ຜົ້ງສາລີ ເລັ່ງໃສ່ຫຼາຍຈຸດສຸມໃນການພັດທະນາເສດຖະກິດ

  ແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງຜົ້ງສາລີ ປະ ຈໍາປີ 2019 ເປັນປີທີ 4 ຂອງການ ຈັດຕັ້ງປະຕິບັດແຜນພັດທະນາ ເສດຖະກິດ-ສັງຄົມ 5 ປີ ຄັ້ງທີ VIII (2016-2020) ໃນໄລຍະທ້າຍ, ສະເພາະໃນປີນີ້ແມ່ນເລັ່ງໃສ່ 11 ຈຸດສຸມໃນການພັດທະນາ ເພື່ອເຮັດ ໃຫ້ເສດຖະກິດສືບຕໍ່ຂະຫຍາຍຕົວຕໍ່ເນື່ອງ, ໜັ້ນທ່ຽງ ແລະຍືນຍົງ.

  ອີງຕາມຂໍ້ມູນຈາກແຂວງຜົ້ງ ສາລີ ໃຫ້ຮູ້ວ່າ: ແຜນພັດທະນາເສດ ຖະກິດ-ສັງຄົມ ຂອງແຂວງຜົ້ງສາລີ ປະຈໍາປີ 2019 ເປັນປີທີ 4 ຂອງ ການຈັດຕັ້ງປະຕິບັດມະຕິຂອງສະ ພາປະຊາຊົນແຂວງໃນການຮັບ ຮອງແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ VIII (2016-2020) ໃນໄລຍະທ້າຍ ແລະເປັນ ເຄື່ອງມືຕົ້ນຕໍປະຕິບັດເປົ້າໝາຍມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງ ພັກ, ຂອງອົງຄະນະພັກແຂວງ ເປັນແຜນສືບຕໍ່ປະກອບສ່ວນສ້າງ ເສດຖະກິດຂອງປະເທດໃຫ້ຂະ ຫຍາຍຕົວຢ່າງຕໍ່ເນື່ອງ, ໜັ້ນທ່ຽງ ແລະຍືນຍົງ, ເລັ່ງຟື້ນຟູໄພທໍາມະ ຊາດຂົງເຂດໂຍທາທິການ ແລະ ຂົນສົ່ງ ແລະກະສິກໍາ, ສຸມໃສ່ພັດ ທະນາຊົນນະບົດ ແລະແກ້ໄຂ ຄວາມທຸກຍາກ, ສຸມໃສ່ວຽກ ງານສຶກສາ, ສາທາເພື່ອໃຫ້ບັນລຸ ຕາມຄາດໝາຍ ແລະແຜນການທີ່ ວາງໄວ້. 

  ສ່ວນຈຸດສຸມໃນການພັດທະນາ ສະເພາະປີ 2019 ນີ້ ແຂວງຜົ້ງສາ ລີ ເລັ່ງໃສ່ 11 ຈຸດສຸມຄື: 1)ສຸມ ໃສ່ພັດທະນາຕາມແລວເສັ້ນທາງ ຫຼວງແຫ່ງຊາດ ສາຍຕັ້ງ ແລະສາຍ ຂວາງຄື: ຕາມແລວເສັ້ນທາງສາຍ ຕັ້ງແຕ່ດ່ານລານຕຸ້ຍຫາປາກມອງ ແຂວງຫຼວາງພະບາງ, ຕາມແລວ ເສັ້ນທາງສາຍຂວາງເຊຶ່ອມຕໍ່ (ໄທ-  ຫວຽດນາມ) ແຕ່ຊຽງລາຍ-ບໍ່ ແກ້ວ-ຫຼວງນໍ້າທາ-ອຸດົມໄຊ-ຜົ້ງ ສາລີ-ຫວຽດນາມ. 2) ສຸມໃສ່ ແລວເສັ້ນທາງໄປສູ່ 4 ຕະຫຼາດ ພາຍນອກຄື: ຕະຫຼາດທາງອອກ ແຕ່ບຸນໃຕ້ຫາສະຖານີລົດໄຟ ລາວ-ຈີນ ທີ່ເມືອງນາໝໍ້ແຂວງອຸດົມໄຊ; ຕະຫຼາດທາງອອກສູ່ ສປ ຈີນ ປະ ກອບມີ 4 ດ່ານ (ດ່ານປາກຄາ, ດ່ານສາກົນລານຕຸ້ຍ, ດ່ານປາຈາ ແລະດ້ານແມ້ງກວາພົງ); ຕະຫຼາດ ທາງອອກສູ່ ສສ ຫວຽດນາມ ປະ ກອບມີ 2 ດ່ານທາງການ (ດ່ານສາ ກົນປາງຫົກ, ດ່ານຫ້ວຍຫຼ້າ) ແລະ ທາງອອກຕາມທາງປະເພນີ 2 ທາງ (ນາປຸງ ແລະຫ້ວຍເຮ່ຍ); ຕະຫຼາດທາງອອກສູ່ 3 ແຈປະເທດ ລາວ-ຫວຽດນາມ-ຈີນ ໂດຍຜ່ານ ດ່ານ 3 ແຈປະເທດ.

  ສ່ວນຈຸດສຸມທີ 3) ແມ່ນສຸມໃສ່ ພັດທະນາຕາມ 5 ທ່າແຮງຂອງ ແຂວງຄື: ການປູກພຶດ ແລະຕົ້ນໄມ້ ອຸດສາຫາກໍາ, ການລ້ຽງສັດໃຫ່ຍ, ການລ້ຽງປາ ແລະການປະມົງ, ການປົກປັກຮັກສາ ແລະນໍາໃຊ້ ຊັບພະຍາກອນທຳມະຊາດ, ການ ບໍລິການ ແລະການທ່ອງທ່ຽວ. 4) ສຸມໃສ່ອາຊີບ ແລະແຮງງານຕາມ 6 ທາງອອກຂອງແຂວງຄື: ຫັນ ໄປເຮັດກະສີກໍາເນີນສູງ, ທັງປູກ, ທັງລ້ຽງ, ທັງປົກປັກຮັກສາ ແລະ ນໍາໃຊ້ເຄຶ່ອງປ່າຂອງດົງ; ຫັນໄປ ເຮັດການປະມົງຕາມອ່າງໂຕງ ໃຫຍ່ ແລະສາຍນໍ້າຕ່າງໆ; ຫັນໄປ ເຮັດອຸດສະຫາກຳປຸງແຕ່ງຜະລິດ ຕະພັນຕາມກະສິກໍາ-ປ່າໄມ້, ແຮ່ ທາດ, ທີ່ເປັນມູນເຊື້ອ; ຫັນໄປເຮັດ ການບໍລິການທົ່ວໄປ; ຫັນໄປເຮັດ ອຸດສະຫາກໍາທ່ອງທ່ຽວທາງທໍາ ມະຊາດ; ຫັນໄປເຮັດການຄ້າຊາຍ ແດນ. 5) ສຸມໃສ່ກໍ່ສ້າງເສັ້ນທາງ ເຊື່ອມຈອດລະຫວ່າງເສັ້ນທາງ ຫຼວງແຫ່ງຊາດ ໄປສູ່ເຂດຊົນນະບົດ ແລະໄປສູ່ 4 ຕະຫຼາດພາຍນອກ.

   ຈຸດສຸມທີ 6) ເລັ່ງໄວປັບປຸງ ກົນໄກປະສານງານ ແລະສົ່ງເສີມ ການລົງທຶນທັງພາຍໃນ ແລະ ຕ່າງປະເທດໃຫ້ເປັນຮູບປະທໍາ ເຮັດໃຫ້ກົນໄກປະຕູດຽວອຳນວຍ ຄວາມສະດວກໃຫ້ແກ່ການດຳເນີນ ທຸລະກິດມີບັນຍາກາດດີຂຶ້ນ. 7) ສຸມໃສ່ພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກຕິດພັນ ກັບວຽກງານ 3 ສ້າງ. 8) ປົກປັກ ຮັກສາສິ່ງແວດລ້ອມ ແລະນໍາໃຊ້ ຊັບພະຍາກອນທໍາມະຊາດໃຫ້ມີ ປະສິດທິພາບແບບຍຶນຍົງ. 9) ເດັດ ດ່ຽວຕັດສິນໃຈແກ້ໄຂຂອດອ່ອນ ຄົງຄ້າງຂອງວຽກງານການ ເງິນ.10) ສຶບຕໍ່ຟື້ນຟູ ແລະປັບປຸງ ໄວຂອດພື້ນຖານໂຄງສ້າງທີ່ໄດ້ຮັບ ຜົນເສຍຫາຍຈາກໄພພິບັດທໍາມະ ຊາດໃຫ້ເຂົ້າສູ່ສະພາບປົກກະຕິ ແລະຈຸດສຸມສຸດທ້າຍແມ່ນປະຕິບັດ ນະໂຍບາຍພົວພັນຮ່ວມກັບຕ່າງ ປະເທດຢ່າງເປັນເຈົ້າການ.