ຂໍ້ມູນຂອງຍີ່ປຸ່ນລະບຸວ່າ ປີ 2020 ທີ່ຜ່ານມາ 6 ປະເທດອາຊຽນມີຍອດສົ່ງອອກລວມກັນຫຼຸດລົງພຽງ 2,2% ທັງທີ່ເຊື້ອຂອງໂຄວິດ-19 ລະບາດທົ່ວໂລກ.

ຕາມຂ່າວຕ່າງປະເທດລາຍງານວ່າ ປີ2020 ທີ່ຜ່ານມາ 6 ປະເທດ ອາຊຽນ ປະກອບດ້ວຍໄທ,  ສສຫວຽດນາມ, ຟິລິບປິນ, ສິງກະໂປ, ມາເລເຊຍ ແລະອິນໂດເນເຊຍມີຍອດສົ່ງອອກຮ່ວມກັນ 1,35 ພັນຕື້ໂດລາສະຫະລັດ ຫຼຸດລົງ 2,2% ຈາກປີ 2019 ແຕ່ຖ້າຫາກແຍກເປັນລາຍປະເທດມີ ຫວຽດນາມ ພຽງປະເທດດຽວທີ່ມີຍອດການ ສົ່ງອອກເພີ່ມຂຶ້ນ 7,0% ຄິດເປັນມູນຄ່າ 282.660 ລ້ານໂດລາ ໂດຍສົ່ງອອກມາຍີ່ປຸ່ນຫຼຸດລົງ 5,2% ແຕ່ສົ່ງອອກໄປອາເມລິກາ ແລະສປ ຈີນ ເພີ່ມຂຶ້ນ 27,5% ແລະ 18,0% ຕາມລຳດັບ. ຂະນະທີ່ຟິລິບປິນສົ່ງອອກຫຼຸດລົງ10,1%. ໄທຫຼຸດລົງ 6,0%, ສິງກະໂປຫຼຸດລົງ 4,1%, ມາເລເຊຍ ແລະອິນໂດເນເຊຍຫຼຸດລົງ 2,6% ເທົ່າກັນ. ຂະນະທີ່ 6 ປະເທດດັ່ງກ່າວໄດ້ດູນການຄ້າລວມກັນຈາກປີ 2019 ກວ່າ 3 ເທົ່າຄິດເປັນມູນຄ່າ 133.660 ລ້ານໂດລາ ເນື່ອງຈາກລາຄາພະລັງງານທີ່ຫຸດລົງ ແລະຄວາມຕ້ອງການໃນປະເທດງຽບເຫງົາເຮັດໃຫ້ການນຳເຂົ້າຫຼຸດລົງຫຼາຍກວ່າການສົ່ງອອກ. ໄທໄດ້ດູນການຄ້າເພີ່ມຂຶ້ນຫຼາຍທີ່ສຸດ 144,5% ຕາມມາດ້ວຍຫວຽດນາມ 83,5%, ສິງກະໂປ 43,9% ແລະມາເລເຊຍ 25, 6%. ຂະນະທີ່ມາເລເຊຍຂາດດູນການຄ້າຫຼຸດລົງ 46,3%, ອິນໂດເນເຊຍໄດ້ດູນການຄ້າຫຼັງຈາກຂາດດູນໃນປີ 2019.  

  ແຕ່ຖ້າຫາກຄິດຕາມອັດຕາສ່ວນມູນຄ່າການຄ້າລວມກັນແລ້ວສິງກະໂປມີອັດຕາສ່ວນຫຼາຍທີ່ສຸດ 27,4% ຕາມມາດ້ວຍ ຫວຽດນາມ 21,3, ໄທ 17,1% ມາເລ ເຊຍ 16,5%, ອິນໂດເນເຊຍ 11,9% ແລະຟິລິບປິນ 5,8% ຕາມລຳດັບ.