ຢ້ໍາຕື່ມອີກ LG ກຽມເຜີຍໂສມຈໍມ້ວນໄດ້ອີກໃນ CES 2021

   ຢ້ອນກັບໄປເມື່ອຕ້ອງ LG ເປີດໂຕ LG Wing ສະມາດໂຟນ 2 ຈໍແບບໝູນທີ່ຢູ່ໃນໂຄງການ Explorer Project ຊຶ່ງໃນທ້າຍວິດີໂອເປີດໂຕນັ້ນກັບມີບາງສິ່ງບາງຢ່າງທີ່ໜ້າສົນໃຈຕື່ມອີກກັບໜ້າຈໍທີ່ສາມາດຍືດ ແລະຫົດໄດ້.
  ໂດຍໃນພຣີເຊນເທຊັນຂອງ LG ໃນງານ CES 2021 ເມື່ອຄືນກໍໄດ້ມີການເຜີຍໂສມຈໍມ້ວນໄດ້ອີກໃນລັກສະນະເຫັນໜ້າຈໍເຕັມໆຕອນຊ່ວງຕົ້ນ ແລະຊ່ວງທ້າຍໃນຊື່ວ່າ LG Rollable LG ຖືວ່າບໍ່ແມ່ນເຈົ້າທຳອິດທີ່ເຮັດໜ້າຈໍມ້ວນໄດ້ເໝືອນໃນຕອນ LG Wing ທີ່ສາມາດຈໍເປັນຮູບໂຕ T ໄດ້ ຊຶ່ງກ່ອນໜ້ານີ້ໄດ້ມີ TCL ແລະOPPO ໄດ້ທຳການໂຊວເຕັກໂນໂລຊີນີ້ແລ້ວໃນໄລຍະໜຶ່ງ.
  ທັງນີ້ກໍຍັງຄົງບໍ່ເປັນການຢືນຢັນວ່າເຮົາຈະໄດ້ເຫັນ LG Rollable ນີ້ອອກວາງຈຳໜ່າຍເມື່ອໃດ ແລະມີລາຄາເທົ່າໃດ.

----

ໜັງສືພິມ ເສດຖະກິດ-ສັງຄົມ