ເກືອບ 50% ໂຄງການຮັກສາສິ່ງແວດລ້ອມ ນວ ແລະຈຳປາສັກ

ກອງປະຊຸມຄະນະຊີ້ນຳລວມໂຄງການສ້າງຄວາມອາດສາມາດຄຸ້ມຄອງນໍ້າເປື້ອນ ແລະຂີ້ເຫຍື້ອສໍາລັບສິ່ງແວດລ້ອມຕົວເມືອງນະຄອນຫຼວງວຽງຈັນ (ນວ) ແລະນະຄອນປາກເຊ ແຂວງຈຳປາສັກ ໄດ້ຈັດຂຶ້ນໃນວັນທີ 18 ກຸມພາ 2021 ທີ່ໂຮງແຮມຄຼາວພຣາຊາ ນະຄອນຫຼວງວຽງຈັນ,ໃຫ້ກຽດເປັນປະທານກອງປະຊຸມໂດຍທ່ານ ນາງ ວິໄລຄໍາ ໂພສາລາດ ຮອງລັດຖະມົນຕີກະຊວງ ຍທຂ, ທ່ານ ພູໂຂງ ບັນນະວົງ ຮອງເຈົ້າຄອງນະຄອນຫຼວງວຽງຈັນ, ທ່ານ ໂສມ ບຸດຕະກຸນ ຮອງເຈົ້າແຂວງຈຳປາສັກ, ມີຜູ້ຕາງໜ້າ KOICA  ແລະ GGGI ປະຈໍາ ສປປ ລາວ, ຫົວໜ້າໂຄງການ, ຍທຂ ແຂວງຈໍາປາສັກ, ວິຊາການ, ກະຊວງອ້ອມຂ້າງທີ່ກ່ຽວຂ້ອງ ແລະ ແຂກທີ່ຖືກເຊີນເຂົ້າຮ່ວມ.

  ໂຄງການດັ່ງກ່າວແມ່ນລັດຖະບານ .ເກົາຫຼີ, ອົງການຮ່ວມມືສາກົນ (KOI CA) ແລະສະຖາບັນເຕີບໂຕສີຂຽວ (GGGI) ພາຍໃຕ້ກອບແຜນງານເຕີບໂຕສີຂຽວ ແລະເປັນການຜັນຂະຫຍາຍນະໂຍບາຍການພັດທະນາຂະແໜງການຕາມທິດສີຂຽວ ແລະຍືນຍົງຂອງ ສປປ ລາວ ທີ່ໃຫ້ການຊ່ວຍເຫຼືອແກ່ກະຊວງແຜນການ ແລະການລົງທຶນ, ໃນວັນ ທີ 8 ພະຈິກ 2018 ຫຼັງຈາກນັ້ນກະຊວງແຜນການ ແລະການລົງທຶນໄດ້ແຈ້ງ ແລະມອບໃຫ້ກະຊວງໂຍທາທິການ ແລະ ຂົນສົ່ງເປັນຜູ້ຄຸ້ມຄອງ ແລະຈັດຕັ້ງປະຕິບັດ, ມູນຄ່າຂອງໂຄງການທັງໝົດ 6,78 ລ້ານໂດລາສະຫະລັດ, ໄລຍະການຈັດຕັ້ງປະຕິບັດແມ່ນເລີ່ມປີ 2019-2024 (ເປັນໄລຍະເວລາ 3 ປີ 9 ເດືອນ).

  ພື້ນທີ່ຂອງໂຄງການແມ່ນປະຕິບັດຢູ່ນະຄອນຫຼວງວຽງຈັນ ແລະນະຄອນປາກເຊ ແຂວງຈຳປາສັກ ຊຶ່ງປະກອບມີ 3 ຜົນໄດ້ຮັບຫຼັກ: 1. ປັບປຸງຄວາມອາດສາມາດໃຫ້ແກ່ກະຊວງໂຍທາທິການ ແລະຂົນສົ່ງ, ົງການຈັດຕັ້ງທີ່ກ່ຽວຂ້ອງຢູ່ນະຄອນຫຼວງວຽງຈັນ ແລະນະຄອນປາກເຊ ເພື່ອຄຸ້ມຄອງ ແລະພັດທະນາໃຫ້ກາຍເປັນຕົວເມືອງສີຂຽວ; 2. ປັບປຸງການເຂົ້າເຖິງການເກັບມ້ຽນຂີ້ເຫຍື້ອ ແລະການຫັນເອົາຂີ້ເຫຍື້ອໃຫ້ກາຍເປັນຊັບພະຍາກອນ (ທຸລະກິດຂີ້ເຫຍື້ອ) ຢູ່ນະຄອນຫຼວງວຽງຈັນ 3. ຍຸດທະສາດສຳ ລັບການຈັດຕັ້ງປະຕິບັດການຄຸ້ມຄອງນໍ້າເປື້ອນ  ແລະການພັດທະນາສິ່ງອຳນວຍຄວາມສະດວກການຄຸ້ມຄອງນໍ້າເປື້ອນຢູ່ນະຄອນປາກເຊແຂວງຈຳປາສັກ.

  ເຖິງວ່າສະພາບການຂອງໂລກກໍ່ຄືພາກພຶ້ນ ແລະພາຍໃນປະເທດໄດ້ປະເຊີນກັບບັນຫາສິ່ງທີ່ທ້າທາຍກັບການແຜ່ລະບາດຂອງພະຍາດໂຄວິດ-19 ແຕ່ການຈັດຕັ້ງປະຕິບັດໂຄງການໃນໄລຍະຜ່ານມາແມ່ນຢູ່ໃນລະດັບດີພໍສົມຄວນ, ເນື່ອງຈາກວ່າຊ່ຽວຊານແມ່ນໄດ້ມາປະຈຳຢູ່ ສປປ ລາວ ເປັນສ່ວນຫຼາຍ ແລະພາກສ່ວນທີ່ກ່ຽວຂ້ອງກໍ່ໄດ້ໃຫ້ຮ່ວມມືເປັນເປັນຢ່າງດີຈຶ່ງເຮັດໃຫ້ການຈັດຕັ້ງປະຕິບັດມີຄວາມຄືບໜ້າ 48.55% ເມື່ອທຽບໃສ່ແຜນການຊ້າກວ່າ 7% ເປັນຕົ້ນການສ້າງ ແລະແຜນຈັດຕັ້ງປະຕິບັດຍຸດທະສາດຕົວເມືອງສີຂຽວຢູ່ນະຄອນຫຼວງວຽງຈັນເນື່ອງຈາກວ່າການປະສານງານວຽກງານຕົວເມືອງສີຂຽວບໍ່ທັນໄດ້ດີເທົ່າທີ່ຄວນ ແລະ ການຮັບຮອງທາງດ້ານເຕັກນິກເປັນຕົ້ນແມ່ນຈຸດເຊື່ອມຕໍ່ນໍ້າເປື້ອນຈາກຄົວເຮືອນໄປຫາຈຸດລະບົບບຳບັດນໍ້າເປື້ອນຍັງບໍ່ທັນໄດ້ເປັນເອກະພາບກັນ.

  ກອງປະຊຸມຄັ້ງນີ້ເປັນກອງປະຊຸມຄັ້ງປະຖົມມະລຶກເພື່ອໃຫ້ຜູ້ເຂົ້າຮ່ວມໄດ້ຮັບຮູ້ເນື້ອໃນຈິດໃຈຄວາມໝາຍຄວາມສຳຄັນຂອງໂຄງການ, ຜູ້ເຂົ້າຮ່ວມຈະໄດ້ຮັບຟັງການລາຍງານຂັ້ນຕອນການດໍາເນີນການຈັດຕັ້ງປະຕິບັດວຽກຂອງໂຄງການດັ່ງມີລາຍລະອຽດຄື: 1) ສະພາບລວມ ແລະຄວາມເປັນມາຂອງໂຄງການ; 2) ໂຄງຮ່າງ,ພາລະບົດບາດ ແລະຄວາມຮັບຜິດຊອບຂັ້ນສູນກາງ ແລະ ທ້ອງຖິ່ນຂອງໂຄງການ; 3) ການຈັດຕັ້ງປະຕິບັດແຕ່ລະກິດຈະກຳຂອງໂຄງການ ; 4) ຄວາມຄືບໜ້າການຈັດຕັ້ງປະຕິບັດໂຄງ ການປີ 2019-2020 ແລະແຜນວຽກໂຄງການປະຈໍາປີ 2021; 5) ວຽກງານການຕິດຕາມ-ປະເມີນຜົນໂຄງການ.