ແຂ່ງຂັນຄວາມຄິດທຸລະກິດດ້ານກະສິກໍາ

  ວັນທີ 4 ກຸມພາ 2021 ວິທະຍາໄລກະສິກໍາ ແລະປ່າໄມ້ພາກເໜືອ ແຂວງຫຼວງພະບາງ ໄດ້ຈັດງານແຂ່ງຂັນຄວາມຄິດທຸລະກິດກະສິກໍາ ແລະປ່າໄມ້ທີ່ຍືນຍົງຄັ້ງທີ V ເພື່ອສ້າງຜູ້ປະກອບການໜຸ່ມທີ່ມີຄຸນນະພາບຕອບສະໜອງຄວາມຕ້ອງການຂອງຕະຫຼາດແຮງງານຊຶ່ງໃນປະຈຸບັນການເປັນຜູ້ປະກອບການຂະໜາດນ້ອຍ ແລະຂະ ໜາດກາງເປັນສິ່ງທີ່ສັງຄົມໃຫ້ຄວາມສົນໃຈ ແລະສະໜັບສະໜູນທັງມີການສົ່ງເສີມຫຼາຍ, ຈຸດປະສົງໃນການຈັດງານແຂ່ງຂັນຄັ້ງນີ້ເພື່ອສ້າງຂີດຄວາມສາມາດສົ່ງເສີມຫົວຄິດປະດິດສ້າງໃຫ້ນັກສຶກສາປີທີ 3 ຮຸ່ນທີ 9 ຂອງທຸກສາຂາຮຽນໃນການຂຽນແຜ່ນທຸລະກິດກະສິກໍາຂອງຕົນ ແລະໃຫ້ການສະໜັບສະໜູນທາງດ້ານວິຊາການເພື່ອກໍ່ສ້າງຜູ້ປະກອບການໄວໜຸ່ມໃຫ້ສາມາດລິເລີ່ມ ແລະຂະຫຍາຍທຸລະກິດຂອງຕົນໃນອະນາຄົດ.

ທ່ານ ທອງສະໝຸດ ພູມມະສອນ ອໍານວຍການວິທະຍາໄລກະສິກໍາ ແລະປ່າໄມ້ພາກເໜືອ ແຂວງຫຼວງພະບາງ (ວກປໜ) ໄດ້ກ່າວເປີດພິທີຢ່າງເປັນທາງການວ່າ: ເລີ່ມແຕ່ປີ 2016 ເປັນຕົ້ນມາທາງວິທະຍາໄລໄດ້ຮ່ວມກັບໂຄງການ SURAFCO 2 ແລະ3, ໂຄງການບໍລິການ-ສົ່ງເສີມກະສິກໍາຮອບດ້ານ LURAS ແລະບໍລິສັດທີ່ປຶກ ສາດ້ານການພັດທະນາ ແລະວິສາຫະກິດຈໍາກັດ EDC ໄດ້ຈັດການແຂ່ງຂັນຄວາມຄິດທຸລະກິດກະສິກໍາ ແລະປ່າໄມ້ທີ່ຍືນຍົງເພື່ອສ້າງຜູ້ປະກອບການໜຸ່ມ ຄັ້ງທີ I, II, III ແລະ IV. ຈາກຜົນການແຂ່ງຂັນຄວາມຄິດທຸລະກິດ 4 ຄັ້ງ ທີ່ຜ່ານມານັ້ນທາງໂຄງການ SURAFCO,LURAS ແລະວິທະຍາໄລໄດ້ສືບຕໍ່ສະໜັບສະໜູນທຶນລິເລີ່ມເຮັດທຸລະກິດໃຫ້ທີມທີ່ຊະນະການແຂ່ງຂັນ 16 ລ້ານກີບຕໍ່ທີມ ຊຶ່ງສາມາດສ້າງຜູ້ປະກອບການໄວໜຸ່ມ ໄດ້ທັງໝົດ 18 ນ້ອງ ຍິງ 10 ນ້ອງ, ໃນນີ້ຈາກຄັ້ງທີ 1 ມີຈໍານວນ 3 ນ້ອງ ຍິງ 1 ນ້ອງ, ຈາກຄັ້ງທີ 2 ມີຈໍານວນ 5 ນ້ອງ ຍິງ 3 ນ້ອງ, ຈາກຄັ້ງທີ 3 ມີຈໍານວນ 5 ນ້ອງ ຍິງ 4 ນ້ອງ ແລະຄັ້ງທີ 4 ມີຈໍານວນ 5 ນ້ອງ ຍິງ 2 ນ້ອງທີ່ກໍາລັງໄດ້ຮັບທຶນ,ພາຍຫຼັງເປີດການແຂ່ງຂັນຄວາມຄິດທຸລະກິດກະສິກໍາ ແລະປ່າໄມ້ທີ່ຍືນຍົງເພື່ອສ້າງຜູ້ປະກອບການໄວໜຸ່ມຄັ້ງທີ V ກໍມີທີມອາຈານທີ່ປຶກສາທັງໝົດ 14 ທີມ ແລະມີ 53 ແນວຄວາມຄິດທຸລະກິດສົ່ງເຂົ້າແຂ່ງຂັນໃນຮອບທໍາອິດ ແລະ ໄດ້ຄັດເລືອກ ເອົາ 11 ທີມ ເຂົ້າແຂ່ງຂັນຮອບຕັດສິນ, ຊຶ່ງບັນດາທີມທີ່ເຂົ້າແຂ່ງຂັນຮອບສຸດທ້າຍຈະໄດ້ຮັບທຶນເພື່ອນໍາໄປສ້າງຜະລິດຕະພັນຂອງຕົນເອງພ້ອມທັງໄດ້ຮັບການຝຶກອົບຮົມ5 ຄັ້ງໃນ 5 ຫົວຂໍ້ຄື: ວິທີການໃຫ້ຄໍາປຶກສາຂອງອາຈານທີ່ປຶກສາ, ການຄັດເລືອກແນວຄວາມຄິດ, ການຕະຫຼາດ, ການເງິນ ແລະວິທີການຂຶ້ນນໍາສະເໜີທີ່ມີປະສິດທິພາບ.

ຜ່ານການແຂ່ງຂັນປາກົດວ່າທີມສາວນ້ອຍມະຫັດສະຈັນ (ການລ້ຽງໄກ່ໄຂ່) ໄດ້ຮັບລາງວັນທີ 1 ຮັບເງິນສົດ 5 ລ້ານກີບ,ທີມສາວນ້ອຍເນື້ອຫວານ (ການລ້ຽງໄກ່ລາດ) ໄດ້ຮັບລາງວັນທີ 2 ຮັບເງິນສົດ 3,5 ລ້ານກີບ, ທີມເປີດໃຈໄວໜຸ່ມ (ຜະລິດຕະພັນຊາຂີງຄໍາ) ໄດ້ຮັບລາງວັນທີ 3 ຮັບເງິນສົດ 2 ລ້ານກີບ ແລະທີມສາວບ່າວຍາວໃຫຍ່ (ລ້ຽງອ່ຽນ) ໄດ້ຮັບລາງວັນຂວັນໃຈມະຫາຊົນຮັບເງິນສົດ 1,5 ລ້ານກີບ ໂດຍການຜັດປ່ຽນຂຶ້ນມອບລາງວັນຂອງຄະນະປະທານ.

  ເຂົ້າຮ່ວມໃນຄັ້ງນີ້ມີທ່ານ ທອງສະໝຸດ ພູມມະສອນ ອໍານວຍການວິທະຍາໄລກະສິກໍາ ແລະປ່າໄມ້ພາກເໜືອແຂວງຫຼວງພະບາງພ້ອມດ້ວຍຄະນະ,ມີຕາງໜ້າວິທະຍາໄລອ້ອມຂ້າງ,ຄະນະກໍາມະການ, ພ້ອມດ້ວຍພະນັກງານ ແລະນັກສຶກສາທົ່ວວິທະຍາໄລກະສິກໍາ ແລະປ່າໄມ້ພາກເໜືອເຂົ້າຮ່ວມ.

 ໂດຍເພັດສາຄອນ ສິມມະວົງ