ຊໍາຊຸງ ຝຶກອົບຮົມການພັດທະນາແອັບພລີເຄຊັນໃຫ້ນັກສຶກສາ

   ໂຄງການ SamsungInstitute 2019 ເປັນໂຄງການ ທີ່ສົ່ງເສີມການຝຶກອົບຮົມພັດທະນາແອັບພລິເຄຊັນມືຖື (Android Programming) ເພື່ອສ້າງນະວັດຕະກໍາກ້າວນໍາຍຸກດິຈິຕອນ ຊຶ່ງເປັນຫຼັກສູດທີ່ມຸ່ງພັດທະນາທັກສະ ຄວາມຮູ້ຄວາມສາມາດໃນດ້ານການພັດທະນາແອັບພລິເຄຊັນມືຖື ໃຫ້ກັບນັກຮຽນ, ນັກສຶກສາ ແລະ ຄົນທົ່ວໄປເພື່ອທີ່ຈະນໍາຄວາມຮູ້ທີ່ ໄດ້ຈາກການຝຶກອົບຮົມຄັ້ງນີ້ໄປຜັນ ຂະຫຍາຍແກ່ສະຖາບັນຂອງຕົນ ແລະພັດທະນາຄົນຮຸ່ນໃໝ່ໃຫ້ສືບ ທອດຕໍ່ໄປສະຖາບັນ Samsung Tech Institute ແມ່ນສະຖາບັນຝຶກອົບຮົມວິຊາຊີບທີ່ນັກຮຽນສາມາດຮຽນພື້ນຖານດ້ານ IT ແລະ ທັກສະດ້ານວິສະວະກໍາກ້າວນຳຍຸກດີຈີຕອນຂອງບໍລິສັດລາວຊຳຊຸງເອເລັກໂຕຣນິກຈຳກັດຜູ້ດຽວ.

   ໃນວັນທີ 27 ກຸມພາ 2019 ທີ່ຄະນະວິສະວະກໍາສາດມະຫາວິທະຍາໄລແຫ່ງຊາດນະຄອນຫຼວງວຽງຈັນ ໂຄງການຊຳຊຸງເທັກອິນສະຕີຕູດ 2019 (Samsung Tech  Institute 2019) ແລະເປີດຊຸດຝຶກອົບຮົມຫຼັກສູດການພັດທະນາ ທາງແອັບ Android ໂດຍທການ ເຂົ້າຮ່ວມຂອງທ່ານ ຄຸງ ມຸກຄິມ ຫົວໜ້າພະແນກເຄື່ອງໃຊ້ໄຟຟ້າບໍ ລິສັດຊໍາຊຸງລາວອີເລັກໂທຣນິກຈໍາ ກັດຜູ້ດຽວ, ທ່ານ ຄໍາຜຸຍ ສຸດທິສົມບັດ ຄະນະບໍດີຄະນະວິສະວະກຳສາດ ມະຫາວິທະຍາໄລແຫ່ງຊາດ, ທ່ານສົມພອນ ກັນທະວົງ  ຫົວໜ້າພາກວິ ຊາວິສະວະກໍາຄອມພິວເຕີ ແລະເຕັກໂນໂລຊີຂໍ້ມູນຂ່າວສານ, ຄະນະວິສະວະກຳສາດມະຫາວິທະຍາໄລແຫ່ງຊາດ, ທ່ານ ສຸລິຍາ ແສງດາລາ ຮອງກົມເຕັກໂນໂລຊີດີຈີຕອນກະຊວງວິທະຍາສາດ  ແລະເຕັກໂນໂລຊີ, ມີບັນດາຄູອາຈານ, ນ້ອງນັກ ຮຽນ ແລະພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.

   ທ່ານ ຄຸງ ມຸກ ຄີມ ໃຫ້ຮູ້ວ່າ: ການເປີດຊຸດຝຶກອົບຮົມຄັ້ງນີ້ແມ່ນ ເພື່ອຝຶກອົບຮົມວິຊາຊີບທີ່ນັກຮຽນ ສາມາດຮຽນພື້ນຖານດ້ານ IT  ແລະທັກສະດ້ານວິສະວະກຳຊຶ່ງເປັນ ໂອກາດໃນການສ້າງອະນາຄົດທີ່ດີ ແກ່ນັກຮຽນ, ນັກສຶກສາ ແລະແກ້ໄຂຄວາມຂາດແຂນຄວາມຮູ້ຄວາມສາ ມາດດ້ານເຕັກນິກໃນອຸດສາຫະກຳ ເຕັກນິກ, ແຕ່ລະປີມີນັກຮຽນຫຼາຍ ກວ່າ 200 ຄົນເຂົ້າຮ່ວມຝຶກອົບຮົມ. ສະເພາະປີນີ້ໂຄງການເຮົາແມ່ນໄດ້ ຈັດການຝຶກອົບຮົມໃຫ້ແກ່ນັກຮຽນຈາກຫຼາຍສະຖາບັນໃນນະຄອນຫຼວງວຽງຈັນ ຜູ້ທີ່ມີຄວາມຮັກມັກ ໃນດ້ານນີ້, ແລະຈະຈັດຝຶກອົບຮົມ ໃນ ລະຫວ່າງວັນທີ 18–29 ມີນາ 2019 ນີ້ດ້ວຍສິ່ງແວດລ້ອມການຮຽນການສອນໃນຫ້ອງຮຽນທີ່ດີ ເລີດ ແລະບົດຮຽນປະຕິບັດ, ທັງ ໝົດນັ້ນແມ່ນເພື່ອກະກຽມເຂົາເຈົ້າ ສູ່ຕະຫຼາດແຮງງານ. ຫຼັງຈາກຝຶກ ອົບຮົມແລ້ວນັກຮຽນທຸກຄົນຈະເຂົ້າ ຮ່ວມການແຂງຂັນການພັດທະນາ ແອັບພລີເຄຊັນມືຖືພາຍໃຕ້ຫົວຂໍ້: “ສັນສ້າງນະວັດຕະກຳກ້າວນຳຍຸກ ດີຈີຕອນ” ແລະຈະປະກາດຜົນລາງວັນໃນວັນທີ 10 ເມສາ 2019 ແລະຈະເປັນພິທີເປີດຊຸດຝຶກອົບຮົມດັ່ງກ່າວ.

   ທ່ານ ສົມພອນ ກັນທະວົງ ກ່າວວ່າ: ໂຄງການຊຳຊຸງເທັກອິນສະຕີຕູດ ເປັນໂຄງການຮ່ວມມືເພື່ອສົ່ງເສີມ ແລະພັດທະນາການສຶກສາ ໂດຍຮ່ວມມືລະຫວ່າງຄະນະວິສະວະກຳສາດທີ່ເປັນໂຕແທນໃຫ້ແກ່ມະຫາວິທະຍາໄລແຫ່ງຊາດ ແລະບໍລິສັດລາວຊຳຊຸງເອເລັກໂຕຣນິກ ຈຳກັດຜູ້ດຽວເພື່ອສ້າງກິດຈະກຳສົ່ງເສີມຄວາມຮູ້ດ້ານເຕັກໂນໂລຊີ ທັງພາຍໃນ ມຊ ແລະຮ່ວມມືກັບໂຮງຮຽນອື່ນໆທັງພາກລັດແລະ ເອກະຊົນທີ່ກ່ຽວຂ້ອງກັບດ້ານເຕັກໂນໂລຊີໃຫ້ໄວໜຸ່ມກໍຄືບັນດານັກສຶກສາລາວໄດ້ມີຄວາມຮູ້ ແລະ ເຂົ້າເຖິງເຕັກໂນໂລຊີໃໝ່ໆໄດ້ຫຼາຍຂຶ້ນ.

 

ນສພ ເສດຖະກິດ ສັງຄົມ