ເກີດແຜ່ນດິນໄຫວຢູ່ຍີ່ປຸ່ນ ບາດເຈັບ 100 ກວ່າຄົນ

 ວັນທີ 13 ກຸມພາທີ່ຜ່ານມາເກີດເຫດແຜ່ນດິນໄຫວຢູ່ຍີ່ປຸ່ນລະດັບຄວາມແຮງ 7,3 ຣິກເຕີ ສ້າງຄວາມເສຍຫາຍຢ່າງໜັກເຮັດໃຫ້ມີຜູ້ໄດ້ຮັບບາດເຈັບ 100 ກວ່າຄົນ.

   ຕາມຂ່າວຕ່າງປະເທດລາຍງານວ່າເກີດແຜ່ນດິນໄຫວລະດັບຄວາມແຮງ 7,3 ຣິກເຕີ ເຮັດໃຫ້ມີຜູ້ໄດ້ຮັບບາດເຈັບ 100 ກວ່າຄົນ ແລະໄຟຟ້າດັບສົ່ງຜົນກະທົບ 900.000 ກວ່າຄອບຄົວໃນແຂວງ ມິຍາກີ, ຟູກູຊິມະ ແລະອີກຫຼາຍແຂວງສ້າງຄວາມເສຍຫາຍເປັນບໍລິເວນກວ້າງໂດຍສະເພາະເຮືອນຂອງປະຊາຊົນເປ້ເພ່ຫຼາຍຫຼັງບໍ ລິເວນນອກແຄມຝັ່ງຕາເວັນອອກຂອງປະເທດແຕ່ຍັງບໍ່ໄດ້ມີປະກາດເຕືອນໄພສຶນາມິຂະນະນີ້ເຈົ້າໜ້າທີ່ກູ້ໄພພວມລົງໃຫ້ການຊ່ວຍເຫຼືອຜູ້ເຄາະຮ້າຍໃນຄັ້ງນີ້ຢ່າງຮີບດ່ວນ. 

  ນີ້ແມ່ນເຫດແຜ່ນດິນໄຫວແຮງທີ່ສຸດໄດ້ເກີດຂຶ້ນຢູ່ເຂດນີ້ນັບແຕ່ ວັນທີ 7 ເມສາປີ 2011 ອັນໄດ້ສ້າງຄວາມເສຍຫາຍດ້ານເຮືອນຊານບາງຄອບຄົວ ແລະ ໄຟຟ້າດັບຢູ່ບາງທ້ອງຖິ່ນຂອງສອງແຂວງິຍາກີ, ຟູກູຊິມະ ແລະເຮັດໃຫ້ຫຼາຍຄົນຢູ່ສອງແຂວງນີ້ຖືກຮັບບາດເຈັບ.