໝົດ 6.278 ຄົນ, ຍິງ 3.293 ຄົນ, ມີ 1.240 ຄອບຄົວ ແລະມີ 1 ພັນກວ່າຫຼັງຄາເຮືອນ, ຊຶ່ງໃນໄລຍະຜ່ານມາໄດ້ສຳເລັດການແຕ່ງຕັ້ງຄະນະກຳມະການຊຸມຊົນເປັນເຈົ້າການດ້ານສຸຂະອະນາໄມຂັ້ນບ້ານເພື່ອເປັນຕົວແທນໃນການຊີ້ນຳໆພາພັດທະນາວຽກງານສາທາລະນະສຸກຂັ້ນບ້ານ, ສຳ ເລັດການຝຶກອົບຮົມດ້ານວິຊາການ ແລະຄວາມຮູ້ພື້ນຖານກ່ຽວກັບບົດບາດໜ້າທີ່ຂອງຄະນະກຳມະການ, ໄດ້ເຜີຍແຜ່ເຊື່ອມຊຶມໃຫ້ການຈັດຕັ້ງ ແລະພໍ່ແມ່ປະຊາຊົນໄດ້ຮັບຮູ້ເຂົ້າໃຈກ່ຽວກັບຄອບຄົວຕົວແບບທາງດ້ານສາທາລະນະສຸກຕາມ 4 ດາວ ແລະໄດ້ນຳພາພໍ່ແມ່ປະຊາຊົນເຮັດສ້ວມຖ່າຍດ້ວຍການປຸກລະດົມໃນແຕ່ລະຄອບຄົວ, ຜ່ານການຈັດຕັ້ງປະຕິບັດເຫັນວ່າແມ່ນໄດ້ຕາມມາດຖານທີ່ໄດ້ວາງໄວ້ໃນຈຳນວນ 8 ບ້ານ.

  ຈາກນັ້ນທ່ານ ໜູຄຳ ສິງສະຫວັດ ຮອງເຈົ້າເມືອງສາລະວັນກໍ່ໄດ້ໃຫ້ກຽດຕັດແຖບຜ້າເປີດແຜ່ນປ້າຍ ແລະມອບໃບຢັ້ງຢືນບ້ານ, ໂອກາດດຽວກັນນັ້ນທ່ານ ຄຳຄ້າຍ ຄຳສິງສະຫວັດ ຮອງຫົວໜ້າພະແນກສາທາລະນະສຸກແຂວງກໍ່ໄດ້ໃຫ້ກຽດຂຶ້ນມອບໃບຢັ້ງຢືນບ້ານສາທາລະນະສຸກແບບຢ່າງດ້ານ.

ຂ່າວສິດຕາ ເພັດວົງສາ