ເຜີຍແຜ່ຄູ່ມືການນໍາໃຊ້ສະຖິຕິເຕັກໂນໂລຊີ ແລະນະວັດຕະກຳ

  ໃນອາທິດຜ່ານມາສະຖາບັນການຄຸ້ມຄອງວິທະຍາສາດ ແລະເຕັກໂນໂລຊີ, ກະຊວງວິທະຍາສາດ ແລະເຕັກໂນໂລຊີໄດ້ຈັດກອງປະຊຸມສຳມະນາເພື່ອເຜີຍແຜ່ຄູ່ມືການນໍາໃຊ້ສະຖິຕິເຕັກໂນໂລຊີນະວັດຕະກຳ ຫຼື (OSLO) ພາຍໃຕ້ການເປັນປະທານຂອງ ທ່ານ ສຸມານະ ຈຸລາມະນີ ຫົວໜ້າກົມເຕັກໂນໂລຊີ ແລະນະວັດຕະກໍາ, ມີຜູ້ຕາງ ໜ້າຈາກສູນສະຖິຕິແຫ່ງຊາດ, ກະຊວງແຜນການ ແລະລົງທຶນ, ບັນດາຫ້ອງການ, ກົມ, ສະຖາບັນພາຍໃນກະຊວງ ແລະພະນັກງານພາຍໃນກົມເຕັກໂນໂລຊີ ແລະ ນະວັດຕະກໍາເຂົ້າຮ່ວມ.
  ຈຸດປະສົງຂອງກອງປະຊຸມດັ່ງກ່າວ, ແມ່ນເພື່ອເຜີຍແຜ່ຄູ່ມືການນໍາໃຊ້ສະຖິຕິເຕັກໂນໂລຊີ, ນະວັດຕະກຳ ຫຼື (OSLO) ທີ່ໄດ້ຄົ້ນຄວ້າ ແລະຮຽບຮຽງໂດຍກົມເຕັກໂນໂລຊີ ແລະນະວັດຕະກໍາພ້ອມນັ້ນ,ກໍທັງເປັນການປຶກສາຫາລື ແລະແລກປ່ຽນບົດຮຽນຕົວຈິງກັບບັນດາຂະແໜງການກ່ຽວກັບການນໍາໃຊ້ຕົວຊີ້ວັດດ້ານເຕັກໂນໂລຊີ ແລະນະວັດຕະກໍາໃຫ້ສາມາດລາຍງານເປັນທາງການ.

 ທ່ານ ສຸມານະ ຈຸລາມະນີ ໄດ້ໃຫ້ຮູ້ວ່າ: ຂໍ້ມູນສະຖິຕິດ້ານເຕັກໂນໂລຊີ ແລະນະວັດຕະກໍາມີຄວາມສໍາຄັນຢ່າງຫຼວງຫຼາຍຕໍ່ການຜັນຂະຫຍາຍ ແລະຈັດຕັ້ງປະຕິບັດແຜນຍຸດທະສາດຂອງການພັດທະນາວຽກງານວິທະຍາສາດ ແລະເຕັກໂນໂລຊີໃຫ້ປາກົດຜົນເປັນຈິງໃນແຕ່ລະໄລຍະ, ໃນໄລຍະຜ່ານມາລັດຖະບານໄດ້ໃຫ້ຄວາມສຳຄັນໃນການປັບປຸງຫຼາຍດ້ານໃນການຄຸ້ມຄອງ, ການຄົ້ນຄວ້າ, ການນຳໃຊ້, ການພັດທະນາ ແລະ ການສົ່ງເສີມນຳໃຊ້ຜົນສຳເລັດດ້ານວິທະຍາສາດ ແລະເຕັກໂນໂລຊີຂັບເຄື່ອນໃນຂະ ແໜງການຕ່າງໆ ທັງຢູ່ສູນກາງ ແລະທ້ອງຖິ່ນ.

  ໃນກອງປະຊຸມຄັ້ງນີ້ຜູ້ເຂົ້າ ຮ່ວມແມ່ນໄດ້ຮັບຮູ້ ແລະໄດ້ຮ່ວມແລກປ່ຽນບົດຮຽນຮ່ວມກັບວິທະຍາກອນພະແນກສະຖິຕິເຕັກໂນໂລຊີ ແລະນະວັດຕະກໍາກ່ຽວກັບຄູ່ມືການນໍາໃຊ້ສະຖິຕິເຕັກໂນໂລຊີນະວັດຕະກໍາ ຫຼື (OSLO) ຊຶ່ງປະກອບມີ: ຄວາມຮູ້ພື້ນຖານດ້ານນະວັດຕະກໍາ, ປະເພດນະວັດຕະກໍາ, ການສ້າງນະວັດຕະກໍາ ແລະ ການຈັດໝວດຂອງນະວັດຕະກໍາ. ພ້ອມນັ້ນ,ຍັງໄດ້ຮັບຮູ້ກ່ຽວກັບການດຳເນີນການສໍາຫຼວດ, ການເກັບກໍາຂໍ້ມູນສະຖິຕິ, ການວິເຄາະ-ວິໄຈຂໍ້ມູນ,ການເຜີຍແຜ່ ແລະສະຫຼູບລາຍງານຂໍ້ມູນດ້ານສະຖິຕິຈາກນັກວິທະຍາກອນສູນສະຖິຕິແຫ່ງຊາດ.