ພະຍາດອີໂບລາລະບາດຮອບໃໝ່ຢູ່ ກົງໂກ

  ພະຍາດອີໂບລາຂ້າຊີວິດຄົນກິເນແລ້ວ 4 ຄົນ ແລະຢ່າງໜ້ອຍ 2 ຄົນຢູ່ກົງໂກຂະນະທີ່ອົງການອະນາໄມໂລກຊ່ວຍເຫຼືອທັງສອງປະເທດໃນທຸກຂັ້ນຕອນທີ່ກ່ຽວຂ້ອງ.

  ຕາມຂ່າວຕ່າງປະເທດລາຍງານວ່າກະຊວງສາທາລະນະສຸກຂອງກົງໂກ ແລະອົງການອະນາໄມໂລກ (ດັບເບີລຢູເອຊໂອ) ຖະແຫຼງການຮ່ວມກັນເລື່ອງການພົບຜູ້ເສຍຊີວິດຈາກເຊື້ອພະຍາດອີໂບລາທີ່ແຂວງນໍຣກີວູ ທາງຕາເວັນອອກສຽງເໜືອຂອງກົງໂກ ແລະຖືເປັນການແຜ່ລະບາດຮອບໃໝ່, ເນື່ອງຈາກອາທິດຜ່ານມາດັບເບີລຢູເອຊໂອ ແລະລັດຖະບານກົງໂກຢືນຢັນຜູ້ເສຍຊີວິດຄົນທຳອິດທີ່ອາໄສຢູແຂວງນໍຣກີວູຫຼັງຈາກດັບເບີລຢູເອຊໂອປະກາດໃຫ້ສະຖານະການແຜ່ລະບາດຂອງເຊື້ອພະຍາດອີໂບລາ ໃນກົງໂກສິ້ນສຸດຢ່າງເປັນທາງການເມື່ອເດືອນມິຖຸນາປີກາຍ. 

   ຫຼັງຈາກໃຊ້ການຄວບຄຸມມາປະມານ 2 ປີ ມີຜູ້ເສຍຊີວິດ 2.280 ຄົນ ຈາກຈຳນວນຜູ້ຕິດເຊື້ອ 3.470 ຄົນ. ຊຶ່ງການແຜ່ລະບາດຄັ້ງນັ້ນນັບເປັນຄັ້ງທີ 10 ຕັ້ງແຕ່ມີການຄົ້ນພົບເຊື້ອອີໂບລາ ໃນໂລກເມື່ອປີ 1976.