ສະຫວັນ ເຂັ້ມງວດກວດຫົວຈ່າຍນໍ້າມັນ

  ນັບແຕ່ວັນທີ 11 ຫາ 26 ກຸມພາ 2021 ພະນັກງານວິຊາການຂະແໜງຊັບສິນທາງປັນຍາ, ມາດຕະຖານ ແລະວັດແທກ, ພະແນກວິທະຍາສາດ ແລະເຕັກໂນໂລຊີແຂວງສະຫວັນນະເຂດໂດຍການຊີ້ນຳໆພາຂອງທ່ານ ບຸນເຄືອບ ແກ້ວມະນີ ຮອງຫົວໜ້າພະແນກໄດ້ເຄື່ອນໄຫວກວດສອບ-ສອບທຽບມາດຕະຖານຫົວຈ່າຍນໍ້າມັນເຊື້ອໄຟຂອງບັນດາປໍ້ານໍ້າມັນເຊື້ອໄຟພາຍໃນແຂວງຊຶ່ງມີປໍ້າທັງໝົດທົ່ວແຂວງ 183 ປໍ້າ, ມີ 406 ຕູ້ ແລະມີຫົວຈ່າຍທັງໝົດ 624 ົວ ໃນນີ້ປໍ້າເປີດໃໝ່ 3 ປໍ້າ, 12 ຫົວຈ່າຍ ແລະມີປໍ້າປິດບໍລິການ 5 ປໍ້າ, 10 ຫົວຈ່າຍ.

  ການກວດສອບ-ກວດທຽບຫົວຈ່າຍ ນໍ້າມັນຂອງປໍ້າໃນເທື່ອນີ້, ແມ່ນເປັນການຈັດຕັ້ງປະຕິບັດປະຈຳປີ 2021 ເປັນການຄຸ້ມຄອງຢັ້ງຢືນເຖິງມາດຕະຖານຄວາມຖືກຕ້ອງຊັດເຈນຂອງຫົວຈ່າຍເພື່ອເປັນການປົກປ້ອງຜູ້ປະກອບການ ແລະຜູ້ຊົມໃຊ້ໃນການຊື້-ຂາຍໃຫ້ມີຄວາມຍຸຕິທຳ, ເປັນການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍມາດຕະຖານ ແລະກົດໝາຍວ່າດ້ວຍການວັດແທກ, ກົດໝາຍວ່າດ້ວຍການປົກປ້ອງຜູ້ຊົມໃຊ້, ປະຕິບັດຕາມຂໍ້ຕົກລົງຂອງລັດຖະມົນຕີກະຊວງວິທະຍາສາດ ແລະເຕັກໂນໂລຊ່າດ້ວຍການຄຸ້ມ ຄອງຫົວຈ່າຍນໍ້າມັນເຊື້ອໄຟຢູ່ ສປປ ລາວ, ສະບັບເລກທີ 0608/ກວຕ, ລົງວັນທີ 6 ພຶດສະພາ 2017.

  ຜ່ານການກວດສອບຕົວຈິງເຫັນວ່າຫົວຈ່າຍນໍ້າມັນຂອງຫຼາຍປໍ້າກໍ່ໄດ້ມາດຕະຖານມີພຽງຫົວຈ່າຍຂອງປໍ້າຈຳນວນໜຶ່ງບໍ່ໄດ້ມາດຕະຖານ, ທາງຄະນະກຳມະການກວດກາກໍ່ໄດ້ປັບໃຫ້ໄດ້ມາດຕະຖານແລະໄດ້ໜີບກິບ-ໜີບກົ່ວໄວ້ເພື່ອບໍ່ໃຫ້ສາມາດດັດປັບໄດ້.

ໂດຍຂ່າວສະຫວັນ