ປີຜ່ານມາເສດຖະກິດເມືອງອຸທຸມພອນຂະຫຍາຍຕົວ 4,02%

  ເມື່ອບໍ່ດົນມານີ້ທີ່ສະໂມສອນຫ້ອງວ່າການ ເມືອງອຸທຸມພອນ ແຂວງສະຫວັນນະເຂດ ໄດ້ມີກອງປະຊຸມສະຫຼຸບຕີລາຄາຄືນກ່ຽວກັບການເຄື່ອນໄຫວຊີ້ນໍາໆພາວຽກງານປະຈໍາປີ 2020 ແລະ ວາງທິດທາງແຜນການປະຈໍາປີ 2021, ໂດຍການເຂົ້າຮ່ວມເປັນປະທານຂອງ ທ່ານ ສົມສີ ໄຊຍະລາດ ຮອງເລຂາພັກເມືອງປະທານກວດກາ ພັກ-ລັດເມືອງ, ມີບັນດາຫົວໜ້າຫ້ອງການພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

 ທ່ານ ສີວິໄລ ສຸລິໂຍ ຫົວໜ້າຫ້ອງວ່າການເມືອງກ່າວວ່າ: ໃນໄລຍະປີທີ່ຜ່ານມາເມືອງພວກເຮົາຍັງຮັກສາໄດ້ສະຖຽນລະພາບທາງດ້ານການເມືອງມີຄວາມສະຫງົບໂດຍພື້ນຖານ, ລະບົບເສດຖະກິດຍັງຂະຫຍາຍຕົວໝັ້ນທ່ຽງຕໍ່ເນື່ອງສະເພາະການເຕີບໂຕດ້ານເສດຖະກິດຂອງເມືອງໃນປີ 2020 ໄດ້ຂະຫຍາຍຕົວຫຼຸດລົງຈາກ 7,5% ມາເປັນ 4,02%, ລວມຍອດຜະລິດຕະພັນພາຍໃນບັນລຸ 1.815 ຕື້ກີບ, ສະ ເລ່ຍລາຍຮັບຕໍ່ຫົວຄົນ 18,71 ລ້ານກີບຕໍ່ຄົນຕໍ່ປີ ຫຼືປະມານ 2.224 ໂດລາຕໍ່ຄົນຕໍ່ປີ, ສຳລັບການຈັດເກັບລາຍຮັບປະຕິບັດໄດ້ 4,5 ຕື້ກີບ, ແຜນການປີແມ່ນ 5,48 ຕື້ກີບ ໃນນີ້ລາຍຮັບສ່ວນໃຫຍ່ແມ່ນໄດ້ມາ ຈາກວຽກງານສ່ວຍສາອາກອນ ແລະທີ່ດິນ 4,48 ຕື້ກີບ ແລະ ວຽກງານຊັບສິນລັດ 455 ລ້ານກວ່າກີບການແຜ່ລະບາດຂອງພະຍາດໂຄວິດ-19, ການແຜ່ລະບາດຂອງພະຍາດຕາມລະດູການສົ່ງຜົນກະທົບຕໍ່ການດໍາລົງຊີວິດຂອງປະຊາຊົນ ແລະບັນຫາໄພແຫ້ງແລ້ງແຕ່ເຖິງຢ່າງໃດກໍ່ຕາມພາຍໃຕ້ການຊີ້ນໍາ-ນໍາພາຂອງອົງຄະນະພັກເມືອງ, ການຈັດຕັ້ງທຸກຂັ້ນ ແລະປະຊາຊົນບັນດາເຜົ່າຊາວເມືອງອຸທຸມພອນພວກເຮົາສາມາດຜ່ານຜ່າອຸປະສັກ ແລະຍາດໄດ້ຜົນສໍາເລັດຫຼາຍດ້ານ.

  ທ່ານ ສີວິໄລ ສຸລິໂຍ ກ່າວຕື່ມວ່າ: ສໍາລັບຄະດີອາຍາທີ່ເກີດຂຶ້ນທັງໝົດພາຍໃນເມືອງມີ 11 ເລື່ອງມີ 26 ລາຍ, ກັກຕົວຜູ້ຖືກຫາ 26 ຄົນ, ຍິງ 1 ຄົນໃນນີ້ມີຄະດີລັກຊັບ 16 ລາຍ, ກັກຜູ້ຖືກຫາ 16 ຄົນ, ຍິງ 1 ຄົນ, ສໍ້ໂກງຊັບ 1 ລາຍ, ກັກຜູ້ຖືກຫາ 1 ຄົນ, ທໍາຮ້າຍຮ່າງກາຍ 1 ຄົນ,ກັກຜູ້ຖືກຫາ 1 ຄົນ, ທໍາສໍາເລົາເດັກ 3 ລາຍກັກຜູ້ຖືກຫາ 3 ຄົນ, ທໍາລາຍຊັບ 2 ລາຍ ກັກຜູ້ຖືກຫາ 2 ຄົນ, ຊື້ຂາຍຊັບບໍ່ຖືກຕ້ອງ 1 ລາຍ ກັກຜູ້ຖືກຫາ 1 ຄົນ, ພະຍາຍາມຄາດຕະກໍາ 1 ລາຍ ກັກຜູ້ຖືກຫາ 1 ຄົນ, ຕັດໄມ້ບໍ່ຖືກຕ້ອງ 1 ລາຍ ກັກຜູ້ຖືກຫາ 1 ຄົນ, ລວມຜົຍເສຍຫາຍໂທລະສັບ 31 ໜ່ວຍ, ລົດຈັກ 8 ຄັນ, ເງິນ 14,7 ລ້ານກີບ, ເງິນບາດ 95.000 ບາດ (ສະກຸນເງິນໄທ) ແລະຄໍານໍ້າໜັກ 2 ບາດ ແລະຄະດີຢາເສບຕິດມີທັງໝົດ 38 ລາຍ ກັກຜູ້ຖືກຫາໄດ້ 64 ຄົນ, ຍິງ 4 ຄົນຢຶດຂອງກາງຢາບ້າໄດ້12.857 ເມັດ.