ປະທຸມພອນເກັບລາຍຮັບໄດ້ລື່ນແຜນການ

  ໃນວັນທີ 12 ກຸມພາ 2021 ຫ້ອງການໆເງິນເມືອງປະທຸມພອນ ແຂວງຈໍາປາສັກ ຈັດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານການເງິນປະຈໍາປີ 2020 ທີ່ສະໂມສອນຂອງເມືອງໂດຍການເປັນປະທານຂອງ ທ່ານ ກິ່ງແກ້ວ ນະວະພົມ ຮອງເຈົ້າເມືອງປະທຸມພອນທັງເປັນຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີບັນດາທ່ານຈາກພະແນກສ່ວຍສາອາກອນແຂວງ, ພະແນກການເງິນແຂວງ, ກໍາມະການພັກເມືອງົວໜ້າຫ້ອງການເລຂາຄະນະຮາກຖານກຸ່ມບ້ານນາຍບ້ານ ແລະ ການ ເງິນບ້ານຕະຫຼອດຮອດພະນັກງານວິຊາການທີ່ກ່ຽວຂ້ອງອ້ອມຂ້າງເມືອງເຂົ້າຮ່ວມ.

   ທ່ານ ໄຊຍະສິດ ອັກຄະວົງ ຫົວໜ້າຫ້ອງການ-ການເງິນເມືອງ ໄດ້ຂຶ້ນຜ່ານບົດລາຍງານການຈັດຕັ້ງປະຕິບັດວຽກງານການເງິນສົກປີ2020 ແລະ ກໍານົດທິດທາງ ແຜນການປີ 2021 ຊຶ່ງການຈັດຕັ້ງປະຕິບັດການຈັດເກັບລາຍຮັບໝົດປີ 2020 ສາມາດປະຕິບັດໄດ້ 9,74 ຕື້ກິບທຽບໃສແຜນປີປະຕິບັດໄດ້ 102%; ໃນນັ້ນສ່ວຍ ສາອາກອນປະຕິບັດໄດ້ 7,53 ຕື້ກີບ ເທົ່າກັບ 93% ຂອງແຜນປີທຽບໃສ່ປີ 2019ໄດ້103,28% ປະກອບມີ: ອາກອນປົກກະຕິບັດໄດ້ 5,86 ຕື້ກີບເທົ່າກັບ 96% ຂອງແຜນປີ, ທຽບໃສ່ໄລຍະດຽວກັນ ເທົ່າກັບ 92,97%; ພາສີທີ່ດິນປະຕິບັດໄດ້ 1,14 ຕື້ກີບ ເທົ່າກັບ 87% ຂອງແຜນປີ,ທຽບໃສ່ປີ 2019 ໄດ້ 95%; ຄ່າທໍານຽມຕ່າງໆປະຕິບັດໄດ້ 380 ລ້ານກີບ ເທົ່າກັບ 79% ຂອງແຜນປີ, ຄ່າລາຍຮັບວິຊາການປະຕິບັດໄດ້ 152 ລ້ານກີບ,ທຽບໃສ່ແຜນປີ 76%, ຄຸ້ມຄອງຊັບສິນປະຕິບັດໄດ້ 2,21 ຕື້ກີບ ເທົ່າກັບ 156% ຂອງແຜນປີ, ທຽບໃສ່ປີ 2019 ໄດ້ 172%, ຄ່າເຊົ່າ-ສໍາປະທານ-ຫັນສິດ 509 ລ້ານກີບ ເທົ່າກັບ 81%.

   ໃນກອງປະຊຸມບັນດາພະແນກການ ແລະຫ້ອງການທີ່ກ່ຽວຂ້ອງຂອງແຂວງ ແລະເມືອງກໍ່ໄດ້ຜັດປ່ຽນກັນປະກອບຄໍາຄິດຄໍາເຫັນແລກປ່ຽນບົດຮຽນເພື່ອເປັນທິດທາງໃນການຈັດເກັບລາຍຮັບເຂົ້າງົບປະມານໃຫ້ມີຄວາມຖືກຕ້ອງຊັດເຈນ ແລະມີປະສິດທິຜົນສູງຂຶ້ນເທື່ອລະກ້າວໂດຍສະເພາະກ່ຽວກັບການເກັບກໍາຂໍ້ມູນຖານລາຍຮັບຢູ່ບັນ ດາຮາກຖານກຸ່ມບ້ານ, ບໍລິສັດຫ້າງຮ້ານ ແລະຫົວ ໜ່ວຍທຸລະກິດຜູ້ປະກອບການພາຍໃນເມືອງ.

ທ່ານ ກິ່ງແກ້ວ ນະວະພົມ ຮອງເຈົ້າເມືອງປະທຸມພອນກໍ່ໄດ້ຮຽກຮ້ອງມາຍັງບັນດາສະຫາຍແຕ່ລະຫ້ອງການສູ້ຊົນຕົວເລກຈັດເກັບລາຍຮັບສົກປີ 2021 ໃຫ້ບັນລຸຕາມແຜນການທີ່ວາງໄວ້ສຸມໃສ່ການແກ້ໄຂແຫຼ່ງລາຍຮັບທີ່ບໍ່ທັນໄດ້ປະຕິບັດ ຫຼື ປະຕິບັດແລ້ວແຕ່ຍັງບໍ່ທັນໄດ້ຕາມຄາດໝາຍໃຫ້ໄດ້ຖືກຈັດຕັ້ງປະຕິບັດຢ່າງເຂັ້ມງວດ ແລະມອບຄວາມຮັບຜິດຊອບໃຫ້ແກ່ທ້ອງຖິ່ນຮາກຖານກຸ່ມບ້ານ, ກົມກອງ, ຫ້ອງການມີຄວາມຮັບຜິດຊອບໂດຍກົງໃນການຊີ້ນໍາ-ນໍາພາຊຸກຍູ້ຕິດຕາມກວດກາການປະຕິບັດແຜນເກັບລາຍຮັບຄຸ້ມຄອງລາຍຈ່າຍໃນຂົງເຂດຄວາມຮັບຜິດຊອບຂອງຕົນແຕ່ລະໜ່ວຍງານໃຫ້ບັນລຸຕາມຄາດໝາຍ.